ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ

ແກ່ນທ້າວ ເຜີຍແຜ່ ລະບົບຄຸ້ມຄອງສາງພາສີ ທີ່ທັນສະໄໝ
ໃນວັນທີ 23 ມິຖຸນາຜ່ານມານີ້, ຢູ່ທີ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຜີຍແຜ່ ການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ແລະ ດ່ານພາສີສາກົນພູດູ່ ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ.
ແກນທາວ ເຜຍແຜ ລະບບຄມຄອງສາງພາສ ທທນສະໄໝ - image 1
 

ທ່ານ ຫຸມພັນ ວົງສາ ໄດ້ມີຄໍາເຫັນວ່າ: ການເປີດນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (Customs Warehouse Management System: CWMS) ໃນຄັ້ງນີ້, ແມ່ນອີງຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2025, ການຍົກລະດັບ ແລະ ພັດທະນາບຸກຄະລາກອນໃນການຄຸ້ມຄອງວຽກງານຫັນເປັນທັນສະໄໝ, ໂດຍສອດຄ່ອງກັບລະບຽບການ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ, ຄ່ອງຕົວ, ເປັນເອກະພາບກັນໃນການຈັດຕັ້ງປະຕິບັດນໍາໃຊ້ລະບົບຕ່າງໆຂອງຂະແໜງ ພາສີໃຫ້ແກ່ບັນດາດ່ານໃນຂອບເຂດທົ່ວປະເທດ. ລະບົບຄຸ້ມຄອງສາງພາສີທັນສະໄໝເປັນລະບົບເອເລັກໂຕຣນິກ Web-Based Application ແບບລວມສູນ, ສາມາດເຂົ້ານໍາໃຊ້ໄດ້ທຸກ Platforms (Desktop, Mobile, Table...), ມີລະບົບຕິດຕາມແບບ Real-Time ເຊື່ອມຕໍ່ກັບລະບົບຄຸ້ມຄອງການຂົນສົ່ງຂ້າມແດນເອເລັກໂຕຣນິກ Cross Border Transport Management System (CBTM) ຂອງ LITFA ເພື່ອຮັບຂໍ້ມູນການຂົນສົ່ງການແຈ້ງພາສີກ່ອນລ່ວງໜ້າຂໍ້ມູນລາຍລະອຽດສິນຄ້າແລະສາມາດພັດທະນາເຊື່ອມຕໍ່ກັບລະບົບອື່ນຜ່ານ API ຮັບ-ສົ່ງຂໍ້ມູນທີ່ກ່ຽວພັນກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.

ກອງປະຊຸມຄັ້ງນີ້, ເພື່ອເຮັດໃຫ້ເຈົ້າໜ້າທີ່ພາສີຮັບຮູ້, ເຂົ້າໃຈກ່ຽວກັບລະບົບ, ການນໍາໃຊ້, ຂັ້ນຕອນຕ່າງໆ, ການຄຸ້ມຄອງ, ນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ການແຈ້ງຂໍ້ມູນນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ຂັ້ນຕອນການຊໍາລະຄ່າທໍານຽມບໍລິການຕ່າງໆ ແລະ ຮັບຟັງການເຜີຍແຜ່ເອກະສານທີ່ຕິດພັນກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝເຊັ່ນ: ຂໍ້ຕົກລົງສະບັບເລກທີ 0771/ກງ, ລົງວັນທີ 18 ມີນາ 2025, ຂໍ້ຕົກລົງສະບັບເລກທີ 1197/ກງ, ລົງວັນທີ 11 ເມສາ 2025, ແຈ້ງການແນະນໍາສະບັບເລກທີ 3869/ກພສ, ລົງວັນທີ 28 ເມສາ 2025 ແລະ ຄໍາແນະນໍາສະບັບເລກທີ 3856/ກພສ, ລົງວັນທີ 28 ເມສາ 2025.

(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້ສະໝັກ ສສຊ ປະຈຳເຂດເລືອກຕັ້ງທີ 10 ລົງໂຄສະນາຫາສຽງ

ຜູ້ສະໝັກ ສສຊ ປະຈຳເຂດເລືອກຕັ້ງທີ 10 ລົງໂຄສະນາຫາສຽງ

ເມື່ອບໍ່ດົນມານີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ຊຸດທີ X ໄດ້ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ສະໂມສອນຂອງແຂວງ ໂດຍການນໍາພາຂອງທ່ານ ລຳໄມ ກູດລາວົງ ຄະນະປະຈຳພັກແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີການນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມຮັບຟັງ.
ບ້ານໜອງບຶກໃຕ້ ມີຄວາມພ້ອມຮອບດ້ານຮັບໃຊ້ບັ້ນເລືອກຕັ້ງ ສສຊ-ສສຂ

ບ້ານໜອງບຶກໃຕ້ ມີຄວາມພ້ອມຮອບດ້ານຮັບໃຊ້ບັ້ນເລືອກຕັ້ງ ສສຊ-ສສຂ

ເພື່ອກຽມຄວາມພ້ອມໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ v, ທ່ານ ຄອນສະຫວັນ ທອງດີວົງ ເລຂາພັກບ້ານ ນາຍບ້ານໜອງບຶກໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 11 ກຸມພາຜ່ານມາ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນບັ້ນດັ່ງກ່າວ.
ພົນລະເມືອງລາວທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງ

ພົນລະເມືອງລາວທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບການປະກາດຈຳນວນຜູ້ມີສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຖະແຫຼງຂ່າວກ່ຽວກັບມະຕິຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການປະກາດຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 12 ກຸມພານີ້ ທີ່ສະພາແຫ່ງຊາດ ເພື່ອໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າທົ່ວປະເທດ ແລະ ຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໄດ້ຮັບຊາບຢ່າງທົ່ວເຖິງກັນ ວ່າ: ຜູ້ມີສິດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃນທົ່ວປະເທດມີຈຳນວນລວມທັງໝົດ 4,764,384 ຄົນ ຍິງ 2,384,104 ຄົນ. ໃນນີ້ ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງມີຈຳນວນ 23,378 ຄົນ ຍິງ7,828 ຄົນ.
ຊາວໜຸ່ມ ຄອສພ ທັດສະນະສຶກສາຢູ່ຫໍພິພິທະພັນ ໄກສອນ ພົມວິຫານ

ຊາວໜຸ່ມ ຄອສພ ທັດສະນະສຶກສາຢູ່ຫໍພິພິທະພັນ ໄກສອນ ພົມວິຫານ

ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ນຳພາບັນດາຄະນະຊາວໜຸ່ມຮາກຖານ, ເລຂາໜ່ວຍຊາວໜຸ່ມ-ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວອ້ອມຂ້າງ ຄອສພ ໄປທັດສະນະສຶກສາຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 12 ກຸມພານີ້ ໂດຍມີທ່ານນາງ ສົມສະຫວັນ ພັນນຸລາດ ພະນັກງານວິຊາການນໍາທ່ຽວຫໍພິພິທະພັນ ໄກສອນ ພົມວິຫານ ຫ້ອງວ່າການສູນກາງພັກໃຫ້ການຕ້ອນຮັບ.
ຜູ້ສະໝັກ ສສຊ ຊຸດທີ xປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊໂຄສະນາຫາສຽງຢູ່ບ້ານໂຮມໄຊ

ຜູ້ສະໝັກ ສສຊ ຊຸດທີ xປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊໂຄສະນາຫາສຽງຢູ່ບ້ານໂຮມໄຊ

ໃນວັນທີ 12 ກຸມພານີ້ ທີ່ສະໂມສອນຂອງເມືອງນາໝໍ້ ແຂວງອຸດົມໄຊ, ຄະນະຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ xປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ທັງໝົດ 11 ທ່ານ ແລະ ໄດ້ແບ່ງອອກເປັນ 2 ທີມຄື: ຄະນະທີ 2 ຈຳນວນ 6 ທ່ານ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ພົບປະ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ບ້ານໂຮມໄຊ ເມືອງໝໍ້, ໂດຍມີການນຳເມືອງ, ອົງການປົກຄອງບ້ານ, ປະຊາຊົນບັນດາເຜົ່າພາຍໃນບ້ານ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ເມືອງໂຂງ ກຽມຄວາມພ້ອມ 100%ໃນການປ່ອນບັດເລືອກຕັ້ງວັນທີ 22 ກຸມພາ 2026ນີ້

ເມືອງໂຂງ ກຽມຄວາມພ້ອມ 100%ໃນການປ່ອນບັດເລືອກຕັ້ງວັນທີ 22 ກຸມພາ 2026ນີ້

ເມືອງໂຂງ ແຂວງຈຳປາສັກ ກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ຈະມາເຖິງໃນວັນທີ 22 ກຸມພາ 2026ນີ້ ດຳເນີນໄປຢ່າງມີປະສິດທິຜົນ ໂປ່ງໃສ ແລະ ທົ່ວເຖິງ.
ລາວເດີນອາກາດ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ລາວເດີນອາກາດ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ສະຫະພັນກຳມະບານ ລັດວິສະຫະກິດລາວເດີນອາກາດ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງປີ 2026 ຂຶ້ນໃນວັນທີ 11 ກຸມພາ ຜ່ານມາ ໂດຍການເປັນປະທານຂອງສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຫົວໜ້າຫ້ອງກຳມະບານກອງທັບ, ມີສະຫາຍ ພັນເອກ ປັນທະວີ ສີສົງຄາມ ຜູ້ອຳນວຍການລັດວິສະຫະກິດລາວເດີນອາກາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜີຍແຜ່ເອກະສານກຽມຄວາມພ້ອມເລືອກຕັ້ງ ສສຊ-ສສຂ

ເຜີຍແຜ່ເອກະສານກຽມຄວາມພ້ອມເລືອກຕັ້ງ ສສຊ-ສສຂ

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີເຜີຍແຜ່ເອກະສານກຽມຄວາມພ້ອມ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃນວັນທີ 10 ກຸມພາ ຜ່ານມາ, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະພັກ-ຄະນະກົມ, ຄະນະພະແນກ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດຮ່ວມ.
ຜູ້ສະໝັກ ສສ ນວ ລົງພົບປະຫາສຽງ ທີ່ກົມໃຫຍ່ຕໍາຫຼວດ

ຜູ້ສະໝັກ ສສ ນວ ລົງພົບປະຫາສຽງ ທີ່ກົມໃຫຍ່ຕໍາຫຼວດ

ພິທີພົບປະຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ປະຈໍາເຂດ ເລືອກ ຕັ້ງທີ 1 ເມືອງສີສັດຕະນາກ ທີ່ກົມໃຫຍ່ຕໍາຫຼວດ ຈັດຂຶ້ນໃນວັນທີ10 ກຸມພາ ຜ່ານມານີ້; ນໍາພາຄະນະລົງພົບປະຄັ້ງນີ້ ໂດຍ ທ່ານ ອະໂນໄທ ຈັນທະລາສີ ກໍາມະການພັກ ນວ ເລຂາຄະນະພັກເມືອງສີສັດຕະນາກ ນໍ້າເບີ 1, ທ່ານ ສຸລິຍະ ສະວີສຸກ ນໍ້າເບີ 2 ຮອງຫົວໜ້າຫ້ອງວ່າການສະພາ ນວ, ທ່ານ ບຸນທະວີ ສີແສນດີ ນໍ້າເບີ 3 ເລຂາໜ່ວຍພັກຮາກຖານ ຫົວໜ້າອົງການໄອຍະການປະຊາຊົນເຂດ 3 ນວ, ທ່ານ ສິງຫາ ວົງພັກດີ ນໍ້າເບີ 4 ຫົວໜ້າຫ້ອງການຍຸຕິທໍາເມືອງສີສັດຕະນາກ, ທ່ານ ວິຣະໄຊຄໍາ ພິລາພັນເດຊ ເບີ 5 ອໍານວຍການບໍລິສັດເຄພີ ສາມຈີ ແລະ ໂນມຸຣະເທຣດດິ້ງ ຈໍາກັດ ອໍານວຍການ ບໍລິສັດອີຊຸຊຸລາວບໍລິການ ຈໍາກັດຜູ້ດຽວ ປະທານສະຫະພັນກິລາອ໊ອບໂຣດ ນວ, ທ່ານ ນາງ ວິຍະດາ ພິມພັນ ນໍ້າເບີ 6 ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນວ, ທ່ານນາງ ເຄືອວັນ ຄໍາປະດິດ ນໍ້າເບີ 7 ສະຫະພັນແມ່ຍິງເມືອງສີສັດຕະນາກ ຊີ້ນໍາວຽກງານ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ.
ປີ 2025 ຍີ່ປຸ່ນ ສົ່ງອອກເຂົ້າສູງສຸດເປັນປະຫວັດການ

ປີ 2025 ຍີ່ປຸ່ນ ສົ່ງອອກເຂົ້າສູງສຸດເປັນປະຫວັດການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກຸມພາ ຜ່ານມາວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນລາຍງານວ່າ, ຍີ່ປຸ່ນສົ່ງອອກເຂົ້າ ລວມທັງເຂົ້າທີ່ຫຸ້ມຫໍ່ແລ້ວພ້ອມກິນ ຫຼາຍກວ່າ 48,000 ໂຕນ ໃນປີ 2025, ເພີ່ມຂຶ້ນ 3.7% ແລະ ສູງສຸດເປັນປະຫວັດການ. ໂດຍຖືເປັນການທຳລາຍສະຖະຕິການສົ່ງອອກເຂົ້າໄປຕ່າງປະເທດສູງສຸດຕິດຕໍ່ກັນເປັນປີທີ 5 ນັບຕັ້ງແຕ່ມີການລວບລວມສະຖິຕິທີ່ປຽບທຽບໄດ້ໃນປີ 2020.
ເພີ່ມເຕີມ