ເກີດອຸປະຕິເຫດລົດໝໍລໍາເລື່ອງແບກແຕກ ຕໍາເອົາລົດຫຼາຍຄັນຊ້ອນ ເຮັດໃຫ້ມີຜູ້ບາດເຈັບ 11 ຄົນ ເສຍຊິວິດ 2 ຄົນ.

ເກີດອຸປະຕິເຫດລົດໝໍລໍາເລື່ອງແບກແຕກ ຕໍາເອົາລົດຫຼາຍຄັນຊ້ອນ ເຮັດໃຫ້ມີຜູ້ບາດເຈັບ 11 ຄົນ ເສຍຊິວິດ 2 ຄົນ.
ຕາມການລາຍງານຂອງເຈົ້າໝ້າທີ່ຕໍາຫຼວດ ປກສ ເມືອງເລົ່າງາມ ແຂວງສາລະວັນ ໃຫ້ຮູ້ວ່າ:ໃນເວລາປະມານ 12 ໂມງ 00 ນາທີຂອງວັນທີ 27 ມີນາ 2024 ຜ່ານມານີ້, ໄດ້ເກີດອຸປະຕິເຫດລົດຄະນະໝໍລໍາເລື່ອງ 6 ລໍ້ ຫຍິ່ຫໍ້ ເຈເອຊິ ສີຂາວ, ໝາຍເລກທະບຽບ 2513 (ຈໍາປາສັກ) ໄດ້ຂັບມາແຕ່ທາງບ້ານເຕເມ ສັງທອງ ພໍມາຮອດຄ້ອຍບ້ານໂນນສູງ, ລົດໄດ້ແບກແຕກ ໄປຊົນທ້າຍລົດຫຼາຍຄັນຊ້ອນ ທີ່ກໍາລັງຊະລໍຂ້າມຂົວຫ້ວຍຕະປຸງ ເມືອງເລົ່າງາມ ແຂວງສາລະວັນ ມີທັງໝົດ 7 ຄັນ, ເຮັດໃຫ້ມີຜູ້ບາດເຈັບ 11 ຄົນ, ມີຜູ້ເສຍຊິວິດ 2 ຄົນ ແລະ ພາຫານະເເແຟທັງໝົດ 7 ຄັນ, ຜູ້ເສຍຊິວີດເປັນເພດຍິງ 2 ຄົນ, ຊື່ ນາງ ໄຟວັນ ອາຍຸ 30 ປີ,ປະຊາຊົນ ບ້ານຕະກີດນ້ອຍ ເມືອງເລົ່າງາມ, ນາງ ກິ້ ອາຍຸ 28 ປີ ປະຊາຊົນ ບ້ານຕະກີດນ້ອຍ ເມືອງເລົ່າງາມ, ສ່ວນຄົນຕ່າງປະເທດແມ່ນບໍ່ໄດ້ເສຍຊິວີດ, ສ່ວນຄະດີດັ່ງກາວ ຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນຂອງເຈົ້າໝ້າທີ່ວິຊາສະເພາະ ປກສ ເມືອງເລົ່າງາມ
(ຂ່າວ-ພາບ ພອນໄຊ ແກ້ວມະນີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມລະດັບພາກພື້ນສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວໃນການລາຍງານຂ່າວສີຂຽວ

ກອງປະຊຸມລະດັບພາກພື້ນສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວໃນການລາຍງານຂ່າວສີຂຽວ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣນານາຊາດ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວໂດຍການມີສ່ວນຮ່ວມຂອງອົງການຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ (GAMCIL) ຈັດກອງປະຊຸມລະດັບພາກພື້ນປະຈໍາປີ 2026 ພາຍໃຕ້ຫົວຂໍ້ "ການລາຍງານຂ່າວບັນຫາສີຂຽວໃນຍຸກດີຈີຕອນ" ໃນວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອໍານວຍການອົງການແຄຣນານາຊາດປະຈໍາ ສປປ ລາວ ແລະ ທ່ານ ນາງ ເວີເລີ ສະເມັດ ຕາງໜ້າສະຫະພາບເອີຣົບປະຈໍາ ສປປ ລາວ ພ້ອມດ້ວຍວິທະຍາກອນຈາກ ສປປ ລາວ, ສສ ຫວຽດນາມ ແລະ ປະເທດໄທເຂົ້າຮ່ວມ.
ອະນຸກໍາມະການໂຄສະນາ ຂະບວນການ ລົງເຜີຍແຜ່ເອກະສານກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ອໍານາດການປົກຄອງບ້ານຈໍານວນ 14 ບ້ານ ທົ່ວເມອງໄຊພູທອງ

ອະນຸກໍາມະການໂຄສະນາ ຂະບວນການ ລົງເຜີຍແຜ່ເອກະສານກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ອໍານາດການປົກຄອງບ້ານຈໍານວນ 14 ບ້ານ ທົ່ວເມອງໄຊພູທອງ

ໃນລະຫວ່າງວັນທີ 3-4 ມັງກອນນີ້, ອະນຸກໍາມະການໂຄສະນາ ປຸກລະດົມ ແລະ ຄະນະກໍາມະການເລືອກຕັ້ງຂັ້ນເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານກ່ຽວກັບວຽກງານການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໃຫ້ແກ່ອຳນາດການປົກຄອງບ້ານ ແລະ ປະຊາຊົນ ຢູ່ 14 ບ້ານ ທົ່ວເມືອງໄຊພູທອງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ, ມີບັນດາຄະນະກຳມະການໂຄສະນາປຸກລະດົມຂັ້ນເມືອງ, ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ ພ້ອມດ້ວຍຜູ້ມີສິດເລືອກຕັ້ງ ອາຍຸ18 ປີຂຶ້ນໄປ ເຂົ້າຮ່ວມ.
ປະກາດ 4 ບຸກໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ

ປະກາດ 4 ບຸກໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ

ພິທີປະກາດ 4 ບຸກ ໃຫ້ແກ່ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການ ເຂົ້າຮ່ວມມີສະຫາຍ ນາງ ສຸກຂະເສີມ ສິດທິເດດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ພູແກ້ວ ສຸດທິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີບັນດາຕາງໜ້າຮາກຖານຊາວໜຸ່ມຈາກພະແນກ ການອ້ອມຂ້າງ ເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ເຄື່ອນໄຫວເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ຮອງຫົວໜ້າ ຄອສພ ເຄື່ອນໄຫວເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະນາອົບຮົມແຂວງຫຼວງພະບາງໃນວັນທີ 4 ກຸມພານີ້, ທີ່ຄະນະໂຄສະນາອົບຮົມແຂວງ ໂດຍມີສະຫາຍ ຄໍາຄ່ອງ ພົມມະປັນຍາ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມະຊິກພັກ, ພະນັກງານໃຫ້ການຕ້ອນຮັບ.
ຈັດຝຶກອົບຮົມໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈໍາເຂດທີ 12 ຊຸດທີ X ແລະ ສສຂ ຄໍາມ່ວນ ຊຸດທີ V

ຈັດຝຶກອົບຮົມໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງ ສສຊ ປະຈໍາເຂດທີ 12 ຊຸດທີ X ແລະ ສສຂ ຄໍາມ່ວນ ຊຸດທີ V

ກອງປະຊຸມຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 12 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ເຮືອນພັກເລກ 1 ຂອງແຂວງ, ເປັນປະທານໂດຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທັງເປັນຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍບັນດາຜູ້ສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບໂຮງງານບຳບັດນໍ້າເປື້ອນທັນສະໄໝ

ມອບ-ຮັບໂຮງງານບຳບັດນໍ້າເປື້ອນທັນສະໄໝ

ວັນທີ 4 ກຸມພານີ້ ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບໂຮງງານບຳບັດນໍ້າເປື້ອນ ນວ ແລະ ລະບົບສາຍທໍ່ສົ່ງນໍ້າເປື້ອນ ທີ່ມີຄວາມສາມາດບຳບັດ 26,000 ແມັດກ້ອນ/ວັນ ແລະ ຮອງຮັບການຂະຫຍາຍໄດ້ເຖິງ 52,000 ແມັດກ້ອນ/ວັນ ດ້ວຍເຕັກໂນໂລຊີ MBBR ທັນສະ ໄໝ ຕາມມາດຕະຖານ EU.
ສູນກາງ ອພສ ຖະແຫຼງຜົນສຳເລັດງານ 3 ງານບຸນໃຫຍ່ລະດັບຊາດ

ສູນກາງ ອພສ ຖະແຫຼງຜົນສຳເລັດງານ 3 ງານບຸນໃຫຍ່ລະດັບຊາດ

ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ຈັດພິທີຖະແຫຼງຂ່າວຜົນສຳເລັດການຈັດງານບຸນມະຫາກຸສົນຍິ່ງໃຫຍ່ລະດັບຊາດ ຄື: ງານບຸນສະຫຼອງພະໄຕປີດົກລາວ, ພິທີຫົດສົງມະຫາເຖຣາພິເສກ ປະທານສູນກາງ ອພສ ອົງທີ 7, ຫົດສົງເຖຣາພິເສກຄະນະສົງທີ່ຈັດທໍາພະໄຕປີດົກລາວ ແລະ ງານສະຫຼອງເປີດອາຄານສຳນັກງານປະທານສົງສູນກາງ ອພສ ຫຼັງໃໝ່ຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ສຳນັກ ງານສູນກາງ ອພສ ວັດພະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

2025 ຫວຽດເຈັດ ເຕີບໂຕສ້າງລາຍຮັບໃນໄຕມາດ 4 ເຖິງ 47%

ບໍລິສັດ ຮຸ້ນສ່ວນການບິນ ຫວຽດເຈັດ (Vietjet Aviation Joint Stock Company - HOSE: VJC). ອີງຕາມບົດລາຍງານການເງິນ, Vietjet ມີລາຍຮັບສະເພາະຂອງບໍລິສັດໃນໄຕມາດ 4 ປີ 2025 ບັນລຸ 29,035 ຕື້ດົງ (ປະມານ 24.01 ຕື້ກີບ), ເພີ່ມຂຶ້ນ 47% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສຳລັບລາຍຮັບສະເພາະຕະຫຼອດທັງປີແມ່ນບັນລຸ 81,426 ຕື້ດົງ (ປະມານ 67.35 ຕື້ກີບ), ເພີ່ມຂຶ້ນ 14%. ກຳໄລຂັ້ນຕົ້ນສະເພາະຂອງສາຍການບິນໃນປີ 2025 ຢູ່ທີ່ 8,213 ຕື້ດົງ (ປະມານ 6.79 ຕື້ກີບ) ຊຶ່ງເປັນຜົນມາຈາກການຂະຫຍາຍເຄືອຂ່າຍການບິນ ແລະ ຕົ້ນທຶນນ້ຳມັນເຊື້ອໄຟທີ່ຫຼຸດລົງເມື່ອທຽບໃສ່ປີກ່ອນໜ້າ.
ຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ວຽງຈັນ ຊຸດທີ V

ຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ວຽງຈັນ ຊຸດທີ V

ກອງປະຊຸມຝຶກອົບຮົມໃຫ້ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ)ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ)ວຽງຈັນ ຊຸດທີ Vໄດ້ຈັດຂຶ້ນໃນວັນທີ 4 ກຸມພານີ້ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໂດຍການເປັນກຽດເຂົ້າຮ່ວມທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ມີບັນດາຜູ້ລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂົ້າຮ່ວມ.
ລົງນາມ ຜັນຂະຫຍາຍການຫັນເປັນດີຈີຕອນ

ລົງນາມ ຜັນຂະຫຍາຍການຫັນເປັນດີຈີຕອນ

ພິທີເຊັນສັນຍາຜັນຂະຫຍາຍການຫັນເປັນດີຈີຕອນໃຫ້ລັດຖະບານ ລະຫວ່າງລັດວິສາຫະກິດລາວ-ເອເຊຍ ໂທລະຄົມ ແລະ ບໍລິສັດ ສະຕາໂທລະຄົມ ຈໍາກັດ (ຢູນີເທວ) ຈັດຂຶ້ນໃນວັນທີ 3 ກຸມພາຜ່ານມາ ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ຮ່ວມລົງນາມໂດຍທ່ານ ພົນຈັດຕະວາ ສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ເອເຊຍ ໂທລະຄົມ ແລະ ທ່ານ ເຈິ່ນ ຈຸງ ຮຶງ ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ຈຳກັດ (ຢູນີເທວ) ທັງສອງຝ່າຍເຫັນດີເປັນເອກະພາບ ໃນການສ້າງຕັ້ງສາຍພົວພັນການຮ່ວມມືແບບຍຸດທະສາດ ຮອບດ້ານ ແລະ ຍາວນານ.
ເພີ່ມເຕີມ