ການແຂ່ງຂັນກິລາເພາະກາຍ

ຄຳຫຼ້າ ສາມະວົງ ໄດ້ທີ 1 ເພາະກາຍ ຊີງແຊັມປະເທດລາວ ຄັ້ງທີ 5 ປະຈໍາປີ 2024

ຄຳຫຼ້າ ສາມະວົງ ໄດ້ທີ 1 ເພາະກາຍ ຊີງແຊັມປະເທດລາວ ຄັ້ງທີ 5 ປະຈໍາປີ 2024
ທ້າວ ຄຳຫຼ້າ ສາມະວົງ ໄດ້ທີ 1 ນັກກິລາເພາະກາຍຊາຍ ລຸ້ນນໍ້າໜັກບໍ່ເກີນ 70 ກິໂລກຣາມ ໃນການແຂ່ງຂັນກິລາເພາະກາຍ

ຊີງແຊັມປະເທດລາວ ຄັ້ງທີ 5 ປະຈໍາປີ 2024. ຂະນະທີ່ໃນລາຍການຍິງຫຸ່ນງາມແຊັມເປັນຂອງ ນາງ ອາລີນ້າ ສີວົງໄຊ.

ການແຂ່ງຂັນກິລາເພາະກາຍ ຊີງແຊັມປະເທດລາວ ຄັ້ງທີ 5 ປະຈໍາປີ 2024 ຈັດຂຶ້ນ ໃນວັນທີ 13 ຕຸລາ ຜ່ານມາ ທີ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີນັກເພາະກາຍຮ່ວມຊີງໄຊເຖິງ 7 ລຸ້ນ ມີ 38 ຄົນ, ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນຕ່າງໆເຂົ້າຮ່ວມຊົມຢ່າງຟົດຟື້ນ.

ໂອກາດນີ້, ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດຂອງການສະເຫຼີມສະຫຼອງຜົນສໍາເລັດຂອງກອງປະຊຸມສຸດຍອດອາ

ຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ສປປ ລາວ ເຮົາໄດ້ຮັບກຽດເປັນເຈົ້າພາບ ທັງເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ ແລະ ເປັນອີກເວທີໜຶ່ງໃນການສ້າງນັກກິລາຮຸ່ນໃໝ່ໃຫ້ກາຍເປັນນັກກິລາທີມຊາດລາວໃນອະນາຄົດ ສາມາດກ້າວໄປສູ່ເວທີສາກົນຍາດໄດ້ໄຊຊະນະຄືດັ່ງທີ່ຮຸ່ນອ້າຍ-ຮຸ່ນເອື້ອຍ ໄດ້ສ້າງຜົນງານຜ່ານມາ. ການຈັດງານແຂ່ງຂັນໃນຄັ້ງນີ້ ຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຂາດການສະໜັບສະໜູນຈາກ ບໍລິສັດ ວຽງຈັນຟິດເນັດ ຈໍາກັດ ທີ່ຢູ່ຄຽງຂ້າງສະຫະພັນກິລາເພາະກາຍແຫ່ງຊາດລາວ ມາໄດ້ 4 ປີ. ນອກນີ້ ກໍຍັງມີສູນການຄ້າວຽງຈັນ ເຊັນເຕີ ທີ່ໄດ້ສະໜັບສະໜູນສະຖານທີ່ການແຂ່ງຂັນເປັນປີທີ 2 ຕະຫຼອດຮອດ ບັນດາບໍລິສັດ - ຫ້າງຮ້ານ ແລະ ບຸກຄົນໃຫ້ການສະໜັບສະໜູນ. ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ກໍໄດ້ກ່າວຕື່ມວ່າ: ຕະຫຼອດໄລຍະການພັດທະນາກິລາເພາະກາຍ ເລີ່ມຈາກ ປີ 2015 ເປັນຕົ້ນມາຈົນມາເຖິງປັດຈຸບັນ ລວມໄດ້ 9 ປີ ເຫັນໄດ້ເຖິງການປ່ຽນແປງໃໝ່ຕໍ່ການພັດທະນາຢ່າງຊັດເຈນ. ກ່ອນປີ 2015 ມີສູນອອກກໍາລັງກາຍພຽງແຕ່ 15 ແຫ່ງທົ່ວປະເທດ, ແຕ່ມາເຖິງປັດຈຸບັນມີສູນອອກກໍາລັງກາຍເຖິງ 85 ແຫ່ງ ກວມເອົາ 14 ແຂວງທົ່ວປະເທດ, ມີນັກກິລາເພາະກາຍຕົວແທນທີມຊາດ ຈໍານວນ 46 ຄົນ ຍິງ 9 ຄົນ ຈາກກ່ອນໜ້າປີ 2015 ມີພຽງແຕ່ 6 ຄົນ ຍິງ 0 ຄົນ.

ຜ່ານການແຂ່ງຂັນຜົນປະກົດວ່າ: ທີ 1 ເພາະກາຍຊາຍ ລຸ້ນນໍ້າໜັກບໍ່ເກີນ 70 ກິໂລກຣາມ ທ້າວ ຄໍາຫຼ້າ ສາມະວົງ, ປະເພດເພາະກາຍຊາຍງາມ ລຸ້ນໜ້າໃໝ່ ທີ 1 ທ້າວ ວິພະກອນ ລັງສີ, ເພາະກາຍຊາຍ ອາຍຸ 45 ປີ ຂຶ້ນໄປ ທີ 1 ທ້າວ ດາວວັງ ຫຼວງລາ ລິນ, ເພາະກາຍຊາຍຫຸ່ນງາມ ເຍົາວະຊົນ ອາຍຸບໍ່ເກີນ 23 ປີ (ບັນຈຸໃໝ່) ທີ 1 ທ້າວ ໂອເລ່ ຄິນປະນາດ. ປະເພດເພາະກາຍຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕີແມັດ ທີ 1 ທ້າວ ແກ້ວຕາ ພະພິລົມລາສັກ, ເພາະກາຍຊາຍຫຸ່ນງາມ ຄວາມສູງເກີນ 171 ຊັງຕີແມັດ ຂຶ້ນໄປ ທີ 1 ທ້າວ ສຸດທິເດດ ພົມລືຊາ ແລະ ເພາະກາຍຍິງຫຸ່ນງາມ ທີ 1 ນາງ ອາລີນ້າ ສີວົງໄຊ.

(ຂ່າວ-ພາບ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເພີ່ມເຕີມ