ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາສະມາຄົມ, ສະໂມສອນຂີ່ລົດຖີບພາຍໃນແຂວງຄໍາມ່ວນ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ບໍລິຄໍາໄຊ ເຂົ້າຮ່ວມກິດຈະກໍາເປັນຈໍານວນຫຼາຍ .
ຂະບວນຂີ່ລົດຖີບ, ໄດ້ເລີ້ມເຄື່ອນອອກຈາກໂຮງແຮມຣີເວີເຣຍໄປຕາມຖະໜົນອຸ່ນຄໍາ (ເສັ້ນທາງບ້ານນາເມືອງ) ແລ້ວມຸ້ງໜ້າຂຶ້ນໄປຕາມເສັ້ນທາງເລກທີ 13 ໃຕ້ໂດຍມີຈຸດໝາຍປາຍທາງຢູ່ທີ່ສະຖານທີ່ທ່ອງທ່ຽວຂຸນກອງແລງ, ມີໄລຍະທາງທັງໝົດ 50 ກວ່າກິໂລແມັດ. ຕະຫຼອດໄລຍະທາງຂອງການຂີ່ລົດຖີບແມ່ນມີຈຸດພັກລົດເພື່ອໃຫ້ຜູ້ທີ່ເຂົ້າຮ່ວມຂະບວນໄດ້ມີການຢຸດພັກເພື່ອດື່ມນໍ້າ ລວມມີ 4 ຈຸດຄື: ຈຸດທີ 1 ຫ້ອງການເຂດເສດຖະກິດພິເສດຄໍາມ່ວນ, ຈຸດທີ 2 ກອງພັນທີ 6, ຈຸດທີ 3 ບໍລິເວນໂນນພູຄອຍຊູ້ ແລະ ຈຸດທີ 4 ບ້ານທ່າໝີ ເມືອງຫີນບູນ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ