ຄຳມ່ວນ ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ

ຄຳມ່ວນ ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ

ຄຳມ່ວນ ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ
ແຂວງຄຳມ່ວນ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909–13 ກໍລະກົດ 2026) ໃນວັນທີ 13ອກໍລະກົດນີ້, ທີ່ ແຂວງຄຳມ່ວນ ໂດຍໄດ້ຮັບກຽດປະຖະກະຖາຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ; ມີບັນດາການນຳຂອງແຂວງ, ພະແນກການ, ອົງການຈັດຕັ້ງຂັ້ນແຂວງ, ພະນັກງານລັດຖະກອນເຂົ້າຮ່ວມ.
ຄຳມວນ ປາຖະກະຖາ ວນເກດປະທານ ສພານວງ ຄບຮອບ 117 ປ - image 1
 

ທ່ານ ໄຊຊະນະ ໂຄດພູທອນ ໄດ້ຫວນຄືນຊີວິດ, ພາລະກິດການຄື່ອນໄຫວປະຕິວັດ ແລະ ແບບຢ່າງໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ. ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງໃນຄອບຄົວເຊື້ອເຈົ້າ ແລະ ເປັນປະທານປະເທດ ຜູ້ທຳອິດຂອງ ສປປ ລາວ, ເປັນນັກປະຕິວັດຜູ້ຍິ່ງໃຫຍ່ ແລະ ຜູ້ນຳຜູ້ອຸທິດຊີວິດເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ທ່ານ ເນັ້ນໜັກວ່າ ປະທານ ສຸພານຸວົງ ເປັນສັນຍາລັກແຫ່ງຄວາມສາມັກຄີປວງຊົນ, ຄວາມເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ຊາດ ແລະ ປະຊາຊົນ. ການປາຖະກະຖາຍັງໄດ້ຍົກໃຫ້ເຫັນບົດບາດອັນສຳຄັນຂອງປະທານ ສຸພານຸວົງ ໃນການນຳພາການປະຕິວັດລາວ, ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ການຕໍ່ສູ້ເພື່ອເອກະລາດ ແລະ ອະທິປະໄຕຂອງຊາດ ລວມທັງການເປັນຜູ້ບັນຊາການປ້ອງກັນຕົວເມືອງທ່າແຂກ ໃນວັນທີ 21 ມີນາ 1946 ອັນເປັນວີລະກຳສຳຄັນໃນໜ້າປະຫວັດສາດຂອງຊາດ.

ຄຳມວນ ປາຖະກະຖາ ວນເກດປະທານ ສພານວງ ຄບຮອບ 117 ປ - image 2
 

ພ້ອມກັນນັ້ນ ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ສືບຕໍ່ຮໍ່າຮຽນແບບຢ່າງອັນດີງາມຂອງປະທານ ສຸພານຸວົງ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຮອບດ້ານ, ປູກຝັງຄວາມຈົງຮັກພັກດີຕໍ່ຊາດ ແລະ ຮ່ວມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ຄວບຄູ່ກັບການເພີ່ມທະວີຄວາມສາມັກຄີຂອງປວງຊົນທັງຊາດ.

ໃນໂອກາດດຽວກັນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາເນື່ອງໃນໂອກາດຄົບຮອບ 49 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ–ຫວຽດນາມ (18 ກໍລະກົດ 1977–18 ກໍລະກົດ 2026) ແລະ ຄົບຮອບ 64 ປີ ການສ້າງຕັ້ງສາຍພົວພັນທາງການທູດ ລາວ–ຫວຽດນາມ (5 ກັນຍາ 1962–5 ກັນຍາ 2026).

ຂ່າວ : ມະນີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ໃນວັນທີ 31 ສິງຫາຜ່ານມາ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5, ມີສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ກອງພັນໃຫຍ່, ສູນຝຶກ, ກອງພັນ, ໂຮງໝໍ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ໃນວັນທີ 28 ສິງຫາຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າຫ້ອງການກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ຈັດ​ຂຶ້ນ​ໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ຫີນ​ບູນແຂ​ວງ​ຄຳ​ມ່ວນໂດຍການເປັນປະທານຮ່ວມຂອງ ທ່ານ ນິລະພົນ ສຸວັນນະລາດ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫົວໜ້າສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫີນບູນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ພ້ອມຄະນະ ໄດ້ລົງພົບປະ ແລະ ແລກປ່ຽນຄວາມຄິດເຫັນກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງລະມາມ ແຂວງເຊກອງໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ ໂດຍມີທ່ານ ດາວວີ ສວຍທະລັງສີ ເລຂາພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງລະມາມ, ມີການນໍາແຂວງ-ເມືອງ, ພະແນກ, ຫ້ອງການ, ຕາແສງ, ບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.
ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ແຂວງວຽງ​ຈັນ​ໄດ້​ອະ​ນຸ​ມັດ​ໃຫ້ ບໍ​ລິ​ສັດ ​ຍອດ​ເພຍ​ຈັນ ​ການ​ລົງ​ທຶນແລະສົ່ງ​ເສີມ​ການ​ຄ້າການ​ຮ່ວມ​ທຶນຈຳ​ກັດສຶກ​ສາ​-ສຳຫຼວດຄວາມ​ເປັນ​ໄປ​ໄດ້ ໂຄງ​ການ​ສຳ​ປະ​ທານ​ດິນ​ລັດເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຄົບ​ວົງ​ຈອນ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງແຂວງວຽງ​ຈັນ, ໃນ​ເນື້ອ​ທີ່ 125 ເຮັກ​ຕາ.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມຊ່ວຍເຫຼືອປະຊາຊົນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມຊ່ວຍເຫຼືອປະຊາຊົນ

ວັນທີ 31 ສິງຫາ 2026 ນີ້, ທ່ານ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີປະທານຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ສົມທົບກັບ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ກຳລັງກອງບັນຊາການທະຫານແຂວງອຸດົມໄຊ ພ້ອມກັບປະຊາຊົນ ເຂດເທສະບານແຂວງ, ເມືອງໄຊ ແລະ ເຂດເມືອງນາໝໍ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ.
ທະຫານແຂວງອຸດົມໄຊ ເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ

ທະຫານແຂວງອຸດົມໄຊ ເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ

ວັນທີ 31 ສິງຫາ 2026 ນີ້, ທ່ານ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເຄື່ອນໄຫວຕິດຕາມ ແລະ ນຳພາກຳລັງ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຂອບເຂດເມືອງໄຊ.
ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ໃນວັນທີ31ສິງຫາ2026, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານນາງ ຄາມິລາ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມດ້ວຍຄະນະຊ່ຽວຊານທະນາຄານໂລກ ແລະ ຄະນະຈາກສູນກາງ ເຂົ້າພົບປະທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ
ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທິປະຖາກະຖາ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ(13 ສິງຫາ 1950 – 13 ສິງຫາ 2026), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບ​ຮອບ 35 ປີ(15 ສິງຫາ 1991 - 15 ສິງຫາ 2026), ວັນຍຶດອໍານາດ(23 ສິງຫາ 1945 ແລະ 23 ສິງຫາ 1975 – 23 ສິງຫາ 2026 )ຄົບ​ຮອບ 81 ປີແລະ 51 ປີ, ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ໃນ​ວັນ​ທີ 31 ສິງ​ຫາ​ນີ້ ໂດຍ​ການເປັນປະທານຂອງທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງ ແຕ່ທາງແຍກເສັ້ນ ທາງເລກທີ 13 ໃຕ້ ຫາ ດົງກະລໍ ມຸ່ງສູ່ດ່ານສາກົນໜອງນົກຂຽນ - ຕຣາປຽງກຽນ ຊາຍແດນລາວ-ກຳປູເຈຍ ເພື່ອພັດທະນາພື້ນຖານໂຄງລ່າງເຊື່ອມຈອດພາກພື້ນ.
ເພີ່ມເຕີມ