ຄໍາມ່ວນ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 75 ປີ 

ຄໍາມ່ວນ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 75 ປີ 
ວັນທີ 13 ກຸມພາ ຜ່ານມາ, ກອງບັນຊາການທະຫານແຂວງຄໍາມ່ວນ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງຄໍາມ່ວນ (13 ກຸມພາ 1959-13 ກຸມພາ 2024) ຄົບຮອບ 65 ປີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ທ່ານ ພົນຕີ ວັນທອງ ບຸດຕະວົງ ຄະນະພັກ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ກະຊວງປ້ອງກັນປະເທດ, ທ່ານ ພົ.ວ ສົມແຄນ ອັບປະສອນ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ບັນດາຄະນະພັກ-ຄະນະນໍາຂອງແຂວງ, ອະດີດການນໍາປະຕິວັດອາວຸໂສບຳນານ ຕະຫລອດຮອດແຂກຖືກເຊີນ ແລະ ມວນຊົນເມືອງທ່າແຂກເຂົ້າຮ່ວມ.
ທ່ານ ເຈົ້າແຂວງຄໍາມ່ວນ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນທີ 20 ມັງກອນ 1949 ຊຶ່ງແມ່ນມື້ໜຶ່ງທີ່ມີຄວາມໝາຍສໍາຄັນໃນປະຫວັດສາດຂອງຊາດ ກໍຄືຂອງການປະຕິວັດລາວ ເປັນມື້ປະກາດໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ວ່າ ກໍາລັງປະກອບ ອາວຸດ ຂອງການປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໂດຍມີຊື່ວ່າ “ກອງຮ້ອຍລາດຊະວົງ” ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນ ເຂດພຽງສາ, ຕາແສງລາວຮຸ່ງ ເມືອງຊຽງຄໍ້, ແຂວງຫົວພັນໂດຍແມ່ນ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກເປັນຜູ້ ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. 
ໃນໂອກາດດຽວກັນ ຍັງໄດ້ຫວນຄືນໃຫ້ເຫັນການກຳເນີດເກີດຂຶ້ນ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊ ຂອງກໍາລັງປະກອບອາວຸດແຂວງຄໍາມ່ວນ ຕະຫຼອດໄລຍະ 65 ປີຜ່ານມາ ການທົດສອບໃນພຶດຕິກຳແຫ່ງການປັບປຸງກໍ່ສ້າງກໍາລັງ ແລະ ຜ່ານຜ່າແປວໄຟແຫ່ງການສູ້ຮົບຢ່າງຟິລະອາດຫານ, ເດັດດຽວໜຽວແໜ້ນບໍ່ຍອມຈຳນົນ ຈາກຜົນງານໄຊຊະນະ ແລະ ວິລະກຳອັນລ້ຳເລີດຄືດັ່ງກ່າວນັ້ນ ມາເຖິງປີ 1979 ສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ເປີດກອງປະຊຸມຄັດເລືອກ ຍ້ອງຍໍຜົນງານບັນດາກົມກອງ ແລະ ບັນດາແຂວງໃນທົ່ວປະເທດ ຊຶ່ງແຂວງຄໍາມ່ວນ ກໍແມ່ນແຂວງໜຶ່ງທີ່ໄດ້ຖືກຄັດເລືອກໃຫ້ນາມມະຍົດເປັນແຂວງວິລະຊົນ, ກອງຮ້ອຍເອກະລາດ 99 ຂອງແຂວງຄໍາມ່ວນ ໄດ້ຮັບນາມມະຍົດເປັນກອງຮ້ອຍວິລະຊົນ. ນອກນັ້ນ, ຍັງມີບັນດາສະຫາຍນັກຮົບຈໍານວນໜຶ່ງ ທີ່ໄດ້ຮັບນາມມະຍົດວິລະຊົນ ແລະ ນັກຮົບແຂ່ງຂັນ. 
ໃນພິທີດັ່ງກ່າວ, ຍັງໄດ້ຍ້ອງຍໍສັນລະເສີນຜົນງານໃຫ້ແກ່ການນໍາແຂວງຄໍາມ່ວນ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະ 5 ປີ ຜ່ານມາ, ຊຶ່ງໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ II ຈໍານວນ 5 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ຈໍານວນ 14 ສະຫາຍ, ເປັນກຽດປະດັບ ໂດຍສະຫາຍ ພົນຕີ ວັນທອງ ບຸດຕະວົງ. ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ຍັງໄດ້ຮັບຊົມການເດີນສວນສະໜາມຈາກບັນດາກ້ອນກຳລັງຕ່າງໆ, ຊົມການສະແດງສິນລະປະຍຸດທະວິທີການປ້ອງກັນຕົວ ຂອງເລົ່າຮົບພິເສດ ແລະ ການສະແດງໂດດຈ້ອງ ຂອງເລົ່າຮົບທະຫານອາກາດ.     ຂ່າວ : ມະນີວັນ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ບັນຍາກາດການຄ້າຂາຍໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ມີຄວາມຄຶກຄື້ນ, ຊາວຄ້າຂາຍຕ່າງກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ຂາຍດີໃນງານບຸນປີນີ້ ໂດຍມີມວນຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ. ພໍ່ຄ້າແມ່ຄ້າທີ່ມາຕັ້ງຮ້ານຂາຍເຄື່ອງຕ່າງກໍເວົ້າເປັນສຽງດຽວກັນວ່າ ການຄ້າຂາຍໃນປີນີ້ແມ່ນດີກວ່າເກົ່າ.
ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ເຂົ້າຮ່ວມກິດຈະກໍາໃນມື້ບຸນອອກພັນສາປະວໍຣະນາ ໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ວັດ ອົງຕື້ວໍຣະມະຫາວິຫານ. ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ສຸມາລີ ທໍາມະວົງ ຄະນະປະຈໍາພັກ ນວ ເລຂາຄະນະພັກເມືອງ ຫົວໜ້າຄະນະສະມາຊິກສະພາ ນວ ຊຸດທີ V ປະຈໍາເຂດເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ມີພໍ່, ແມ່, ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນໄປເທດສັ່ງສອນອອກຕົນຍາດໂຍມ ບວດລູກ-ຫຼານຊາວບ້ານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າ ຕະຫຼອດມາຈົນເຖິງທຸກວັນນີ້.
ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 26 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຢ້ຽມຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2026. ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພັນລະຍາການນໍາແຂວງເຂົ້າຮ່ວມ.
ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີ ເອດທີ ກຼຸບ (PPST Group) ໄດ້ມອບເງິນ 2.5 ຕື້ກີບ ໃຫ້ແຂວງຄໍາມ່ວນເພື່ອປະກອບສ່ວນກໍ່ສ້າງຫ້ອງການຕາແສງ ແນໃສ່ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບການບໍລິການປະຊາຊົນຢູ່ຂັ້ນຮາກຖານ.
ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ມວນຊົນຈໍານວນຫຼາຍໄດ້ພ້ອມໃຈ ກັນຫຼັ່ງໄຫຼເຂົ້າຮ່ວມປະເພນີການໄຫຼເຮືອໄຟ (ລອຍກະໂທງ) ໃນງານບຸນ ອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ໃນຄໍ່າຄືນຂອງວັນທີ 26 ຕຸລາຜ່ານມາ ຊຶ່ງເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ຈັດຂຶ້ນໃນມື້ເພັງ 15 ຄໍ່າ (ວັນສິນໃຫຍ່) ເພື່ອເປັນການສະແດງຄວາມເຄົາລົບ ແລະ ຂໍຂະມາຕໍ່ພະແມ່ ຄົງຄາ ​ຕາມຄວາມເຊື່ອທາງພຸດທະສາສະໜາ.
ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ, ໃນ​ວັນ​ທີ 25 ຕຸ​ລາ​ຜ່ານ​ມາ, ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ ໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບັນຍາກາດການສະຫຼອງງານບຸນອອກພັນສາປະວໍຣະນາ ປະຈຳປີ 2026 ນີ້ ທີ່ນະຄອນຫຼວງວຽງຈັນ ຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຳຄັນທາງດ້ານຈິດໃຈຂອງພຸດທະສາສະນິກະຊົນລາວ ແລະ ສາກົນ ທີ່ໄດ້ພ້ອມກັນປະພຶດ ປະຕິບັດຕາມຫຼັກທຳຄຳສອນທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ພະອາຈານພວງປະເສີດ ພູມມາວົງ ຮອງປະທານ, ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ໄດ້ໃຫ້ສໍາພາດຕໍ່ທີມຂ່າວ ທີ່ວັດອົງຕື້ວໍຣະມະຫະວິຫານ ວ່າ: ຄວາມໝາຍ ແລະ ຄວາມສຳຄັນຂອງວັນບຸນອອກພັນສາ ປະວໍຣະນາ (ວັນອອກພັນສາ) ຫຼື ວັນມະຫາປະວໍຣະນາ ຖືເປັນວັນສິ້ນສຸດການຈໍາພັນສາ, ຕະຫຼອດໄລຍະເວລາ 3 ເດືອນຂອງພະສົງ-ສາມະເນນ ຕາມພະວິນໂຍບັນຍັດ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ໃນວັນທີ 25 ຕຸລາ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງມືຮັບໃຊ້ການປະຕິບັດງານໃຫ້ອາສາສະໝັກຊາວໜຸ່ມ “ຕະລຸມບອນ” ທີ່ຮ່ວມປະຕິບັດໜ້າທີ່ໃນງານບຸນ ອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ປີ 2026 ແຂວງຈຳປາສັກ.
ເພີ່ມເຕີມ