ຄໍາມ່ວນ-ເຫງ່ອານ ພົບປະແລກປ່ຽນກ່ຽວກັບການສ້າງຕັ້ງເຂດນິຄົມອຸດສາຫະກໍາ

ຄໍາມ່ວນ-ເຫງ່ອານ ພົບປະແລກປ່ຽນກ່ຽວກັບການສ້າງຕັ້ງເຂດນິຄົມອຸດສາຫະກໍາ
ກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບການສ້າງຕັ້ງເຂດນິຄົມອຸດສາຫະກໍາ ລະຫວ່າງ ຄະນະຜູ້ແທນແຂວງຄໍາມ່ວນ ສປປ ລາວ ແລະ ຄະນະຜູ້ແທນແຂວງເຫງ່ອານ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ເມສາຜ່ານມາ ທີ່ເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນແຂວງຄໍາມ່ວນນໍາໂດຍສະຫາຍ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຄໍາມ່ວນ, ຄະນະຜູ້ແທນແຂວງເຫງ່ອານນໍາໂດຍສະຫາຍ ບຸ໋ຍ ແທັງ ອານ ຄະນະປະຈໍາພັກແຂວງ ຮອງປະທານຄະນະກຳມະການປະຊາຊົນແຂວງ, ໂດຍມີຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບໂດຍລວມກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ທີ່ຕັ້ງ, ທ່າແຮງຂອງແຕ່ລະແຂວງ, ຕະຫຼອດເຖິງການພົວພັນຮ່ວມມືໃນຜ່ານມາ ໂດຍສະເພາະດ້ານວຽກງານນິຄົມອຸດສາຫະກໍາຂອງແຂວງ ຄໍາມ່ວນ - ເຫງ່ອານ. ສໍາລັບການລົງທຶນຂອງ ສສ ຫວຽດນາມ ຢູ່ແຂວງຄໍາມ່ວນ ມີ 37 ໂຄງການ, ມີມູນຄ່າການລົງທຶນທັງໝົດ 549 ລ້ານກວ່າໂດລາ. ພ້ອມນີ້ ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນເປັນຕົ້ນແມ່ນບັນຫາກ່ຽວກັບການສ້າງຕັ້ງນິຄົມອຸດສາຫະກຳຢູ່ແຂວງຄໍາມ່ວນ, ທີ່ຕັ້ງພູມສັນຖານ, ນິຕິກຳຕ່າງໆ ທີ່ກ່ຽວຂ້ອງ ລວມເຖິງນະໂຍບາຍ ເພື່ອດຶງດູດສົ່ງເສີມການລົງທຶນໃຫ້ແກ່ນັກທຸລະກິດທີ່ມາລົງທຶນຢູ່ເຂດນິຄົມອຸດສາຫະກຳ.
ໃນວັນດຽວກັນນັ້ນ ຄະນະຜູ້ແທນແຂວງເຫງ່ອານ ຍັງໄດ້ເດີນທາງໄປຢ້ຽມຢາມສັກກະລະບູຊາຮູບຫລໍ່ ປະທານ ໂຮ່ຈິມິນ ທີ່ອະນຸສອນສະຖານປະທານໂຮ່ຈິມິນ ທີ່ບ້ານຊຽງຫວາງ ເມືອງໜອງບົກ ແລະ ທັດສະນະສຶກສາຢ້ຽມຊົມເຂດນິຄົມອຸດສາຫະກໍາຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ.
(ຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວການຮ່ວມມື

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ໃນວັນທີ 26 ຕຸລານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກ ຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກຊູແອດປະຈຳ ສປປ ລາວ, ມີສຳນັກ ງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ