![]() |
ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແມ່ນນະໂຍບາຍປ່ອຍແຫຼ່ງທຶນທີ່ມີດອກເບ້ຍຕໍ່າ ໃຫ້ແກ່ທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ແກ່ຫົວໜ່ວຍທຸລະກິດ, ແຫຼ່ງທຶນດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2023, ຊຶ່ງໃນປີ 2024 ໄດ້ອະນຸມັດແຫຼ່ງທຶນທັງໝົດ 17 ຫົວໜ່ວຍທຸລະກິດ ມູນຄ່າ 19.54 ຕື້ກີບ ກວມເອົາ 24.43% ຂອງແຫຼ່ງທຶນທີ່ໄດ້ຮັບທັງໝົດ (80 ຕື້ກີບ), ມາຮອດປັດຈຸບັນ ສະເພາະແຂວງຄຳມ່ວນ ສາມາດອະນຸມັດແຫຼ່ງທຶນໃຫ້ແກ່ 37 ຫົວໜ່ວຍທຸລະກິດ ລວມມູນຄ່າ 40.35 ຕື້ກີບ, ກວມເອົາ 50.44%. ໃນການປ່ອຍສິນເຊື່ອຄັ້ງນີ້, ສ່ວນຫຼາຍແມ່ນປ່ອຍໃຫ້ແກ່ຂະແໜງກະສິກຳ, ຂະແໜງບໍລິການ, ທ່ອງທ່ຽວ, ຂະແໜງການຄ້າ, ອຸດສາຫະກຳປຸງແຕ່ງ ແລະ ອື່ນໆ.
ການລົງເຄື່ອນໄຫວຂອງຄະນະຮັບຜິດຊອບຄັ້ງນີ້, ໄດ້ຕິດຕາມ, ກວດກາ ຫົວໜ່ວຍ ບໍລິສັດ ດົງບູນ ສົ່ງເສີມການລ້ຽງສັດ ຈຳກັດຜູ້ດຽວ ຂອງທ່ານ ສຳລານ ໄຊນາມວົງສາ ບ້ານດົງບູນ ເມືອງໜອງບົກ, ບໍລິສັດ ເກສອນຟາມ ແລະ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຂອງທ່ານ ນາງ ເກສອນ ຈັນທະວົງຈິດ ບ້ານໜອງບົກ ເມືອງໜອງບົກ. ເພື່ອປະເມີນເຖິງປະສິດທິພາບ, ຄວາມເຂັ້ມແຂງ ແລະ ການຂະຫຍາຍຕົວຂອງຫົວໜ່ວຍທຸລະກິດ ແນໃສ່ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດໃຫ້ເຂົ້າເຖິງແຫຼ່ງທຶນດັ່ງກ່າວ ໃຫ້ຫຼາຍຂຶ້ນໃນຕໍ່ໜ້າ ເພື່ອກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວ ທັງເປັນການສົ່ງເສີມການຜະລິດພາຍໃນໃຫ້ສູງຂຶ້ນ ທົດແທນການນໍາເຂົ້າ, ການເປັນແຂວງທີ່ສາມາດກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຫຼາຍຂຶ້ນ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ