ມອບເຄື່ອງໃຫ້ແກ່ກອງພັນໃຫຍ່ ຈໍ 101

ຄະນະນໍາແຂວງໄຊສົມບູນ ມອບເຄື່ອງໃຫ້ແກ່ກອງພັນໃຫຍ່ ຈໍ 101

ຄະນະນໍາແຂວງໄຊສົມບູນ ມອບເຄື່ອງໃຫ້ແກ່ກອງພັນໃຫຍ່ ຈໍ 101
ໃນຕອນເຊົ້າວັນທີ 23 ມັງກອນນີ້, ຕາງໜ້າຄະນະພັກ, ອົງການປົກຄອງແຂວງ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນຂອງແຂວງໄຊສົມບູນ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກພ້ອມເງິນສົດ
ຈຳນວນໜຶ່່ງໃຫ້ແກ່ ກອງພັນໃຫຍ່ ຈໍ 101 ໂດຍການນໍາພາຂອງທ່ານ ອຸດອນ ສິງດາລາ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັນ ທ່ານ ພັອ ໄມພອນ ພິພັກ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ ຈໍ 101 ພ້ອມດ້ວຍຄະນະເຂົ້າຮ່ວມ.
ເຄື່ອງທີ່ນຳໄປມອບໃນຄັ້ງນີ້, ປະກອບມີເຄື່ອງອຸປະໂພກ-ບໍລິໂພກ ທີ່ລວບລວມຈາກໜ່ວຍອົງການຈັດຕັ້ງມະຫາຊົນ ຢູ່ບັນດາພະແນກການ, ອົງການກົມກອງໃນທົ່ວແຂວງ ແລະ ຄອບຄົວການນຳແຂວງໃຫ້ການສະໜັບສະໜູນ ເພື່ອມອບໃຫ້ກອງພັນໃຫຍ່ ຈໍ 101 ເພື່ອນໍາໄປມອບຕໍ່ໃຫ້ອ້າຍນ້ອງທະຫານຂອງຕົນ ທີ່ປະຈຳຢູ່ປ້ອມເຂດຫ່າງໄກ ຊຶ່ງມີິຄວາມຫຍຸ້ງຍາກໃນການເດີນທາງໄປຮອດ ເພື່ອໃຫ້ໄດ້ຮັບເຄື່ອງຢ່າງທົ່ວເຖິງ. ພ້ອມນີ້ ທ່ານ ອຸດອນ ສິງດາລາ ຕາງໜ້າອົງການປົກຄອງແຂວງ ໄດ້ມອບກະຕ່າຂອງຂວັນ ແລະ ເງິນສົດຈຳນວນ 10 ລ້ານກີບ ໃຫ້ກອງພັນໃຫ່ຍ ຈໍ 101 ຕື່ມອີກ, ຊຶ່ງຕາງໜ້າກ່າວຮັບໂດຍ ທ່ານ ພັນເອກ ໄມພອນ ພິພັກ. ໂອກາດດຽວກັນນັ້ນ ທາງຄະນະກໍ່ຍັງໄດ້ອວຍພອນໃຫ້ແກ່ອ້າຍນ້ອງທະຫານ ໂດຍສະເພາະແມ່ນອ້າຍນ້ອງ ແລະ ຄະນະພັກກອງພັນໃຫຍ່ ຈໍ 101 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
(ຂ່າວ: ວຽງໃຈ ຄໍາມະນີວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ວັນທີ 21 ມັງກອນຜ່ານມານີ້, ສະຫະພັນກຳມາບານ ແຂວງສາລະວັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ພາຍໃຕ້ຮົ່ມທຸງໄຊ ປະຕິວັດ ຂອງພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 22 ມັງກອນ 2026ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ມະຕິກົມການເມືອງສູນກາງພັກ ໄດ້ເນັ້ນໜັກວ່າ ອົງຄະນະພັກທຸກຂັ້ນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງລະດັບຄາດ ໝາຍ.
ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ໃນໂອກາດທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການຕ່າງປະເທດປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນ

ກະຊວງການຕ່າງປະເທດປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນ

ໃນວັນທີ22ມັງກອນ 2026ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC),ໄດ້ຈັດພິທີປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຊາຍແດນ ລາວ-ຫວຽດນາມ ແລະ ຊາຍແດນ ລາວ-ມຽນມາ,ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ;ມີການນຳຈາກກະຊວງກ່ຽວຂ້ອງ, ການນຳແຂວງຊາຍແດນຈຳນວນ12ແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງເຂົ້າຮ່ວມ
ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ “ບ້ານພັດທະນາດ້ານປ່າໄມ້”

ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ “ບ້ານພັດທະນາດ້ານປ່າໄມ້”

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ “ບ້ານພັດທະນາດ້ານປ່າໄມ້” ລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍກົມປ່າໄມ້ ແລະ ອົງການອະນຸລັກສັດປ່າ WCS ປະຈໍາ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 22 ມັງກອນນີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ.
ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດປະຈໍາປີ 2025 ແລະ ວາງທິດທາງແຜນວຽກຈຸດສຸມປີ 2026 ໃນວັນທີ 22 ມັງກອນນີ້ ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການນໍາແຂວງຫຼວງພະບາງ ຢ້ຽມຢາມຄົນເຈັບທີ່ກຳລັງປີ່ນປົວສຸຂະພາບຢູ່ໂຮງໝໍບໍລິເວນ 107

ການນໍາແຂວງຫຼວງພະບາງ ຢ້ຽມຢາມຄົນເຈັບທີ່ກຳລັງປີ່ນປົວສຸຂະພາບຢູ່ໂຮງໝໍບໍລິເວນ 107

ວັນທີ 19 ມັງກອນ ຜ່ານມານີ້, ການນໍາພັກ-ລັດ ແຂວງຫຼວງພະບາງ ໄດ້ເຂົ້າຢ້ຽມຢາມຄົນເຈັບທີ່ກຳລັງປີ່ນປົວສຸຂະພາບຢູ່ ໂຮງໝໍບໍລິເວນ 107 ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ ນໍາໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ໃຫ້ກຽດຕ້ອນຮັບໂດຍທ່ານ ພັນເອກ ໄພວັນ ຈັນທະສຸກ ອໍານວຍການໂຮງໝໍບໍລິເວນ 107 ພ້ອມດ້ວຍຄະນະ. ໂອກາດນີ້, ພັນເອກ ໄພວັນ ຈັນທະສຸກ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາ.
ເພີ່ມເຕີມ