ເຊັນບົດບັນທຶກຮ່ວມມື ລະຫວ່າງ ຄະນະຜູ້ແທນກຳມະການຊາຍແດນ

ຄະນະຜູ້ແທນກຳມະການຊາຍແດນ ສະຫວັນນະເຂດ-ກວາງຈິ ເຊັນບົດບັນທຶກຮ່ວມກັນປະຈໍາປີ

ຄະນະຜູ້ແທນກຳມະການຊາຍແດນ ສະຫວັນນະເຂດ-ກວາງຈິ ເຊັນບົດບັນທຶກຮ່ວມກັນປະຈໍາປີ
ກອງປະຊຸມພົບປະປະຈໍາປີ 2024 ແລະ ເຊັນບົດບັນທຶກຮ່ວມມື ລະຫວ່າງ ຄະນະຜູ້ແທນກຳມະການຊາຍແດນແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 10 ທັນວາຜ່ານມາ ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ,

 ຝ່າຍແຂວງສະຫວັນນະເຂດນຳໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກໍາມະການຊາຍແດນ ລາວ-ຫວຽດນາມຂັ້ນແຂວງ ພ້ອມຄະນະ, ແຂວງກວາງບິ່ງນຳໂດຍທ່ານ ຮ່າ ຊີ ດົ່ງ ຮັກສາການປະທານຄະນະກໍາມະການປະຊາຊົນແຂວງ, ປະທານຄະນະກໍາມະການຊາຍແດນ ຫວຽດນາມ-ລາວ ຂັ້ນແຂວງ ພ້ອມຄະນະ.

ໂອກາດນີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ແລະ ທ່ານ ຮ່າ ຊີ ດົ່ງ ກໍໄດ້ຜັດປ່ຽນກັນມີຄໍາເຫັນ, ຊຶ່ງໄດ້ຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມຂອງສອງແຂວງ ສະຫວັນນະເຂດ - ກວາງຈິ. ຈາກນັ້ນ, ກໍໄດ້ປຶກສາຫາລືການປະຕິບັດວຽກງານຊາຍແດນຮ່ວມກັນໃນປີ 2024 ຊຶ່ບັນດາດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ຢູ່ລຽບຕາມບໍລິເວນຊາຍແດນແຂວງສະຫວັນນະເຂດ ແມ່ນມີຄວາມໝັ້ນຄົງ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພທາງດ້ານສັງຄົມ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການໄປ-ມາ ແລະ ແລກປ່ຽນສິນຄ້າຂອງປະຊາຊົນທີ່ອາໄສຢູ່ລຽບຕາມບໍລິເວນຊາຍແດນ, ບັນດາກອງກໍາລັງເຈົ້າໜ້າທີ່ໄດ້ມີການແລກປ່ຽນຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ, ໄດ້ມີການລາດຕະເວນເພື່ອປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຍຮ້ອຍຕາມບໍລິເວນຊາຍແດນ ແລະ ສະກັດກັ້ນພະຍາດລະບາດຂ້າມແດນ, ສອງຝ່າຍ, ປະສານສົມທົບກັນໃນການປ້ອງກັນການກະທໍາຜິດຕາມບໍລິເວນຊາຍແດນ ເປັນຕົ້ນແມ່ນ: ການຂົນສົ່ງແຮ່ທາດທີ່ມີຄ່າ, ການຂຸດຄົ້ນຊັບພະຍາກອນປ່າໄມ້, ເຄື່ອງປ່າຂອງດົງ, ລ່າເນື້ອ, ການຄ້າຂາຍ-ຂົນສົ່ງຢາເສບຕິດ, ການຄ້າຂາຍເຖື່ອນ ແລະ ອື່ນໆ ທີ່ຜິດຕໍ່ກົດໝາຍຂ້າມຜ່ານຊາຍແດນ ແລະ ດ່ານຊາຍແດນ ໂດຍມີການແຈ້ງໃຫ້ກັນຊາບຕໍ່ສະພາບການທີ່ກ່ຽວພັນເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ໄດ້ປະຕິບັດການຈັບກຸມ, ຕັກເຕືອນຜູ້ກະທໍາຜິດຢູ່ຕາມບໍລິເວນຊາຍແດນ, ດໍາເນີນການແກ້ໄຂຕາມລະບຽບກົດໝາຍຂອງແຕ່ລະປະເທດ ແລະ ສັນຍາຂອງສອງລັດຖະບານທີ່ໄດ້ລົງນາມຮ່ວມກັນຢ່າງເຂັ້ມງວດ.

ຕອນທ້າຍຂອງກອງປະຊຸມ, ສອງຝ່າຍກໍໄດ້ມີການເຊັນບົດບັນທຶກວຽກງານຊາຍແດນ ປະຈໍາປີ 2024 ໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດປະທານຄະນະກໍາມະການຊາຍແດນ ລາວ-ຫວຽດນາມຂັ້ນແຂວງ ແລະ ທ່ານ ຮ່າ ຊີ ດົ່ງ ຮັກສາການປະທານຄະນະກໍາມະການປະຊາຊົນແຂວງ, ປະທານຄະນະກໍາມະການຊາຍແດນ ຫວຽດນາມ-ລາວ ຂັ້ນແຂວງ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການຮ່ວມມື

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ສື່ມວນຊົນລາວ ຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສສ ຫວຽດນາມ

ຄະນະຜູ້ແທນສື່ມວນຊົນລາວ ນໍາໂດຍ ສະຫາຍສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນໄດ້ພົບປະ ແລະ ເຮັດວຽກກັບ ພະແນກວັດທະນະທຳ ແລະ ກິລາ, ໜັງສືພິມຕວຍແຈ,ວິທະຍຸ, ໂທລະພາບ ແລະ ພາກສ່ວນທີ່ກ່ຽວຂ້ອງໃນ​ວັນ​ທີ 26 ຕຸ​ລາ​ຜ່ານ​ມາທີ່ນະຄອນຫລວງໂຮຈີມິນເຊິ່ງນໍາໂດຍສະຫາຍ ເລ ວັນ ທາຍ ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນໂຮ່ຈິມິງ,ທັງສອງຝ່າຍໄດ້ແລກບົດຮຽນກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານໃນສະພາບການຫັນເປັນດີຈີຕ໋ອນເຊິ່ງເປັນການນິຍົມຫລາຍໃນສື່ສັງຄົມອອນລາຍໃນຍຸກປັດຈຸບັນ,​ ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານສື່ມວນຊົນ.
ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ສຊປລ ແລະ Viettel ຫາລືການຮ່ວມມືສົ່ງເສີມທັກສະດີຈີຕອນ

ເມື່ອບໍ່ດົນມານີ້ ທີ່ສຳນັກງານໃຫຍ່ກຸ່ມບໍລິສັດຫວຽດເທວ (Viettel), ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ນຳພາຄະນະຜູ້ແທນຊາວໜຸ່ມເຂົ້າພົບປະ ແລະ ເຮັດວຽກກັບກຸ່ມບໍລິສັດ Viettel, ໂດຍທ່ານ ກາວ ແອງ ເຊີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ການຕ້ອນຮັບ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ (ນວ) ສປປ ລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ), ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາແຫ່ງນະຄອນເສີນເຈີນ, ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີບັນດາຜູ້ແທນພະເຖຣານຸເຖຣະຈາກ 29 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ.
ເພີ່ມເຕີມ