ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຣັງເດີ ເປຢາຣາມີເຣດສ

ຄະນະຜູ້ແທນຂັ້ນສູງ ຂອງພັກສັງຄົມນິຍົມເອກະພາບເວເນຊູເອລາ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງຂອງພັກປປ ລາວ

ຄະນະຜູ້ແທນຂັ້ນສູງ ຂອງພັກສັງຄົມນິຍົມເອກະພາບເວເນຊູເອລາ  ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງຂອງພັກປປ ລາວ
ໃນວັນທີ 10 ທັນວາ ນີ້,ສະຫາຍ ບຸນທອງ ຈິດມະນີກໍາມະການກົມການເມືອງສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຣັງເດີ ເປຢາຣາມີເຣດສ

 

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກສັງຄົມນິຍົມເອກະພາບເວເນຊູເອລາຮອງລັດຖະມົນຕີກະຊວງການຕ່າງປະເທດອໍານາດປະຊາຊົນເວເນຊູເອລາ ພ້ອມດ້ວຍຄະນະ.

ໃນໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍການມາຢ້ຽມຢາມ ສປປ ລາວ ຂອງຄະນະ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກລະຫວ່າງ ສະຫາຍ ຣັງເດີ ເປຢາຣາມີເຣດສ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປປ ລາວ ທີ່ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງພັກຊຶ່ງເປັນນິມິດໝາຍອັນໃໝ່ ແລະ ເປັນບາດກ້າວສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງພັກ ໃຫ້ໜັກແໜ້ນຫຼາຍຂຶ້ນ;ໄດ້ແຈ້ງໃຫ້ຊາບສະພາບພົ້ນເດັ່ນ ຢູ່ ສປປ ລາວ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກປປ ລາວແລະຊົມເຊີຍ ຜົນສໍາເລັດອັນໃຫຍ່ຫຼວງ ທີ່ປະຊາຊົນເວເນຊູເອລາອ້າຍນ້ອງຍາດມາໄດ້ ໂດຍສະເພາະແມ່ນຜົນສໍາເລັດທີ່ມີຄວາມໝາຍສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນ ຂອງພັກສັງຄົມສັງຄົມນິຍົມເອກະພາບເວເນຊູເອລາ ຕະຫຼອດໄລຍະຜ່ານມາ. ຕີລາຄາສູງຕໍ່ສາຍພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເວເນຊູເອລາຊຶ່ງໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດປະຕິວັດຢູ່ສອງປະເທດລາວ ແລະ ເວເນຊູເອລາ ກໍຄືພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ສະຫາຍ ຣັງເດີ ເປຢາ ຣາມີເຣດສໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະໃນຄັ້ງນີ້, ສະແດງຄວາມດີໃຈ ທີ່ໄດ້ມີໂອກາດຢ້ຽມຢາມ ສປປ ລາວເປັນຄັ້ງທໍາອິດ ແລະ ໄດ້ເຫັນຕົວຈິງ ໃນການສ້າງສາພັດທະນາປະເທດຊາດຂອງລາວໃຫ້ຮັ່ງມີ ແລະ ເຂັ້ມແຂງ,ພ້ອມຕີລາຄາສູງຕໍ່ຜົນສໍາເລັດ ທີ່ສປປ ລາວ ຍາດມາໄດ້ ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກປປ ລາວ ຈະສາມາດສືບຕໍ່ປະສົບຜົນສໍາເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ແຈ້ງຈຸດປະສົງການມາຢ້ຽມຢາມ, ລາຍງານ ກ່ຽວກັບສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ແລະ ບົດບາດຂອງພັກສັງຄົມນິຍົມເອກະພາບເວເນຊູເອລາ ໃນການນໍາພາປະເທດ ໃຫ້ ສະຫາຍ ບຸນທອງ ຈິດມະນີ ໄດ້ຮັບຊາບ. ໃນໂອກາດນີ້, ພັກ, ລັດເວເນຊູເອລາ ໄດ້ສະເເດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆກັບ ສປປ ລາວ ໃຫ້ຫຼາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ເວເນຊູເອລາ-ລາວ.

ຂ່າວ:ຄຕພ,ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຫຼື (UNFCCC) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-20 ພະຈິກ ນີ້ ທີ່ເມືອງ ອານຕາເລຍ ປະເທດຕວັກກີ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດ ທີ່ເປັນລັດພາຄີຂອງສົນທິສັນຍາດັ່ງກ່າວ ຈຳນວນ 195 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ ຫຼາຍກວ່າ 90,000 ຄົນ. ກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມປະກອບມີຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ, ຂະແໜງການຕ່າງປະເທດ, ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.
ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ວັນທີ 13-16 ພະຈິກຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ(ສພຊ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 49 ທີ່ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ ຊຶ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິ ການໃຫຍ່ໄອປາ ເຂົ້າຮ່ວມ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ເພີ່ມເຕີມ