ຄະນະສະເພາະກິດ 19 ກມສພ  ຕິດຕາມວຽກງານຂົງເຂດທະນາຄານ

ຄະນະສະເພາະກິດ 19 ກມສພ  ຕິດຕາມວຽກງານຂົງເຂດທະນາຄານ
ໃນວັນທີ 13 ຕຸລາ ຜ່ານມາ ທີ່ທະນາຄານແຫ່ງ ສປປ ລາວ, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຄະນະສະເພາະກິດ 19/ກມສພ, ທັງເປັນຫົວໜ້າກອງເລຂາຄະນະສະເພາະກິດ ພ້ອມດ້ວຍກອງເລຂາຊ່ວຍວຽກຄະນະ ຈາກ ຫສນຍ ແລະ ບັນດາກະຊວງກ່ຽວຂ້ອງ ໄດ້ລົງເຄື່ອນໄຫວເຮັດວຽກຮ່ວມກັບຄະນະນໍາ ທະນາຄານ ແຫ່ງ ສປປ ລາວ (ທຫລ) ໂດຍມີທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ, ບັນດາຄະນະກົມ  ທຫລ ເຂົ້າຮ່ວມ.
ໃນໂອກາດກ່າວດັ່ງ, ທ່ານລັດຖະມົນຕີ ໄດ້ກ່າວມີຄໍາເຫັນບາງຕອນວ່າ: ການມາເຮັດວຽກຂອງຄະນະຄັ້ງ: (1) ເພື່ອຮັບຟັງຄໍາຄິດຄໍາເຫັນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂົງເຂດທະນາຄານ ໂດຍສະເພາະການຈັດຕັ້ງປະຕິບັດແຜນເງິນຕາ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ລວມທັງຮັບຟັງບັນດາຂໍ້ສະເໜີ ຈາກ ທຫລ ຕໍ່ຂະແໜງການອື່ນ, (2) ເປັນການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກຳ ກໍຄືມາດຕະການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ບາງວຽກງານທີ່ຕິດພັນກັບຂະແໜງທະນາຄານ ນັບແຕ່ມື້ແຕ່ງຕັ້ງຄະນະສະເພາະກິດ 19/ກມສພ, ວັນທີ 30 ມິຖຸນາ 2023 ມາຮອດປັດຈຸບັນ ລວມທັງທິດທາງແຜນການແກ້ໄຂໄລຍະກາງ ແລະ ໄລຍະຍາວໃນຕໍ່ໜ້າ. ຮັບຟັງ ລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຈຸດສຸມ ຂອງຄະນະສະເພາະກິດ 19/ກມສພ, ເລກທີ 01/ນຍ, ລົງວັນທີ 18 ກໍລະກົດ 2023 ທີ່ຕິດພັນກັບພາລະບົດບາດຂອງ ທຫລ ໂດຍສະເພາະມາດຕະການແກ້ໄຂເງິນເຟີ້, ມາດຕະການແກ້ໄຂອັດຕາແລກປ່ຽນ, ມາດຕະການຄຸ້ມຄອງເງິນຕາຕ່າງປະເທດ, ການຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 3 ເດືອນຜ່ານມາ (ດ້ານດີ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ), ບົດຮຽນທີ່ສາມາດຖອດຖອນໄດ້, ທິດທາງ ແລະ ມາດຕະການໃນຕໍ່ໜ້າ; ຄວາມຄືບໜ້າການຈັດຕັ້ງປະຕິບັດຂໍ້ຕົກລົງເລກທີ 93/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນລົງສູ່ທ້ອງຖິ່ນ ເວົ້າລວມ, ເວົ້າສະເພາະ ແມ່ນລົງເລິກປະຕິບັດທິດຊີ້ນໍາຂອງລັດຖະບານ ຕາມແຈ້ງການສະບັບເລກທີ 1424/ຫສນຍ, ລົງວັນທີ 1 ສິງຫາ 2023 ແລະ ແຈ້ງການສະບັບເລກທີ 1644/ຫສນຍ, ລົງວັນທີ 30 ສິງຫາ 2023. ພາຍຫຼັງໄດ້ຮັບຟັງການລາຍງານ ບັນດາຜູ້ເຂົ້າຮ່ວມ ກໍໄດ້ສະເໜີຄຳຄິດຄໍາເຫັນ ຢ່າງກົງໄປກົງມາ ພ້ອມກັນປຶກສາຫາລື ແລະ ໄດ້ສະເໜີແລກປ່ຽນບາງຂໍ້ມູນດ້ານວິຊາການ. 
  ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ໄດ້ມີຄຳເຫັນສັງລວມເນື້ອໃນສຳຄັນ ໂດຍຍົກໃຫ້ເຫັນຄວາມພະຍາຍາມ ເອົາໃຈໃສ່ຂອງພາກສ່ວນຕ່າງໆ ເຮັດໃຫ້ມີຜົນສຳເລັດ ລວມທັງໄດ້ສະ
ເໜີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕິດພັນກັບຂະແໜງການທະນາຄານ ຊຶ່ງຈະຕ້ອງໄດ້ພ້ອມກັນສຸມແກ້ໄຂໃຫ້ມີການຫັນປ່ຽນຢ່າງວ່ອງໄວ, ເລິກເຊິ່ງ ແລະ ຮອບດ້ານ ບົນພື້ນຖານຄວາມເປັນເຈົ້າການຮັບຜິດຊອບສູງ, ສຸມທຸກຄວາມສາມາດ ແລະ ເອົາການເອົາງານ ເພື່ອຈະພ້ອມກັນແກ້ໄຂຜ່ານຜ່າ ບັນດາຂໍ້ຫຍຸ້ງຍາກຕ່າງໆໃຫ້ໄດ້ ແລະ  ທ່ານໄດ້ມີຄຳເຫັນສະເໜີໃຫ້ ທຫລ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ (1) ໃຫ້ປະເມີນຄືນບັນດາເຄື່ອງມື, ກົນໄກນະໂຍບາຍທີ່ໃຊ້ໃນປັດຈຸບັນ ອັນໃດທີ່ມີປະສິດທິພາບແລ້ວ ຄວນສືບຕໍ່ ແລະ ອັນໃດບໍ່ມີປະສິດທິພາບ ຄວນໄດ້ປັບປຸງປ່ຽນແປງ ບົນພື້ນຖານຕ້ອງຢຶດໝັ້ນຜົນການຄົ້ນຄວ້າທາງດ້ານເຕັກນິກວິຊາການ; (2) ລົງເລິກການປະເມີນຄືນບັນດາໜ້າວຽກລະອຽດຕົວຈິງ ໃນຈໍານວນ 91 ໜ້າວຽກ ຢູ່ໃນຄວາມຮັບຜິດຊອບຂອງ ທຫລ ທີ່ໄດ້ກໍານົດຢູ່ໃນແຜນດໍາເນີນງານຂອງຄະນະສະເພາະກິດ 19/ກມສພ ໂດຍໃຫ້ສ້າງບັນຊີການກວດກາຄວາມຄືບໜ້າຂອງບັນດາໜ້າວຽກດັ່ງກ່າວລະອຽດ ເພື່ອໃຫ້ສາມາດຮູ້ໄດ້ວ່າວຽກໃດຈັດຕັ້ງປະຕິບັດສໍາເລັດແລ້ວ, ວຽກໃດກໍາລັງຈັດຕັ້ງປະຕິບັດ ແຕ່ຍັງບໍ່ທັນສໍາເລັດ ແລະ ວຽກໃດທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ; (3) ໃຫ້ຄົ້ນຄວ້າມີຄຳເຫັນທາງດ້ານວິຊາການຕໍ່ບັນດາຄໍາເຫັນ, ຄຳສະເໜີ ໃນຄັ້ງນີ້ ໂດຍສະເພາະທີ່ຕິດພັນກັບບັນຫາພົ້ນເດັ່ນໃນຂົງເຂດທະນາຄານ ແລ້ວລາຍງານຄະນະສະເພາະກິດ 19/ກມສພ ມີທິດຊີ້ນຳຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ. 
ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ເພີ່ມເຕີມ