ຂະແໜງ ຍທຂ ສືບຕໍ່ປະຕິບັດວຽກງານສາມສ້າງ.

ຂະແໜງ ຍທຂ ສືບຕໍ່ປະຕິບັດວຽກງານສາມສ້າງ.
ໂດຍ: ຕະວີນຍານ
ເພື່ອຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຕາມທິດທາງແຜນການປີ 2023 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ). ໃນປີ 2023 ຜ່ານມາ, ກະຊວງ ຍທຂ ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກໍາ ທີ່ກ່ຽວຂ້ອງ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ, ອັນພົ້ນເດັ່ນໄດ້ແບ່ງງົບປະມານກອງທຶນທາງ ໃຫ້ແຕ່ລະແຂວງເພື່ອນໍາໃຊ້ເຂົ້າໃນການບູລະນະທາງຫຼວງທ້ອງຖິ່ນ, ໄດ້ສົມທົບກັບພະແນກ ຍທຂ ແຂວງ ໄຊສົມບູນ ປຶກສາຫາລື ແລະ ຄົ້ນຄວ້າແບ່ງຄວາມຮັບຜິດຊອບ ວຽກງານວິຊາສະເພາະຕາມທິດສາມສ້າງ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ ດໍາລັດ ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນ ສະບັບເລກທີ 414/ລບ ລົງວັນທີ 10 ທັນວາ 2019. ໃນນີ້, ໄດ້ຕົກລົງເປັນເອກະພາບແບ່ງຄວາມຮັບຜິດຊອບບັນດາກິດຈະກໍາໜ້າວຽກທີ່ນອນໃນ 4 ກຸ່ມ ຄື: 1. ການຄຸ້ມຄອງວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫຼວງ; 2. ການຄຸ້ມຄອງທີ່ດິນທາງຫຼວງ; 3. ການຄຸ້ມຄອງຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຟື້ນຟູທາງຫຼວງແຫ່ງຊາດ ແລະ 4. ການຄຸ້ມຄອງງົບປະມານກອງທຶນທາງ; ມອບ 16 ໜ້າວຽກ ທີ່ຕິດພັນກັບວຽກງານນ້ຳປະປາ ແລະ ສຸຂາພິບານ ໃຫ້ບັນດາພະແນກ ຍທຂແຂວງ ທົ່ວປະເທດ ແລະ ນະຄອນຫຼວງວຽງຈັນ ເປັນຜູ້ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ລັດຖະກອນທີ່ເຮັດວຽກກັບທາດເບື່ອ, ເຄມີ, ສານພິດຕ່າງໆ ແລະ ການປະຕິບັດນະໂຍບາຍອື່ນໆ ຕໍ່ລັດຖະກອນ. ນອກຈາກນັ້ນ,ກະຊວງ ຍທຂ ຍັງໄດ້ຊີ້ນໍາພະແນກ ຍທຂ ທົ່ວປະເທດ ກະຕຸກຊຸກຍູ້ ຕິດຕາມໂຄງພັດທະນາໂຄງລ່າງພື້ນຖານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກໄດ້ສໍາເລັດຫຼາຍໜ້າວຽກ ເຮັດໃຫ້ການໄປມາຫາສູ່ຂອງປະຊາຊົນສະດວກຂຶ້ນຕື່ມ.
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ເພີ່ມເຕີມ