ແຂວງວຽງຈັນ ມອບວຽກງານການຂຶ້ນທະບຽນອອກໃບຕາດິນ ໃຫ້ຫ້ອງການ ຊສ 5 ເມືອງ

ແຂວງວຽງຈັນ ມອບວຽກງານການຂຶ້ນທະບຽນອອກໃບຕາດິນ ໃຫ້ຫ້ອງການ ຊສ 5 ເມືອງ
ໃນວັນທີ 15 ກຸມພາ ຜ່ານມາ, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງວຽງຄຳ, ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ (ຊສ) ແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ວຽກງານການຂຶ້ນທະບຽນອອກໃບຕາດິນ, ຈົດທະບຽນການເຄື່ອນໄຫວ-ປ່ຽນແປງສິດນຳໃຊ້ທີ່ດິນ ໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) 5 ເມືອງ ຄື: ເມືອງໂພນໂຮງ, ເມືອງທຸລະຄົມ, ວັງວຽງ, ກາສີ ແລະ ເມືອງຊະຄາມ ໂດຍການມອບຂອງທ່ານ ສະໝານ ວິເສດຍະພົງ ຫົວໜ້າພະແນກ ຊສ ແຂວງວຽງຈັນ ແລະ ຮັບໂດຍ ຫົວໜ້າຫ້ອງການ ຊສ 5 ເມືອງດັ່ງກ່າວ, ມີທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ 5 ເມືອງດັ່ງກ່າວ ເຂົ້າຮ່ວມເປັນສັກຂີພິຍານ.
    ທ່ານ ສະໝານ ວິເສດຍະພົງສ໌ ໄດ້ລາຍງານວ່າ: ສະພາບການຄຸ້ມຄອງນຳໃຊ້ທີ່ດິນຢູ່ແຂວງວຽງຈັນ ໃນໄລຍະຜ່ານມາ ແລະ ທິດທາງແຜນການປີ 2024 ຊຶ່ງທ່ານໄດ້ຍົກໃຫ້ເຫັນ ວຽກງານຈັດສັນ ແລະ ວາງແຜນນໍາໃຊ້ທີ່ດິນ, ວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ສຳມະໂນທີ່ດິນ, ວຽກງານຈົດທະບຽນນິຕິກຳທີ່ດິນ, ວຽກງານຄຸ້ມຄອງດິນລັດ, ວຽກງານແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ວຽກງານດິນເຊົ່າ-ສໍາປະທານທີ່ດິນຂອງລັດ. ທີ່ພົ້ນເດັ່ນໃນໄລຍະຜ່ານເປັນຕົ້ນສຳເລັດການລົງເຜີຍແຜ່ແຜນຈັດສັນທີ່ດິນຈຸລະພາກຂັ້ນບ້ານກຸ່ມບ້ານຢູ່ເມືອງວັງວຽງ ໄດ້ 3 ກຸ່ມບ້ານ, ມີຈຳນວນ 28 ບ້ານ, ໄດ້ລົງຈັດສັນທີ່ດິນ ຕາມແລວທາງລົດໄຟລາວ-ຈີນ ຢູ່ 7 ເມືອງຄື: ເມືອງ ທຸລະຄົມ, ວຽງຄຳ, ແກ້ວອຸດົມ, ໂພນໂຮງ, ຫິນເຫີບ, ວັງວຽງ ແລະ ເມືອງກາສີ. ສັງລວມຂໍ້ມູນສຳມະໂນທີ່ດິນທົ່ວແຂວງວຽງຈັນ ມີທັງໝົດ 215.354 ຕອນ. ໃນນີ້, ໄດ້ຂຶ້ນທະບຽນອອກໃບຕາດິນສຳເລັດ 137.671 ຕອນ, ຈັດຕັ້ງປະຕິບັດການຈົດທະບຽນນິຕິກຳກ່ຽວກັບທີ່ດິນ ປະຈຳປີ 2023 ໄດ້ທັງໝົດ 4.710 ຕອນ. ປັດຈຸບັນສາມາດສັງລວມດິນລັດຄຸ້ມຄອງມີທັງໝົດ 4.525 ຕອນ, ຍັງເປັນໃບແຈ້ງທີ່ດິນ 895 ຕອນ; ສາມາດແກ້ໄຂບັນຫາຂັດແຍ່ງທີ່ດິນສຳເລັດ 10 ເລື່ອງ. ເປັນຂໍ້ຂັດແຍ່ງດ້ານເຂດແດນ 4 ເລື່ອງ ແລະ ຂໍ້ຂັດແຍ່ງກ່ຽວກັບສິດນໍາໃຊ້ທີ່ດິນ 6 ເລື່ອງ ແລະ ອອກໃບຕາດິນໃໝ່ແທນໃບຕາດິນເສຍຫາຍໄດ້ 73 ຕອນ ແລະ ເຂົ້າຮ່ວມການຕັດສິນຂອງສານໄດ້ 12 ຄັ້ງ.
    ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ຍັງໄດ້ເນັ້ນບາງບັນຫາຕໍ່ທີ່ປະຊຸມ ເປັນຕົ້ນ: ຄະນະນຳພະແນກ ຊສ ແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງເປັນເຈົ້າການໃນການລົງຕິດຕາມ, ຊຸກຍູ້ ຢ່າງໃກ້ຊິດ, ການອອກໃບຕາດິນຕ້ອງນຳໃຊ້ກົດໝາຍເປັນຫຼັກ, ໃຫ້ຖືກຕ້ອງກັບຄວາມເປັນຈິງ, ຖືເອົາການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດິນເປັນຫາສຳຄັນ, ພະນັກງານຕ້ອງມີຈັນຍາບັນ, ຈັນຍາທຳ ໃນການປະຕິບັດໜ້າທີ່ວຽກງານ ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ.
    (ຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ