ຄອນເສີດ ປະສານສຽງທ່າມກາງດວງຈັນ - ສະຫຼອງບຸນໄຫວ້ພະຈັນ

ຄອນເສີດ ປະສານສຽງທ່າມກາງດວງຈັນ - ສະຫຼອງບຸນໄຫວ້ພະຈັນ
ບຸນໄຫວ້ພະຈັນແມ່ນບຸນປະເພນີທີ່ສໍາຄັນຂອງຊົນຊາດຈີນ ຊຶ່ງມີເລື່ອງລາວເລົ່າຂານທີ່ເກົ່າແກ ແລະ ນິທານທີ່ໜ້າປະທັບໃຈ, ເຕັມໄປດ້ວຍວິໄສທັດຂອງຜູ້ຄົນຕໍ່ຄວາມສາມັກຄີປອງດອງ ແລະ ການສະ ແຫວງຫາຊີວິດທີ່ດີງາມ. “ຊ່ວງເວລາດວງຈັນທີ່ໜ້າຈົດຈຳ-ບຸນໄຫວ້ພະຈັນ” ແມ່ນໜຶ່ງໃນສາມໂຄງການໃຫຍ່ທີ່ສໍາຄັນທີ່ສຸດ ໃນການແລກປ່ຽນວັດທະນະທໍາ ແລະ ການໂຄສະນາຂອງກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ.
ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຮ່ວມກັບ ພະແນກວັດທະນະທໍາ ວິທະຍຸ ໂທລະພາບ ທ່ອງທ່ຽວ ແລະ ກິລາ ນະຄອນເສິນເຈິ້ນ ໄດ້ຈັດງານຄອນເສີດ ປະສານສຽງທ່າມກາງດວງຈັນ - ສະເຫຼີມສະຫຼອງບຸນໄຫວ້ພະຈັນ ຊ່ວງເວລາດວງຈັນທີ່ໜ້າຈົດຈຳ ປະຈໍາປີ 2023 ຂຶ້ນໃນວັນທີ 23 ກັນຍາ 2023 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຊົມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ຊີ້ນໍາວຽກງານການປົກຄອງ ວັດທະນະທໍາ-ສັງຄົມ; ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ); ທ່ານ ຫວັງຊາງ ອຸປະທູດ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານການນຳ ແຂກ ຖືກເຊີນ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ນາງ ຫຼີຢີ່ຜີງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ເພື່ອສະເຫຼີມສະຫຼອງວັນບຸນທີ່ແສນພິເສດນີ້, ນັບແຕ່ປີ 2016 ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງປະເທດຈີນໄດ້ເປີດຕົວກິດຈະກໍາ ຊ່ວງເວລາດວງຈັນທີໜ້າຈົດຈໍາ-ສະຫຼອງບຸນໄຫວ້ພະຈັນ ຢູ່ທົ່ວໂລກ ໂດຍຮ່ວມກັບສູນວັດທະນະທໍາຈີນ 47 ແຫ່ງ ແລະ ສໍານັກງານທ່ອງທ່ຽວ 23 ແຫ່ງຢູ່ທົ່ວໂລກ; ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ພະແນກວັດທະນະທໍາ ວິທະຍຸ ໂທລະພາບ ທ່ອງທ່ຽວ ແລະ ກິລາ ນະຄອນເສິນເຈິ້ນ ໄດ້ເຊີນນັກສິລະປິນ 40 ທ່ານ ຈາກຄະນະຮ້ອງປະສານສຽງຂອງໂຮງລະຄອນ ເສິນເຈີ້ນ ເດີນທາງມາສະແດງຢູ່ປະເທດລາວ, ບົດເພງທີ່ນໍາມາສະແດງຄັ້ງນີ້ ໄດ້ຄັດເລືອກເອົາຜົນງານຮ້ອງເພງປະສານສຽງ ທີ່ດີທີ່ສຸດຂອງຈີນໃນສະຕະວັດທີ່ຜ່ານມາ ແລະ ຜົນງານເພງປະສານສຽງທີ່ຕາງໜ້າໃຫ້ກັບປະເທດຈີນ, ນອກນີ້ຍັງໄດ້ ຄັດເລືອກຜົນງານການຮ້ອງເພງແບບຄລາສິິກຕາເວັນຕົກ ແລະ ໂອເປຣາສະໄໝ Renaissance ແລະ ຍັງຈະໄດ້ຊົມບົດເພງຍອດນິຍົມ, ຜົນງານຊໍເອີ້ຫູ, ບົດເພງລາວຄລາສສິກ ຈໍາປາເມືອງລາວ ຮ້ອງໂດຍ ນາງ ອານຸສອນ ໄພຍະສິດ ນັກຮ້ອງທີ່ມີຊື່ສຽງ ຈາກ ກອງສິລະປະກອນແຫ່ງຊາດລາວ ແລະ ນາງ ຟ້ານຢວນຢວນ ນັກຮ້ອງທີ່ມີຊື່ສຽງ ຈາກ ນະຄອນເສິນເຈິ້ນ ສປ ຈີນ, ບົດເພງຮ້ອງປະສານສຽງ ດວງຈັນທີ່ສ່ອງສະຫວ່າງມີມາແຕ່ຍາມໃດ ທີ່ເປັນເພງຫຼັກຂອງກິດຈະກໍາ ທີ່ຮ້ອງໂດຍນັກຮຽນຈາກ ໂຮງຮຽນລຽວໂຕວ໌ ແລະ ນັກສິລະປິນຈີນ. ນີ້ແມ່ນໜຶ່ງໃນບັນດາໂຄງການສຳຄັນໃນປີ 2023 ລະຫວ່າງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ພະແນກວັດທະນະທໍາ ວິທະຍຸ ໂທລະພາບ ທ່ອງທ່ຽວ ແລະ ກິລາ ນະຄອນເສິນເຈິ້ນ, ທັງເປັນທີມແລກປ່ຽນວັດທະນະທໍາ ແລະ ສິລະປະທີ່ມີມາດຕະຖານສູງຂອງຈີນ ທີ່ຈະມາຢ້ຽມຢາມ ສປປ ລາວ ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສິ້ນສຸດລົງ, ຖືເປັນເຫດການອັນຍິ່ງໃຫຍ່ຂອງການພົບປະແລກປ່ຽນທາງວັດທະນະທໍາລະຫວ່າງລາວ - ຈີນ ປະຈໍາ ປີ 2023, ທີ່ຈະຊ່ວຍເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບອັນເປັນມູນເຊື້ອລະຫວ່າງປະຊາຊົນລາວ-ຈີນຢ່າງແນ່ນອນ ແລະ ຊ່ວຍເສີມສ້າງປະຊາຄົມຄູ່ຮ່ວມຊາຕາກໍາລາວ-ຈີນ.
ໃນໂອກາດດັ່ງກ່າວ ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ງານບຸນປະເພນີໄຫວ້ ເປັນງານໜຶ່ງທີ່ມີຄວາມໝາຍສໍາຄັນທາງດ້ານວັດທະນະທໍາຂອງ ສປ ຈີນ ຫຼື ມີຊື່ເອີ້ນອີກວ່າ: ບຸນກາງລະດູໃບໄມ້ຫຼົ່ນ ຊຶ່ງບຸນດັ່ງກ່າວມີຄວາມເຊື່ອຖືຂອງຊາວຈີນແລ້ວ ແມ່ນຈະປຽບເອົາດວງຈັນທີມົນກົມ ຄືດັ່ງຄວາມສາມັກຄີກົມກຽວຂອງຄົນໃນຄອບຄົວ ແລະ ອີກດ້ານໜຶ່ງແມ່ນບຸນແຫ່ງຄວາມພ້ອມໜ້າພ້ອມຕາຂອງຄົນໃນຄອບຄົວໂດຍທຸກຄົນຈະມາເຕົ້າໂຮມກັນຮ່ວມກັນສະເຫຼີມສະຫຼອງ ໂດຍການໃຕ້ໂຄມໄຟທີ່ມີລວດລາຍສີສັນ ແລະ ຮັບປະທານເຂົ້າໜົມໄຫວ້ພະຈັນ ພ້ອມກັນຊົມດວງຈັນທີ່ສະຫວ່າງສະໄຫວ, ໃນໂອກາດນີ້ ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານລາວ ກໍຄືປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ພັກ, ລັດຖະບານ ສປ ຈີນ ທີ່ເວລາໃດກໍໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ພັກ, ລັດຖະບານຕະຫຼອດມາ, ຂໍຍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຊາຕາກໍາສັງຄົມນິຍົມລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ຈົ່ງໜັ້ນຄົງຂະໜົງແກ່ນ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ