ຄອບຄົວຕົວແບບ ໃນການຜະລິດກະສິກໍາແບບປະສົມ ພ້ອມຮັກສາໄດ້ສິ່ງແວດລ້ອມ

ຄອບຄົວນາງ ຮັກ ສີວິໄລ ຕົວແບບຜະລິດກະສິກໍາແບບປະສົມ ຮັກສາໄດ້ສິ່ງແວດລ້ອມ

ຄອບຄົວນາງ ຮັກ ສີວິໄລ ຕົວແບບຜະລິດກະສິກໍາແບບປະສົມ ຮັກສາໄດ້ສິ່ງແວດລ້ອມ
ໂດຍ: ວັນເພັງ ຄອບຄົວທ່ານນາງ ຮັກ ສີວິໄລ ປະຊາຊົນບ້ານກຸງເກືອຍເມືອງຂວາແຂວງຜົ້ງລີ ເປັນໜຶ່ງຄອບຄົວຕົວແບບ ໃນການຜະລິດກະສິກໍາແບບປະສົມ ພ້ອມຮັກສາໄດ້ສິ່ງແວດລ້ອມ

 

 ທີ່ໄດ້ຮັບການຊຸກຍູ້ຊ່ວຍເຫຼືອສົ່ງເສີມຈາກອົງການແຄຣນາໆຊາດ ປະຈໍາລາວ ກໍຄື ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງຊົນເຜົ່າ ເພື່ອປັບໂຕເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດແບບຍືນຍົງ (WECR) ນັບແຕ່ ປີ 2022 ເປັນຕົ້ນມາ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວຄ່ອຍໆດີຂຶ້ນ ແລະ ມີຄວາມໝັ້ນຄົງຂຶ້ນເທື່ອລະກ້າວ.

ເມື່ອບໍ່ດົນມານີ້, ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການແຄຣນາໆຊາດ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ນາງ ບົວຄໍາດວງປັນຍາ ຫົວໜ້າໂຄງການ GAMCIL ອົງການແຄຣນາໆຊາດ ປະຈໍາລາວ ພ້ອມຄະນະ ໄດ້ນໍາພາສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອພັດທະນາສີຂຽວໃນ ສປປ ລາວ ຊຶ່ງໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຣົບ ໄປທັດສະນະສຶກສາ ແລະ ຢ້ຽມຢາມ ກິດຈະກຳໂຄງການທີ່ຈັດຕັ້ງປະຕິບັດ ຢູ່ເມືອງຂວາ ແຂວງຜົ້ງສາລີ. ໃນໂອກາດນີ້, ສື່ມວນຊົນກໍໄດ້ສໍາພາດ ທ່ານ ນາງ ຮັກ ສີວິໄລ ອາຍຸ 28 ປີ ຄອບຄົວຕົວແບບ ໃນການຜະລິດກະສິກໍາແບບປະສົມວ່າ: ໃນຄອບຄົວມີສະມາຊິກ 5 ຄົນ, ແຮງງານຕົ້ນຕໍ 3 ຄົນຊຶ່ງໃນເມື່ອກ່ອນຄອບຄົວ ໄດ້ຖືເອົາການຖາງປ່າເຮັດໄຮ່ແບບເລື່ອນລອຍເປັນຫຼັກ ສະພາບຄອບຄົວເວລານັ້ນທຸກຍາກຂາດເຂີນ ຍ້ອນການຜະລິດອີງໃສ່ທຳມະຊາດຕົ້ນຕໍ. ມາຮອດປີ 2022ມີໂຄງການWECR ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນບ້ານກຸງເກືອຍ ດ້ວຍການຊຸກຍູ້ສົ່ງເສີມເຕັກນິກການຜະລິດ, ວັດຖຸອຸກອນ, ເມັດພັນ ແລະ ອື່ນໆ ບວກກັບຄອບຄົວມີພື້ນທີ່ທີ່ເໝາະສົມກວ້າງຂວາງ ແລະ ບໍ່ກະທົບຕໍ່ສະພາບແວດລ້ອມອ້ອມຂ້າງ. ດັ່ງນັ້ນ, ທາງຄອບຄົວ ຈຶ່ງໄດ້ຫັນປ່ຽນຈາກການຖາງປ່າເຮັດໄຮ່ແບບເລື່ອນລອຍ ມາຜະລິດກະສິກໍາແບບປະສົມເປັນອາຊີບຫຼັກ. ໃນນັ້ນ, ມີການປູກຜັກບົ່ວ, ຜັກກາດ, ລ້ຽງໝູ, ລ້ຽງໄກ່ ແລະ ລ້ຽງປາ, ສ່ວນລາຄາຜັກແມ່ນອີງຕາມລະດູການ ເຊັ່ນວ່າ: ຜັກບົ່ວ ແລະ ຫອມປ້ອມ 10,000 ກີບຕໍ່ກິໂລ, ຜັກກາດ 5,000 ກີບຕໍ່ກິໂລ; ໃນໄລຍະລະດູຝົນ ຜັກບົ່ວ ແລະ ຫອມປ້ອມ 40,000 ກີບຕໍ່ກິໂລ, ຜັກກາດ 8,000 ກີບຕໍ່ກິໂລ. ການຂາຍຜົນຜະລິດແມ່ນເປັນທີ່ໜ້າເພິ່ງພໍໃຈສົມຄວນ ສາມາດສ້າງລາຍຮັບເຂົ້າຄອບຄົວ, ມີລາຍໄດ້ດີ, ການຕະຫຼາດກໍບໍ່ຫຍຸ້ງຍາກ ເພາະມີແມ່ຄ້າມາຊື້ຢູ່ກັບສວນ, ບາງເທື່ອກໍໄດ້ໄປສົ່ງຕາມຮ້ານອາຫານ ແລະ ຕະຫຼາດບ້ານສະເລ່ຍແລ້ວສາມາດສ້າງລາຍຮັບໄດ້ 30-36 ລ້ານກີບຕໍ່ປີ.

ທ່ານ ນາງ ຮັກ ສີວິໄລ ໃຫ້ຮູ້ຕື່ມວ່າ: ຜ່ານການບຸກບືນສູ້ຊົນຂະຫຍັນອົດທົນ, ມາຮອດປັດຈຸບັນ ຊີວິດການເປັນຢູ່ຂອງຄອບຄົວໄດ້ພັດທະນາດີຂຶ້ນເປັນກ້າວໆ ແລະ ມີຄວາມໝັ້ນຄົງ ຊຶ່ງໄດ້ມີເຮືອນຢູ່ຖາວອນ 1 ຫຼັງ, ມີເງິນໝູນໃຊ້ພາຍໃນຄອບຄົວ, ມີເງິນທຶນແຮໄວ້ໃຊ້ຈ່າຍໃນເວລາເຈັບເປັນ, ມີເງິນທຶນການສຶກສາຈຳນວນໜຶ່ງໄວ້ໃຫ້ລູກຮຽນໜັງສື ແລະ ມີເງິນຝາກທະນາຄານຈຳນວນໜຶ່ງ. ສ່ວນແຜນການໃນຕໍ່ໜ້າ ຈະຂະຫຍາຍການຜະລິດເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ພ້ອມຈະໃຫ້ຄໍາແນະນໍາແກ່ບຸກຄົນ ຫຼື ຄອບຄົວ ທີ່ມີຄວາມສົນໃຈໃນການຜະລິດສິນຄ້າກະສິກໍາແບບຍືນຍົງນໍາອີກ.ທ່ານ ນາງ ຮັກ ສີວິໄລ ຍັງເວົ້າດ້ວຍຄວາມດີໃຈວ່າ: ຂໍຂອບໃຈທາງອົງການແຄຣນາໆຊາດ ປະຈໍາ ລາວ ກໍຄື ໂຄງການ ທີ່ເຂົ້າມາຊຸກຍູ້ຊ່ວຍເຫຼືອ ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີອາຊີບທີ່ໝັ້ນຄົງສາມາດສ້າງລາຍຮັບໃຫ້ແກ່ຄອບຄົວເປັນຢ່າງດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ເຂົ້າຮ່ວມກິດຈະກໍາໃນມື້ບຸນອອກພັນສາປະວໍຣະນາ ໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ວັດ ອົງຕື້ວໍຣະມະຫາວິຫານ. ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ສຸມາລີ ທໍາມະວົງ ຄະນະປະຈໍາພັກ ນວ ເລຂາຄະນະພັກເມືອງ ຫົວໜ້າຄະນະສະມາຊິກສະພາ ນວ ຊຸດທີ V ປະຈໍາເຂດເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ມີພໍ່, ແມ່, ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນໄປເທດສັ່ງສອນອອກຕົນຍາດໂຍມ ບວດລູກ-ຫຼານຊາວບ້ານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າ ຕະຫຼອດມາຈົນເຖິງທຸກວັນນີ້.
ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 26 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຢ້ຽມຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2026. ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພັນລະຍາການນໍາແຂວງເຂົ້າຮ່ວມ.
ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີ ເອດທີ ກຼຸບ (PPST Group) ໄດ້ມອບເງິນ 2.5 ຕື້ກີບ ໃຫ້ແຂວງຄໍາມ່ວນເພື່ອປະກອບສ່ວນກໍ່ສ້າງຫ້ອງການຕາແສງ ແນໃສ່ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບການບໍລິການປະຊາຊົນຢູ່ຂັ້ນຮາກຖານ.
ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ມວນຊົນຈໍານວນຫຼາຍໄດ້ພ້ອມໃຈ ກັນຫຼັ່ງໄຫຼເຂົ້າຮ່ວມປະເພນີການໄຫຼເຮືອໄຟ (ລອຍກະໂທງ) ໃນງານບຸນ ອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ໃນຄໍ່າຄືນຂອງວັນທີ 26 ຕຸລາຜ່ານມາ ຊຶ່ງເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ຈັດຂຶ້ນໃນມື້ເພັງ 15 ຄໍ່າ (ວັນສິນໃຫຍ່) ເພື່ອເປັນການສະແດງຄວາມເຄົາລົບ ແລະ ຂໍຂະມາຕໍ່ພະແມ່ ຄົງຄາ ​ຕາມຄວາມເຊື່ອທາງພຸດທະສາສະໜາ.
ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ, ໃນ​ວັນ​ທີ 25 ຕຸ​ລາ​ຜ່ານ​ມາ, ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ ໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບັນຍາກາດການສະຫຼອງງານບຸນອອກພັນສາປະວໍຣະນາ ປະຈຳປີ 2026 ນີ້ ທີ່ນະຄອນຫຼວງວຽງຈັນ ຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຳຄັນທາງດ້ານຈິດໃຈຂອງພຸດທະສາສະນິກະຊົນລາວ ແລະ ສາກົນ ທີ່ໄດ້ພ້ອມກັນປະພຶດ ປະຕິບັດຕາມຫຼັກທຳຄຳສອນທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ພະອາຈານພວງປະເສີດ ພູມມາວົງ ຮອງປະທານ, ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ໄດ້ໃຫ້ສໍາພາດຕໍ່ທີມຂ່າວ ທີ່ວັດອົງຕື້ວໍຣະມະຫະວິຫານ ວ່າ: ຄວາມໝາຍ ແລະ ຄວາມສຳຄັນຂອງວັນບຸນອອກພັນສາ ປະວໍຣະນາ (ວັນອອກພັນສາ) ຫຼື ວັນມະຫາປະວໍຣະນາ ຖືເປັນວັນສິ້ນສຸດການຈໍາພັນສາ, ຕະຫຼອດໄລຍະເວລາ 3 ເດືອນຂອງພະສົງ-ສາມະເນນ ຕາມພະວິນໂຍບັນຍັດ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ໃນວັນທີ 25 ຕຸລາ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງມືຮັບໃຊ້ການປະຕິບັດງານໃຫ້ອາສາສະໝັກຊາວໜຸ່ມ “ຕະລຸມບອນ” ທີ່ຮ່ວມປະຕິບັດໜ້າທີ່ໃນງານບຸນ ອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ປີ 2026 ແຂວງຈຳປາສັກ.
ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ເພີ່ມເຕີມ