ຄອບຄົວຕົວແບບ ການປູກໝາກກ້ຽງພື້ນເມືອງເປັນສິນຄ້າໂດຍ:ວັນໄຊ ຕະວິນຍານ

ຄອບຄົວຕົວແບບ ການປູກໝາກກ້ຽງພື້ນເມືອງເປັນສິນຄ້າໂດຍ:ວັນໄຊ ຕະວິນຍານ

ຄອບຄົວຕົວແບບ ການປູກໝາກກ້ຽງພື້ນເມືອງເປັນສິນຄ້າໂດຍ:ວັນໄຊ ຕະວິນຍານ
ທ່ານ ອິນໝອນ ບົວມະນີສອນ ອາຍຸ 62 ປີ, ປັດຈຸບັນຢູ່ບ້ານຫ້ວຍຍາງກຸ່ມນະຄອນ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຮັບການຢັ້ງຢືນຮັບຮອງໃຫ້ເປັນຄອບຄົວຕົວແບບການປູກ ແລະ ບົວລະບັດຮັກສາໝາກກ້ຽງພື້ນເມືອງເປັນສິນຄ້າ

 

 ສ້າງລາຍຮັບໃຫ້ຄອບຄົວ ໄດ້ຫຼາຍຮ້ອຍລ້ານກີບ.

ທ່ານ ອິນໝອນ ບົວມະນີສອນເລົ່າສູ່ຟັງວ່າ: ຄອບຄົວຂ້າພະເຈົ້າ ມີຈໍານວນພົນທັງໝົດ 9 ຄົນຍິງ 3 ຄົນ,ອາຊີບຕົ້ນຕໍແມ່ເຮັດນາ ແລະ ເຮັດໄຮ່, ປີໃດຝົນຕົກປົກກະຕິກໍໄດ້ຮັບຜົນດີ, ແຕ່ປີໃດແຫ້ງແລ້ງ ຜົນຜະລິດໄດ້ໜ້ອຍ. ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຂາດໆເຂີນໆ.

ມາຮອດ ປີ 2008 ຕົນເອງໄດ້ຕັດສິນໃຈຍົກຍ້າຍຄອບຄົວ ຈາກບ້ານຫ້ວຍຍາງມາຢູ່ໜ້ວຍແກ້ງເໝັ້ນ ແລະ ໄດ້ຊື້ດິນສວນໃນເນື້ອທີ່ 0.05 ເຮັກຕາ,ລົງມືປູກໝາກກ້ຽງ 200 ຕົ້ນ ແລະເອົາໃຈໃສ່ບົວລະບັດຮັກສາສວນໝາກກ້ຽງ 6-7 ປີ ຕໍ່ມາໝາກກ້ຽງເລີ່ມເປັນໝາກ ແຕ່ຜົນຜະລິດໄດ້ໜ້ອຍ, ແຕ່ຖ້າທຽບໃສ່ລາຍໄດ້ຈາກການເຮັດນາ ແລະ ໄຮ່ ຂາຍໝາກກ້ຽງກໍມີລາຍຮັບຫຼາຍກວ່າ.

ມາຮອດປີ 2022 ໄດ້ຮັບການຊີ້ນໍາຈາກພັກ ແລະ ລັດ ໂດຍສະເພາະແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນໍ້າບາກ ໄດ້ລົງຊຸກຍູ້ສົ່ງເສີມຂ້າພະເຈົ້າຈຶ່ງໄດ້ຊື້ດິນເພີ່ມອີກ 4,95 ເຮັກຕາ, ລວມທັງເນື້ອທີ່ເກົ່າ ລວມເປັນ 5 ເຮັກຕາ, ໃຫ້ໝາກແລ້ວ 1 ເຮັກຕາ.ຕໍ່ມາທາງວິຊາການຫ້ອງການກະສິກໍາ-ປ່າໄມ້ເມືອງໄດ້ລົງມາແນະນໍາດ້ານວິຊາການ ນໍາພາເຮັດຕົວຈິງຢູ່ກັບສວນ ແລະ ໄດ້ນໍາເອົາໂຄງການເຂົ້າມາສົ່ງເສີມທາງດ້ານເຕັກນິກ ແລະ ການຈັດຕັ້ງກຸ່ມຜະລິດໝາກກ້ຽງ ຕົນເອງໄດ້ສະໝັກໃຈເປັນສະມາຊິກຂອງກຸ່ມ, ໄດ້ມີໂອກາດເຂົ້າຮ່ວມການຝຶກອົບຮົມດ້ານວິຊາການ ນັບແຕ່ການຄັດເລືອກແນວພັນ, ການກ້າແກ່ນ, ການຂຸດຂຸມປູກ, ການບົວລະບັດຮັກສາ ຕະຫຼອດຮອດການເກັບກູ້ຜົນຜະລິດ.

ຫຼັງຈາກນັ້ນ, ກໍໄດ້ນໍາເອົາວິຊາການທີ່ໄດ້ຈາກການຝຶກອົບຮົມມາໝູນໃຊ້ ເປັນຕົ້ນແມ່ນການຕັດແຕ່ງກິ່ງງ່າ,ຫຼັງການໃສ່ຝຸ່ນ,ການຫົດນໍ້າ,ການອະນາໄມພື້ນທີ່, ທາຢາຂ້າເຊື້ອໃສ່ລໍາຕົ້ນ,ການພວນດິນແລະ ອື່ນໆ.ຍິ່ງໄປກວ່ານັ້ນ,ທາງກຸ່ມປູກໝາກກ້ຽງ ຍັງໃຫ້ໂອກາດໄປທັດສະນະສຶກສາ ເບິ່ງບົດຮຽນ ການປູກໝາກກ້ຽງຢູ່ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ, ເພື່ອແລກປ່ຽນບົດຮຽນດ້ານເຕັກນິກ, ການຜະລິດແບບໃໝ່, ການຄຸ້ມຄອງກຸ່ມ,ພົບປະກັບພໍ່ຄ້າ-ແມ່ຄ້າຂາຍໝາກກ້ຽງ ຢູ່ຕາມຕະຫຼາດນະຄອນ-ຫຼວງພະບາງ ແລະ ຍັງໃຫ້ໂອກາດຂ້າພະເຈົ້ານໍາເອົາໝາກກ້ຽງເຂົ້າຮ່ວມວາງສະແດງ ແລະ ຂາຍໃນວັນອາຫານໂລກທີ່ນະຄອນຫຼວງວຽງຈັນ.

ຜ່ານການເອົາໃຈໃສ່ບົວລະບັດສວນໝາກກ້ຽງ ຖືກຕ້ອງຕາມຫຼັກວິຊາາການ ໝາກກ້ຽງມີສີສັນງາມເປືອກບາງດີ, ມີນໍ້າຫຼາຍໃຫ້ຜົນຜະລິດຫຼາຍຂຶ້ນໃນແຕ່ລະປີ ຄື: ປີ 2022 ໄດ້ຜົນຜະລິດ 15 ໂຕນ, ຂາຍໄດ້ 50ລ້ານກີບ,ປີ 2023 ໄດ້ຜົນຜະລິດ 21 ໂຕນ,ຂາຍໄດ້ 100 ລ້ານກີບ.ປີ 2024 ໄດ້ຜົນຜະລິດ 23 ໂຕນຂາຍໄດ້ 180 ລ້ານກີບ.

ສໍາລັບການຈໍາໜ່າຍ ໃນເມື່ອກ່ອນ,ໝາກກ້ຽງບໍ່ທັນໃຫ້ຜົນຜະລິດຫຼາຍ ແມ່ນໄດ້ເກັບກູ້ ແລ້ວນໍາໄປຂາຍເອງ ແລະ ບາງປີກໍຂາຍແບບມອບເໝົາ. ໃນປັດຈຸບັນ,ມີແມ່ຄ້າມາຊື້ຢູ່ກັບບ້ານ, ແມ່ຄ້າສ່ວນຫຼາຍມາຈາກນະຄອນ-ຫຼວງພະບາງ, ຊຽງຂວາງ, ນະຄອນຫຼວງວຽງຈັນ ແລະ ແມ່ຄ້າຢູ່ພາຍໃນເມືອງນໍ້າບາກ.

 ຍ້ອນຄວາມເປັນຫ່ວງເປັນໃຍ ຂອງພັກ,ລັດ.ໂດຍສະເພາະແມ່ນຂະແໜງການທີ່ກ່ຽວຂ້ອງ ໄດ້ນໍາເອົາບົດຮຽນທີ່ມີຄຸນຄ່າ,ມາຊຸກຍູ້ສົ່ງເສີມ ແລະ ໃຫ້ເຕັກນິກວິຊາການຕ່າງໆບວກກັບການດຸໝັ່ນຂະຫຍັນພຽນ, ຄວາມມານະອົດທົນຂອງຄອບຄົວຈຶ່ງເຮັດໃຫ້ຄອບຄົວຂ້າພະເຈົ້າມີອາຊີບທີ່ໝັ້ນຄົງມີຖານະດີຂຶ້ນເປັນລໍາດັບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ