ຄວາມຕ້ອງການນ້ຳມັນ ຂອງ ເອີຣົບ ເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນ

ຄວາມຕ້ອງການນ້ຳມັນ ຂອງ ເອີຣົບ ເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນ
ຂ່າວສານຫວຽດນາມລາຍງານວ່າ: ຮອບການຊື້-ຂາຍນ້ຳມັນ ໃນວັນທີ 26 ກຸມພາ ຜ່ານມາ, ລາຄານໍ້າມັນໃນຕະຫຼາດໂລກໄດ້ປັບໂຕສູງຂຶ້ນ ເນື່ອງຈາກຄວາມຕ້ອງການນ້ຳມັນກາຊວນຂອງເອີຣົບທີ່ສູງຂຶ້ນ, ໃນຂະນະທີ່ກໍາລັງການກັ່ນນ້ຳມັນຂອງອາເມຣິກາ ມີຈຳກັດ ເນື່ອງຈາກແຜນການສ້ອມແປງບຳລຸງຮັກສາ.
ຂ່າວລາຍງານວ່າ: ໃນຮອບການຊືື້-ຂາຍນີ້, ສັນຍາການຊື້-ຂາຍລ່ວງໜ້ານໍ້າມັນເບຣນ (Brent) ເພີ່ມຂຶ້ນ 91 ເຊັນ (1,11%) ເປັນ 82,53 ໂດລາຕໍ່ບາເຣນ, ລາຄານ້ຳມັນ WIT ຂອງອາເມຣິກາ ເພີ່ມຂຶ້ນ 1,09 ໂດລາ (1,43%) ເປັນ 77,58 ໂດລາຕໍ່ບາເຣນ.
ທ່ານ ຈອນ ຄິລດັຟ ຜູ້ຈັດການອາວຸໂສຂອງບໍລິສັດຜູ້ໃຫ້ບໍລິການດ້ານການເງິນ Again Capital LLC ກ່າວວ່າ, ຕະຫຼາດນໍ້າມັນໂລກພວມກໍາລັງສຸມໃສ່ການສະໜອງນໍ້າມັນກາຊວນ.
ໃນໄລຍະ 2-3 ອາທິດຜ່ານມາ, ກິດຈະກຳການກັ່ນນ້ຳມັນຂອງອາເມຣິກາ ທີ່ຫຼຸດລົງ ແລະ ການຢຸດສະຫງັກທາງດ້ານການຄ້າທົ່ວໂລກ ເຮັດໃຫ້ການສະໜອງນ້ຳມັນກາຊວນເຄັ່ງຄັດຂຶ້ນ ແລະ ໄດ້ຫຼຸດການສົ່ງອອກຈາກ ອາເມຣິກາ ໄປ ເອີຣົບ ໃນເດືອນນີ້.
ໃນເດືອນກຸມພາ, ລາຄານ້ຳມັນກາຊວນ ຂອງ ອາເມຣິກາ ເພີ່ມຂຶ້ນຢ່າງວ່ອງໄວສູ່ລະດັບສູງສຸດໃນຮອບ 4 ເດືອນ ຊຶ່ງຫຼາຍກວ່າ 48 ໂດລາຕໍ່ບາເຣນ. ນອກຈາກນີ້, ຄວາມຄັດແຍ່ງໃນທະເລແດງຍັງສົ່ງຜົນກະທົບຕໍ່ການຂົນສົ່ງນ້ຳມັນອີກດ້ວຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ທ່ານ ພຣາໂບໂວ ຊູບຽນໂຕ ຂໍໂທດປະເທດເພື່ອນບ້ານ ກ່ຽວກັບບັນຫາໝອກຄວັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ພະຈິກ ນີ້ວ່າ: ໃນວັນທີ 15 ພະຈິກ ຜ່ານມາ, ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ທີ່ຈັດຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟິລິບປິນ, ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ກ່າວຂໍໂທດຕໍ່ປະເທດສິງກະໂປ ແລະ ມາເລເຊຍ ເນື່ອງຈາກບັນຫາໝອກຄວັນຂ້າມຊາຍແດນສ້າງຜົນກະທົບຕໍ່ປະເທດເພື່ອນບ້ານ.
ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ການຜະລິດ ແລະ ສົ່ງອອກຊີ້ນງົວຂອງອົສຕຣາລີ ຈະເຕີບໂຕ 3% ໃນປີ 2027

ຂ່າວຕ່າງປະເທດລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທະນາຄານຣາໂບ (Rabobank) ໄດ້ເປີດເຜີຍໃນບົດລາຍງານທ່າອ່ຽງຕະຫຼາດຊີ້ນງົວໂລກປະຈຳໄຕມາດທີ 4 ປີ 2026 ໃນວັນທີ 16 ພະຈິກ ຜ່ານມາວ່າ, ການຜະລິດ ແລະ ການສົ່ງອອກຊີ້ນງົວຂອງອົສຕຣາລີຄາດວ່າຈະເພີ່ມຂຶ້ນໃນປີ 2027 ຊຶ່ງກົງກັນຂ້າມກັບການສະໜອງທົ່ວໂລກທີ່ຫຼຸດລົງເປັນປີທີ 2 ຕິດຕໍ່ກັນ.
ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປີດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​​ບໍ​ລິ​ຫານ​ທຸ​ລະ​ກິດ​ອົງ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈິ້ນ​ຂອງ​ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ຢຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ ​ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສະ​ຫວ່າງສ​ະ​ໄຫວໃຫ້​ແກ່​ອາ​ຊີ-ປາ​ຊີ​ຟິກ”.
ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທ່ານ ຟາດີລາ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍມີຈຸດປະສົງທີ່ຈະກາຍເປັນຜູ້ນຳ ແລະ ຄວ້າໂອກາດໃນຂະ ແໜງພະລັງງານສີຂຽວ ໂດຍການພັດທະນາຄວາມຊ່ຽວຊານພາຍໃນປະເທດ. ທ່ານລະບຸວ່າ: ການຫັນປ່ຽນດ້ານພະລັງງານບໍ່ພຽງແຕ່ເປັນວາລະດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດທີ່ສາມາດສ້າງວຽກເຮັດງານທຳທີ່ມີມູນຄ່າສູງ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳພາຍໃນປະເທດ.
ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພື້ນຖານຂອງການພົວພັນມິດຕະພາບລະຫວ່າງປະເທດ ຂຶ້ນກັບປະຊາຊົນມີຄວາມສະໜິດສະໜົມກັນ ແລະ ຈຸດສຳຄັນຂອງຄວາມສະໜິດສະໜົມລະຫວ່າງປະຊາຊົນ ຂຶ້ນກັບຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ລາວ ແລະ ຈີນ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືທາງດ້ານວັດທະນະທຳຢ່າງຕໍ່ເນື່ອງ, ສືບຕໍ່ມິດຕະພາບອັນເປັນມູນເຊື້ອ,ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຫຼາຍຂຶ້ນ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ບັນລຸ 70.35 ຕື້ໂດລາ ໃນເດືອນຕຸລາ, ເພີ່ມຂຶ້ນ 202% ຈາກເດືອນດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບເຊມິຄອນດັກເຕີທີ່ໃຊ້ໃນພື້ນຖານໂຄງລ່າງປັນຍາປະດິດ (AI).
ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ເພີ່ມເຕີມ