ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025

ຄວທ ເຜີຍແຜ່ໂຄງການລາງວັນຮອນດາປະຈໍາປີ 2025
ພາຍຫຼັງຈັດກອງປະຊຸມປະຖົມນິເທດໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະ ວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈໍາປີ 2025 ທີ່ຄະນະວິສະວະກຳສາດ (ຄວສ) ແລະ ຄະນະຊັບພະຍາກອນນໍ້າ (ຄຊນ) ມະຫາວິທະຍາໄລແຫ່ງຊາດ (ມຊ). ດັ່ງນັ້ນ, ໃນວັນທີ 8 ພຶດສະພານີ້,
ສະຖາບັນລາວ-ຍີ່ປຸ່ນຮ່ວມກັບຄະນະວິທະຍາສາດທໍາມະຊາດ (ຄວທ) ມຊ ໄດ້ຈັດກອງປະຊຸມປະຖົມນິເທດໂຄງການດັ່ງກ່າວຢູ່ ຄວທ ຊຶ່ງເປັນ 1 ໃນ 3 ຄະນະທີ່ມີເງື່ອນໄຂໃຫ້ນັກສຶກສາປີທີ 2, 3 ແລະ ປີທີ 4 ເຂົ້າຮ່ວມສະໝັກແຂ່ງຂັນຊີງລາງວັນຮອນດາມູນຄ່າ 3,000 ໂດລາ ແລະ ມີລາງວັນອື່ນໆ ອີກຕາມເງື່ອນໄຂຂອງໂຄງການ.
ການປະຖົມນິເທດດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງ ຄວທ ໂດຍການເປັນປະທານຂອງທ່ານ ສົມສັກ ອິນທະສອນ ຮອງຄະນະບໍດີ ຄວທ ຄະນະກຳມະການໂຄງການມູນນິທິຮອນດາປະຈຳປີ 2025, ມີທ່ານ ສົມພອນ ພັນຄໍາ ຫົວໜ້າພະແນກແລກປ່ຽນກິດຈະກໍາ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ມີຄູ-ອາຈານ ພ້ອມດ້ວຍນັກສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ. 
 ທ່ານ ສົມສັກ ອິນທະສອນ ໄດ້ອະທິບາຍກ່ຽວກັບໂຄງການດັ່ງກ່າວ ພ້ອມໃຫ້ຮູ້ກ່ຽວກັບປະຫວັດຂອງມູນນິທິຮອນດາ. ສໍາລັບ ສປປ ລາວ ໂຄງການຮອນດາ ໄດ້ເລີ່ມຂຶ້ນແຕ່ປີ 2008. ມາຮອດປີ 2025 ນີ້, ໂຄງການດັ່ງກ່າວໄດ້ສືບຕໍ່ຈັດຕັ້ງຂຶ້ນ ຊຶ່ງຈະເປັນການປະກອບສ່ວນໃນການສົ່ງເສີມ ແລະ ສ້າງຜູ້ນໍາທາງດ້ານວິທະຍາສາດ-ເຕັກໂນໂລຊີເຂົ້າໃນການພັດທະນາປະເທດລາວໃນຂັ້ນຕໍ່ໄປ. ການຈັດກອງປະຊຸມຄັ້ງນີ້, ເປັນການເຜີຍແຜ່ໃຫ້ບັນດານັກສຶກສາທີ່ມີເງື່ອນໄຂ ໄດ້ເຂົ້າໃຈດ້ານຕ່າງໆກ່ຽວກັບໂຄງການ ໂດຍສະເພາະໄດ້ໃຫ້ຮູ້ກ່ຽວກັບວິທີການສະໝັກ ພ້ອມທັງຮູ້ກ່ຽວກັບຂັ້ນຕອນຄັດເລືອກ ແລະ ການສອບເສັງຕ່າງໆ, ລະບຽບການສະໝັກ ແລະ ອື່ນໆ. 
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

180 ຮ້ານວາງສະແດງ-ຂາຍສິນຄ້າ ໃນງານເທດສະການອາຫານລາວປີ 2026

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste) ຂຶ້ນຢ່າງເປັນທາງການໃນວັນທີ 26 ມັງກອນນີ້ ທີ່ສວນເຈົ້າອານຸວົງ ແຄມຂອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສສຍລ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີປະທານກິດຕິມະສັກ ສທຍ, ປະທານທີ່ປຶກສາ ສທຍ, ມີບັນດາພັນລະຍາການນໍາຂັ້ນສູງ, ການນໍາເພດຍິງ, ທຸຕານຸທູດ, ຜູ້ສະໜັບສະໜູນ, ບັນດາບໍລິສັດ, ແຂກຖືກເຊີນເຂົ້າຮ່ວມ.
ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດີຈີຕອນແຫ່ງຊາດ ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ​ທ່ານ​ຮອງລັດຖະມົນຕີ, ບັນດາ​ທ່ານຫົວໜ້າກົມ, ຫ້ອງການ, ສູນ, ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການ, ມະຫາວິທະຍາໄລແຫ່ງຊາດ, ພາກສ່ວນທຸລະກິດ, ຜູ້ປະກອບການ ແລະ ແຂກຜູ້ມີກຽດ
ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ເມືອງຊຽງຄໍ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 14,693 ຄົນ.

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມ ຂະບວນການຄະນະກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ເມືອງຊຽງຄໍ້ ແຂວງຫົວພັນ ໃນວັນທີ 26 ມັງກອນນີ້ ຊຶ່ງມີບັນດາຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄອສພ ຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການເຮັດວຽກງານໃນໄລຍະໃໝ່ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 26 ມັງກອນນີ້ ທີ່ ຄອສພ, ເຂົ້າຮ່ວມໃນພິທີເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ທ່ານ ຄຳຜາຍ ອິນທິຣາ ຮອງຫົວໜ້າສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມ.
ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊພູທອງ

ໃນທ້າຍອາທິດຜ່ານມານີ້, ທ່ານ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຢຽມຢາມ ແລະ ເຮັດວຽກຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊພູທອງ ແຂວງສະຫວັນນເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ພົມມາ ສົງວິໄລ ປະທານຄະນະກໍາມະການປົກຄອງເມືອງ, ພ້ອມຄະນະ.
ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ໃນຕະຫຼອດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນແຈ້ງບາງບັນຫາສໍາຄັນ.
ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານໃຫຍ່ຫວຽດນາມເຂົ້າພົບປະທານຄະນະກຳມະການປົກຄອງແຂວງ

ພະອາຈານ ທິກທໍລາກ ຫົວໜ້າຄະນະກຳມະການວັດທະນາທຳ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຮອງຫົວໜ້າຄະນະກຳມະການປະຈຳສະມາຄົມ ພຸດທະສາສະໜາແຂວງເຫງະອານ ເຈົ້າອາທິການວັດ ບາງລອງ ນະຄອນຫຼວງວຽງຈັນ ເຈົ້າອາທິການວັດມິດຕະພາບ ເຂດຫໍບູຊານັກຮົບທີ່ເສຍສະຫຼະຊີວິດລາວ-ຫວຽດນາມແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ພົບປະທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ, ໃນວັນທີ25ມັງກອນ2026 ຢູ່ທີ່ຫ້ອງວ່າການແຂວງ.
ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ເພີ່ມເຕີມ