ຄຸນຄ່າແນວຄິດຊີ້ນໍາ ຂອງປະທານ ຄໍາໄຕ ສີພັນດອນ ໃນວຽກງານແນວໂຮມ ແລະ ວຽກງານມະຫາຊົນ

ຄຸນຄ່າແນວຄິດຊີ້ນໍາ ຂອງປະທານ ຄໍາໄຕ ສີພັນດອນ ໃນວຽກງານແນວໂຮມ ແລະ ວຽກງານມະຫາຊົນ
ໂດຍ: ສ.ບຸດປະຊາ
ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເປັນຍຸດທະສາດສຳຄັນຂອງການປະຕິວັດ, ຖືມະຫາຊົນເປັນບໍ່ເກີດ, ເປັນບ່ອນອີງ, ເປັນກໍາລັງແຮງຕົ້ນຕໍ ຂອງພັກ ຊຶ່ງຕະຫຼອດໄລຍະຜ່ານມາ ປະທານຄຳໄຕສີພັນດອນ ໜຶ່ງໃນບັນດາທ່ານຜູ້ນຳທີ່ມີຄວາມໂດດເດັ່ນຢູ່ປະເທດເຮົາ ກໍໄດ້ປະກອບສ່ວນອັນສຳຄັນ ແລະ ໃຫຍ່ຫຼວງເຂົ້າໃນການຈັດຕັ້ງນຳພາ ພາລະກິດຂອງພັກ ໃນນັ້ນແນວຄິດຊີ້ນໍາ ກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນໄດ້ມີຄຸນຄ່າຢ່າງຫຼວງຫຼາຍ ຊຶ່ງຄຸນຄ່າທີ່ກ່າວມານີ້ ທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະເໜີຕໍ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກ ວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ໄດ້ຈັດຂຶ້ນເປັນຄັ້ງທີ 3ທີ່ນະຄອນຫຼວງວຽງຈັນ ໃນວັນທີ 24 ມັງກອນຜ່ານມາ.
ຄຸນຄ່າແນວຄິດຊີ້ນໍາ ຂອງປະທານຄໍາໄຕ ສີພັນດອນ ທີ່ໄດ້ລວບລວມນີ້ ແມ່ນເປັນການສັງລວມເອົາ ໃນໄລຍະແຫ່ງການດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ, ເປັນປະທານຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ປະທານປະເທດ ແຫ່ງ ສປປ ລາວ ໄລຍະປີ 1993-2006 ເຖິງວ່າຈະມີໄລຍະເວລາສັ້ນ ແຕ່ວ່າແນວຄິດຊີ້ນໍາຂອງເພິ່ນ ມີຄວາມໝາຍທີ່ອຸດົມສົມບູນ, ເປັນພື້ນຖານໃຫ້ພັກ-ລັດ ກໍຄື ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ນໍາເອົາທິດຊີ້ນໍາເຫຼົ່ານັ້ນມາຜັນຂະຫຍາຍ, ສ້າງເປັນໂຄງການດໍາເນີນງານ, ແຜນພັດທະນາໃນແຕ່ລະໄລຍະ, ສ້າງເປັນນິຕິກໍາ ແລະ ຫັນເປັນກົດໝາຍ ຂອງແຕ່ລະອົງການ ເພື່ອເປັນບ່ອນອີງ ແລະ ຮັບຮອງແບບແຜນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໄດ້ຮັບໝາກຜົນ ຊຶ່ງມີບາງເນື້ອໃນທີ່ສະແດງໃຫ້ເຫັນດັ່ງນີ້:
1. ມີຄຸນຄ່າສຳຄັນໃຫ້ແກ່ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ນໍາເອົາໄປຕັ້ງໜ້າສຶກສາອົບຮົມ, ປຸກລະດົມ  ແລະ  ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ,ຊັ້ນຄົນ,  ສາສະໜາ,ເພດ ແລະ ໄວ ໃຫ້ເປັນປຶກແຜ່ນແໜ້ນໜາພາຍໃຕ້ການນຳພາຂອງພັກ; ປຸກລະດົມຂົນຂວາຍພີ່ນ້ອງຊາວລາວຢູ່ຕ່າງປະເທດ ທີ່ມີນ້ຳໃຈຮັກເຊື້ອແພງຊາດ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ ປະກອບສ່ວນສະຕິປັນຍາ, ທຶນຮອນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງເປັນຂະບວນກວ້າງຂວາງ, ເຮັດໃຫ້ຄວາມສາມັກຄີປອງດອງພາຍໃນຊາດລາວເຮົາ ມີຄວາມເປັນປຶກແຜ່ນ, ໝັ້ນໜຽວເປັນອັນໜຶ່ງອັນດຽວໃນວົງຄະນາຍາດແຫ່ງຊາດລາວ.
2. ຄຸນຄ່າໃນການສົ່ງເສີມໃຫ້ເສີມຂະຫຍາຍມູນເຊື້ອໃນການສ້າງ, ປັບປຸງພັນທະພາບ ແລະ ຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ບົນພື້ນຖານກຳມະກອນ, ຊາວກະສິກອນ  ແລະ ປັນຍາຊົນປະຕິວັດ ເປັນຫຼັກແຫຼ່ງ ຕາມທິດທາງການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢູ່ປະເທດເຮົາ.
3. ມີຄຸນຄ່າດ້ານແບບແຜນວິທີ ທີ່ເປັນບົດຮຽນສໍາຄັນໃນການຕັ້ງໜ້າຫັນລົງຮາກຖານ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ ເພື່ອຊອກຮູ້ຄວາມມຸ້ງມາດປາຖະໜາ ແລະ ຄວາມຂັດຂ້ອງໝອງໃຈ ຂອງປະຊາຊົນບັນດາເຜົ່າ, ທັງຊອກຮູ້ຜົນກະທົບດ້ານດີ ແລະ ດ້ານອ່ອນ ຂອງການປະຕິບັດນະໂຍບາຍດ້ານຕ່າງໆ ແນໃສ່ຜັນຂະຫຍາຍດ້ານດີ ແລະ ຈຳກັດດ້ານຂາດຕົກບົກຜ່ອງ ໃຫ້ທັນເວລາ.
4. ຄຸນຄ່າທີ່ເປັນແບບຢ່າງໃນການຕັ້ງໜ້າຊຸກຍູ້ການເຕົ້າໂຮມຄວາມສາມັກຄີ ໃນການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ໄວ້ໃຫ້ໝັ້ນຄົງ.
5. ຄຸນຄ່າດ້ານບົດຮຽນທີ່ສຳຄັນໃນການເປີດກວ້າງການທູດປະຊາຊົນ, ການພົວພັນຮ່ວມມືສາກົນ ຕາມແນວທາງການຕ່າງປະເທດຂອງພັກ, ເສີມຂະຫຍາຍຄວາມສາມັກຄີ ລະຫວ່າງ ປະຊາຊົນລາວ ກັບ ປະຊາຊາດໃນໂລກ ບົນພື້ນຖານ ເຄົາລົບເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນ ຂອງກັນ ແລະ ກັນ ສະເໝີພາບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ບັນດາຄຸນຄ່າທີ່ຍົກຂຶ້ນນັ້ນ, ສະແດງເຖິງຄວາມເອົາໃຈໃສ່ຊີ້ນຳ ຂອງການນຳພັກ-ລັດ ກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນ ເວົ້າລວມ, ເວົ້າສະເພາະ ແມ່ນການຊີ້ນຳໂດຍກົງຂອງ ປະທານ ຄຳໄຕ ສີພັນດອນເຖິງຈະຢູ່ໃນຖານະ ແລະ ຄວາມຮັບຜິດຊອບໃດກໍຕາມ ເພິ່ນລ້ວນແຕ່ໃຫ້ຄວາມສຳຄັນ, ໃກ້ຊິດຕິດແທດ ແລະ ຊີ້ນຳຢ່າງຕໍ່ເນື່ອງ ບັນດາຄຸນຄ່າທັງຢູ່ໃນການປະພຶດຕົວຈິງຂອງເພິ່ນ ແລະ ສະແດງອອກໃນບັນດານິຕິກຳສຳຄັນ ຂອງພັກ-ລັດ ຊຶ່ງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ, ການຊີ້ທິດເຍື້ອງທາງ ກໍຄືການອຸທິດຕົນໃຫ້ແກ່ປະເທດຊາດ, ໃຫ້ແກ່ພັກ, ໃຫ້ແກ່ການປະຕິວັດ ແລະ ຄວາມຢູ່ດີກິນດີ ຂອງປະຊາ ຊົນບັນດາເຜົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ