ສະຖານທີ່ທ່ອງທ່ຽວແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ

ຂຸນກອງແລງແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດຈະເປີດໃຫ້ບໍລິການໃນເດືອນເມສານີ້

ຂຸນກອງແລງແຫຼ່ງທ່ອງທ່ຽວແບບອະນຸລັກທຳມະຊາດຈະເປີດໃຫ້ບໍລິການໃນເດືອນເມສານີ້
ຂຸນກອງແລງ ຕັ້ງຢູ່ບ້ານນາຄືເມືອງຫີນບູນ ແຂວງຄໍາມ່ວນຫ່າງຈາກເມືອງທ່າແຂກປະມານ 55 ກິໂລແມັດ ຊຶ່ງເປັນສະຖານທີ່ທ່ອງທ່ຽວແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍການມີສ່ວນຮ່ວມຂອງປະຊາຊົນໄດ້ຮັບການສຳປະທານ

 

 

 ແລະ ພັດທະນາໂດຍບໍລິສັດອິນທຣາໂຄໂປເຣຊັ່ນຈຳກັດຜູ້ດຽວ ຄາດວ່າຈະເປີດໃຫ້ບໍລິການພາຍໃນເດືອນເມສາ 2025 ນີ້.

ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດອິນທຣາ ໂຄໂປເຣຊັ່ນຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ-ຈີນໃນວັນທີ 26 ມັງກອນຜ່ານມາວ່າ: ປັດຈຸບັນສະຖານທີ່ແຫ່ງນີ້ກໍາລັງກໍ່ສ້າງຫຼາຍຢ່າງລວມມີຫຼາຍກິດຈະກຳການທ່ອງທ່ຽວໂດຍສະເພາະໂຮງແຮມ, ຣີສອດ, ຮ້ານອາຫານ, ສູນບໍລິການການທ່ອງທ່ຽວ, ມີກິດຈະກຳທີ່ຕິດພັນກັບທຳມະຊາດ (Green Adventures), ສູນສົ່ງເສີມ ແລະ ພັດທະນາການຜະລິດສິນຄ້າ, ສູນຈຳໜ່າຍສິນຄ້າ, ຂອງທີ່ລະນຶກຈາກສີມືຂອງພໍ່ແມ່ປະຊາຊົນ (ODOP) ແລະ ອື່ນໆ. ໃນນັ້ນ,ກິດຈະກຳຫຼັກໆ ທີ່ກະກຽມຈະເປີດໃຫ້ບໍລິການໃນເດືອນເມສາ 2025 ນີ້ປະກອບມີ: ພາຍເຮືອກາຍັກ (Kayaking),ຂີ່ສະລິງ (Zipline), ໄຕ່ຂົວອູ່,ດໍານໍ້າ (Scuba diving), ທ່ຽວຖໍ້າ (Caving),ຂີ່ລົດ ATV/KTV, ປີນຜາ (Rock climbing), ຍ່າງປ່າ (Jungle trekking), ສວນນໍ້າທໍາມະຊາດ (Natural water park), ຕັ້ງແຄ້ມ (Camping) ແລະ ກິດຈະກໍາອື່ນໆ.

ທ່ານ ພັນທະຈິດ ອິນທິລາດ ກ່າວຕື່ມວ່າ: ຍ້ອນຄວາມມັກຮັກໃນທຳມະຊາດ, ມັກການທ່ອງທ່ຽວແບບພະຈົນໄພ ແລະ ເຫັນໄດ້ສັກກະຍະພາບຂອງແຂວງຄຳມ່ວນ ກໍຄືເມືອງຫີນບູນ ໂດຍສະເພາະແມ່ນຂຸນກອງແລງທີ່ມີຊື່ສຽງໂດ່ງດັງມາໄດ້ຫຼາຍສິບປີ ແຕ່ຍັງບໍ່ໄດ້ຮັບການພັດທະນາ ທາງບໍລິສັດຈຶ່ງໄດ້ປຶກສາຫາລືກັບການນຳຂອງແຂວງ, ເມືອງ ແລະ ໄດ້ຂໍອະນຸຍາດສຶກສາສຳຫຼວດຄວາມເປັນໄປໄດ້ເພື່ອພັດທະນາ ພ້ອມທັງສຶກສາທາງດ້ານຜົນກະທົບຕໍ່ສິ່ງແວດລ້ອມໃນປີ 2018 ໂດຍໃຊ້ເວລາສຶກສາສໍາຫຼວດເກືອບ 1 ປີ ແລະ ໄດ້ຮັບການອະນຸມັດເຊັນສັນຍາສໍາປະທານໃນປີ 2019. ຈາກນັ້ນ, ໄດ້ເລີ່ມລົງມືບຸກເບີກ, ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນການກໍ່ສ້າງຕາຝັ່ງເຈື່ອນ, ປູກປ່າຄືນໃໝ່, ດັດປັບທັດສະນີຍະພາບ, ສ້າງສິ່ງອຳນວຍຄວາມສະດວກ, ທີ່ພັກພາອາໃສ ຊຶ່ງໃຊ້ເວລາພັດທະນາມາໄດ້ປີກວ່າໆກໍປະສົບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ສາມາດດໍາເນີນຕໍ່ໄປໄດ້. ພາຍຫຼັງຈາກຜ່ານວິກິດການດັ່ງກ່າວແລ້ວຈຶ່ງໄດ້ກັບເຂົ້າມາພັດທະນາໂຄງການຕໍ່ ແລະ ໄດ້ປັບປຸງກິດຈະການຕ່າງໆໃຫ້ສົມບູນ ບໍ່ວ່າຈະເປັນກິດຈະກຳທີ່ຕິດພັນກັບທຳມະຊາດ ແລະ ແບບພະຈົນໄພ ເປັນຕົ້ນສູນບໍລິການນັກທ່ອງທ່ຽວ (Clup House), ບ່ອນຈອດລົດ, ຣີສອດ (ເຮືອນແຄັບຊູນແບບທັນສະໄໝ, ເຮືອນໄມ້ໄຜ່, ເຮືອນຊົງລາວ), ສວນອາຫານ, ຮ້ານຂາຍເຄື່ອງຂອງທີ່ລະນຶກ, ຖະໜົນຄົນຍ່າງ, ເຮືອນພັກຕາກອາກາດ, ສູນຮັກສາສຸຂະພາບ, ສວນນໍ້າ, ຈຸດຊົມວິວ, ພາຍເຮືອກາຍັກ, ຂີ່ລົດ ATV, ຊິບລາຍ, ປີນຜາ ແລະ ອື່ນໆ.

ທ່ານ ພັນທະຈິດ ອິນທິລາດ ຍັງໄດ້ເຊີນຊວນບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຊຶ່ງພາຍຫຼັງທີ່ໄດ້ເປີດໃຫ້ບໍລິການແລ້ວໃຫ້ເຂົ້າມາທ່ຽວຊົມ ສຳຜັດກັບຄວາມສວຍງາມຂອງທຳມະຊາດ ແລະ ຮັບຮູ້ເຖິງການພັດທະນາ, ການໃຫ້ບໍລິການໂດຍປະຊາຊົນມີສ່ວນຮ່ວມທີ່ເປັນການລົງທຶນຂອງເອກະຊົນພາຍໃນ 100%.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ທາງຄະນະຮັບຜິດຊອບຈັດງານບຸນເມືອງຈັນທະບູລີ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ ສະແດງອອກທາງເຂົ້າ-ອອກສະດວກ ເຖິງແມ່ນວ່າຈະມີຜູ້ຄົນແໜ້ນໜາກໍຕາມ, ແຕ່ກໍໄດ້ຈັດສັນບ່ອນຫຼິ້ນສໍາລັບເດັກນ້ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຂົ້າຫຼາມ-ປີ້ງໄກ່, ເຄື່ອງດື່ມປະເພດອື່ນໆ ລວມທັງສະຖານທີ່ຝາກລົດໄວ້ຄອຍບໍລິ ການແຂກທີ່ມາທ່ອງທ່ຽວໃນງານບຸນໃຫ້ມີຄວາມສະດວກສະບາຍ, ສ່ວນພາຍໃນວັດອິນແປງ, ອົງຕື້, ຫາຍໂສກ, ຊຽງຍືນ, ມີໄຊ, ວັດຈັນ ກໍໄດ້ມີພິທີກໍາທາງສາສະໜາເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ດ້ານໜ້າ ບໍລິເວນວັດ ພໍ່ຄ້າ-ແມ່ຄ້າໄດ້ນໍາເອົາດອກໄມ້, ທູບທຽນ, ຂັນໝາກເບັງມາວາງຂາຍເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໄດ້ຊື້ນໍາໄປສັກກາລະບູຊາພະພຸດທະຮູບ.
ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ບັນຍາກາດການຄ້າຂາຍໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ມີຄວາມຄຶກຄື້ນ, ຊາວຄ້າຂາຍຕ່າງກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ຂາຍດີໃນງານບຸນປີນີ້ ໂດຍມີມວນຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ. ພໍ່ຄ້າແມ່ຄ້າທີ່ມາຕັ້ງຮ້ານຂາຍເຄື່ອງຕ່າງກໍເວົ້າເປັນສຽງດຽວກັນວ່າ ການຄ້າຂາຍໃນປີນີ້ແມ່ນດີກວ່າເກົ່າ.
ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ເຂົ້າຮ່ວມກິດຈະກໍາໃນມື້ບຸນອອກພັນສາປະວໍຣະນາ ໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ວັດ ອົງຕື້ວໍຣະມະຫາວິຫານ. ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ສຸມາລີ ທໍາມະວົງ ຄະນະປະຈໍາພັກ ນວ ເລຂາຄະນະພັກເມືອງ ຫົວໜ້າຄະນະສະມາຊິກສະພາ ນວ ຊຸດທີ V ປະຈໍາເຂດເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ມີພໍ່, ແມ່, ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນໄປເທດສັ່ງສອນອອກຕົນຍາດໂຍມ ບວດລູກ-ຫຼານຊາວບ້ານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າ ຕະຫຼອດມາຈົນເຖິງທຸກວັນນີ້.
ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 26 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຢ້ຽມຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2026. ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພັນລະຍາການນໍາແຂວງເຂົ້າຮ່ວມ.
ເພີ່ມເຕີມ