ຄຕພ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ຄຕພ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ
ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່ເອກະສານ ວັນກໍາມະກອນສາກົນ ຄົບຮອບ 138ປີ (1/5/1886-1/5/2024); ວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70ປີ (7/5/1954-7/5/2024); ວັນຜ່າວົງປິດລ້ອມຂອງກອງພັນທີ2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 65ປີ (18/5/1959-18/5/2024) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາການນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64ປີ (24/5/1960-24/5/2024), ໃນວັນທີ 20 ພຶດສະພານີ້ ທີ່ຄຕພ, ໃຫ້ກຽດເຜີຍແຜ່ ແລະ ເປັນປະທານ ຂອງສະຫາຍ ເກີລໍ່ ຢ່າງກໍ່ກຳມະການຄະນະພັກເລຂາໜ່ວຍພັກຫົວໜ້າກົມຈັດຕັ້ງ-ພະນັກງານ, ມີບັນດາຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ. 
ໃນພິທີ, ສະຫາຍ ເກີລໍ່ ຢ່າງກໍ່ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນກຳມະກອນສາກົນ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບກຳມະກອນ ແລະ ຊາວຜູ້ອອກແຮງງານໃນພາກພື້ນ, ສາກົນ ພ້ອມທັງຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການຂອງກຳມະກອນສາກົນ ລວມທັງກຳມະກອນລາວໃນຍຸກປັດຈຸບັນ (4.0), ການປະກອບສ່ວນໃນພາລະກິດປະຕິວັດຂອງກຳມະກອນລາວ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ ໃນໄລຍະຜ່ານມາ.
ຈາກນັ້ນ, ສະຫາຍປະທານ ໄດ້ຍົກໃຫ້ເຫັນເຖິງໄຊຊະນະອັນຍິ່ງໃຫຍ່ຂອງບັ້ນຮົບດຽນບຽນຝູ້ ທີ່ພິລະອາດຫານຂອງ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນແບບເກົ່າ, ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຂອງປະຊາຊົນຫວຽດນາມ ຕ້ານການຮຸກຮານຂອງຈັກກະພັດ ແລະ ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນ ສະຕະວັດທີ XX. ໄຊຊະນະດຽນບຽນຝູ້ ແມ່ນໜຶ່ງໃນບັນດາປັດໄຈ ແລະ ໝາກຜົນຂອງ ຄວາມສາມັກຄີພິເສດ ແລະ ການຮ່ວມສໍາພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ ໃນການຕ້ານສັດຕູຕົວດຽວກັນ, ການປະສານສົມທົບ ແລະ ຊ່ວຍໜູນຊຶ່ງກັນ ແລະ ກັນ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດເຄິ່ງສັກດີນາທີ່ເຄີຍເປັນຫົວເມືອງຂຶ້ນປະຊາກອນບໍ່ຫຼາຍ, ເສດຖະກິດຫຼ້າຫຼັງ, ກຳລັງທະຫານ ແລະພາຫະນະ-ອາວຸດຍຸດໂທປະກອນມີໜ້ອຍ ແຕ່ດ້ວຍຄວາມສາມັກຄີຢ່າງແໜ້ນແຟ້ນພາຍໃນຊາດ, ການຊີ້ນໍາ-ນໍາພາຂອງພັກ ແລະ ປະທານໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປຸກລະດົມ ແລະ ໝູນໃຊ້ກຳລັງປະກອບອາວຸດປະຕິບັດໜ້າທີ່ປ້ອງກັນປະເທດທົ່ວປວງຊົນເພື່ອເຮັດສົງຄາມປະຊາຊົນ, ຕີເອົາໄຊຊະນະກັບສັດຕູຜູ້ຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫຼາຍເທົ່າຈົນໄດ້ຮັບໄຊຊະນະ. ໃນຕອນທ້າຍ, ສະຫາຍ ປະທານ ກໍຫວນຄືນ ປະຫວັດສາດ ແລະ ມູນເຊື້ອການຜ່າວົງປິດລ້ອມຂອງ ກອງພັນ ທີ 2 ວິລະຊົນ ແລະ ການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ກໍຍ້ອນມີພັກ ແລະ ພາຍໃຕ້ການນໍາພາອັນ ສະຫຼາດສ່ອງໃສ ແລະ ປີຊາສາມາດຂອງພັກໂດຍມີ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ, ມີນໍ້າໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນໍາ, ມີຄວາມຕັດສິນໃຈ ຕໍ່ສູ້ຍອມເສຍສະຫຼະເພື່ອຊາດ, ມີຄວາມປີຊາສາມາດຂົນຂວາຍ, ກໍ່ສ້າງຮາກຖານການເມືອງ, ມີການຈັດຕັ້ງນໍາພາ, ບັນຊາທີ່ໜັກແໜ້ນ, ເດັດດ່ຽວ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງໝົດທຸກຄົນ, ກຳແໜ້ນກາລະໂອກາດອັນເໝາະສົມ, ຈຶ່ງເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ2 ແລະ ບັນດາທ່ານຜູ້ນໍາສາມາດໂຕນອອກຈາກຄຸກໄປສູ່ເຂດປະຕິວັດໄດ້ຢ່າງປອດໄພ.
 (ຂ່າວ: ຄຕພ, ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ເພີ່ມເຕີມ