ຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ

ຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ

ຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກໍລະກົດນີ້ວ່າ: ຫຼາຍປະເທດໃນເອີຣົບຍັງອອກຄຳເຕືອນດ້ານສະພາບອາກາດ ແລະ ສຸຂະພາບ, ຫຼັງຈາກຄື້ນຄວາມຮ້ອນແຜ່ປົກຄຸມປະເທດ, ໂດຍລ້າສຸດພົບຜູ້ເສຍຊີວິດຍ້ອນອາກາດຮ້ອນ 8 ຄົນ. ຜູ້ເສຍຊີວິດຈຳນວນ 8 ຄົນ, ລວມມີໃນປະເທດແອັດສະປາຍ 4 ຄົນ, 2 ຄົນ ຢູ່ປະເທດຝຣັ່ງ ແລະ ອີກ 2 ຄົນຢູ່ອີຕາລີ.

 

ໃນປະເທດແອັດສະປາຍ, ເຈົ້າໜ້າທີ່ກ່າວວ່າມີ 2 ຄົນເສຍຊີວິດຍ້ອນໄຟໄໝ້ປ່າໃນແຄວ້ນຄາຕາລູນຍາ ແລະ ຍັງມີລາຍງານການເສຍຊີວິດຈາກຄື້ນຄວາມຮ້ອນໃນເອຊເຕຣມາດູຣາ ແລະ ກໍໂດບາ ດ້ວຍ. ໃນປະເທດຝຣັ່ງ, ລັດຖະ ມົນຕີກະຊວງພະລັງງານ ກ່າວວ່າ: ມີ 2 ຄົນເສຍຊີວິດຍ້ອນຄື້ນຄວາມຮ້ອນ ແລະ ອີກ 300 ຄົນຖືກສົ່ງໄປໂຮງໝໍ, ສ່ວນປະເທດອີຕາລີ, ANSA ລາຍງານວ່າ: ມີຜູ້ຊາຍສອງຄົນທີ່ມີອາຍຸຫຼາຍກວ່າ 60 ປີ ເສຍຊີວິດຢູ່ຫາດຊາຍໃນ ຊາຣດິເນຍ ຂອງປະເທດແອັດສະປາຍ ເນື່ອງຈາກຄື້ນຄວາມຮ້ອນ. ທັງນີ້, ເຈົ້າໜ້າທີ່ອີຕາລີ ໄດ້ປະກາດແຈ້ງເຕືອນສີ ແດງສໍາລັບ 18 ເມືອງ, ໃນຂະນະທີ່ເຢຍລະມັນ ອຸນຫະພູມຄາດວ່າຈະສູງເຖິງ 40 ອົງສາ ໃນບາງພື້ນທີ່ ແລະ ເຮັດໃຫ້ເປັນມື້ທີ່ຮ້ອນທີ່ສຸດຂອງປີ.

ໃນຂະນະທີ່ຄື້ນຄວາມຮ້ອນໃນຕົ້ນລະດູຮ້ອນໄດ້ສືບຕໍ່ແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງເອີຣົບ ໃນວັນທີ 2 ກໍລະກົດ ຜ່ານມາ, ສົ່ງຜົນໃຫ້ເກີດການແຈ້ງເຕືອນດ້ານສຸຂະພາບ ແລະ ໄຟປ່າ.

ກົມອຸຕຸນິຍົມວິທະຍາຂອງຝຣັ່ງ ລະບຸວ່າ: ການແຈ້ງເຕືອນສີແດງຍັງຄົງຢູ່ໃນພາກກາງຂອງຝຣັ່ງ, ໂດຍມີຄວາມສ່ຽງສູງທີ່ສຸດສຳລັບປະຊາກອນທີ່ມີຄວາມສ່ຽງ. ຂະນະທີ່ເຈົ້າໜ້າທີ່ຍັງສືບຕໍ່ຕິດຕາມສະຖານະການຕໍ່ໄປ.

ອີຕາລີ, ຝຣັ່ງ ແລະ ເຢຍລະມັນ ໄດ້ເຕືອນເຖິງຄວາມສ່ຽງທີ່ຈະເກີດພາຍຸຮ້າຍແຮງຍ້ອນອຸນຫະພູມທີ່ເພີ່ມສູງຂຶ້ນ.

ໃນວັນທີ 1 ກໍລະກົດ ຜ່ານມາ ທີ່ປະເທດເຢຍລະມັນ ພາຍຸໝາກເຫັບໄດ້ພັດເຂົ້າເມືອງຕ່າງໆ ແລະ ຕອນກາງຄືນຂອງວັນທີ 30 ມິຖຸນາ ຜ່ານມາ ມີຝົນຕົກໜັກຢູ່ເຂດພູ Alps ຂອງຝຣັ່ງ ຊຶ່ງເຮັດໃຫ້ເກີດດິນເຈື່ອນ ແລະ ສົ່ງຜົນເຮັດໃຫ້ການຈາລະຈອນທາງລົດໄຟລະຫວ່າງນະຄອນຫຼວງປາຣີ ແລະ ມິລານ ຢຸດສະງັກ.

ໃນປະເທດສະວິດ, ບໍລິສັດ Axpo ໄດ້ປິດເຕົາປະຕິກອນໜຶ່ງໜ່ວຍທີ່ໂຮງງານໄຟຟ້ານິວເຄລຍ Beznau ແລະ ຫຼຸດກຳລັງການຜະລິດລົງເຄິ່ງໜຶ່ງ ໃນວັນທີ 1 ກໍລະກົດ ຜ່ານມາເນື່ອງຈາກອຸນຫະພູມຂອງແມ່ນໍ້າຢູ່ໃນລະດັບສູງ. ທັງນີ້, ໂຮງງານນິວເຄລຍນໍາໃຊ້ນໍ້າໃນການລະບາຍຄວາມຮ້ອນ ແລະ ຈຸດປະສົງອື່ນໆ ແລະ ຄາດວ່າຈະຍັງຄົງມີການຈຳກັດການໃຊ້ງານຕໍ່ໄປໃນຂະນະທີ່ມີການຕິດຕາມກວດສອບອຸນຫະພູມ.

ບັນດາຜູ້ຊ່ຽວຊານກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດເປັນສາເຫດທີ່ເຮັດໃຫ້ຄື້ນຄວາມຮ້ອນຮຸ່ນແຮງຂຶ້ນ, ພ້ອມທັງເຕືອນເຖິງຜົນກະທົບທາງດ້ານເສດຖະກິດ ແລະ ຄວາມຈຳເປັນໃນການຮັບມືກັບສະພາບອາກາດຮ້ອນແຮງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກຈາກ ສອາຟຣິກາໃຕ້, ເຊື່ອມຕໍ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ອອກ​ຖະ​ແຫຼງ​ການ​ຮ່ວມ

ຂ່າວສານຊີອາໄອລາຍງານວ່າ: ໃນລະ​ຫວ່າງວັນ​ທີ 17-18 ພະ​ຈິກ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ ປະເທດ​ຣັດ​ເຊຍ, ພາຍ​ຫຼັງສຳ​ເລັດກອງ​ປະ​ຊຸມໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​.
ເພີ່ມເຕີມ