ກຽມສະເຫຼີມສະຫຼອງສາມວັນປະຫວັດສາດ ໃນປີ 2025

ກຽມສະເຫຼີມສະຫຼອງສາມວັນປະຫວັດສາດ ໃນປີ 2025
ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ, ທົ່ວປວງຊົນລາວທັງຊາດ ຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ.

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ໃນປີ 2025 ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ກໍລະກົດນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຊື່ງພວກເຮົາຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຜົນສໍາເລັດຢ່າງຈົບງາມ. ພ້ອມກັນນັ້ນ ປີ 2025 ກໍເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນສະພາບແວດລ້ອມຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ໄວວາ ແລະ ຄາດຄະເນໄດ້ຍາກ ຊຶ່ງໄດ້ສົ່ງຜົນກະທົບຫຼາຍດ້ານ ຕໍ່ປະເທດພວກເຮົາ, ພ້ອມດຽວກັນນັ້ນ ຢູ່ພາຍໃນປະເທດພວກເຮົາ ກໍປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼວງຫຼາຍປະການ. ດັ່ງນັ້ນ, ເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງສາມວັນປະຫວັດສາດດັ່ງກ່າວ ມີເນື້ອໃນເລິກເຊິ່ງ, ມີຮູບການທິີ່ເໝາະສົມ ແລະ ທັນກັບກຳນົດເວລາ ຈຶ່ງມີຄວາມຈໍາເປັນຕ້ອງມີການຊີ້ນໍາ-ນໍາພາຢ່າງໃກ້ຊິດແທດເຖິງ, ຕ້ອງກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກລະດົມ ຂະບວນການແຂ່ງຂັນ ຮັກຊາດພັດທະນາໃນທົ່ວປະເທດໃຫ້ຟົດຟື້ນ, ແຂງແຮງ ສ້າງທ່ວງທ່າໃໝ່ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດອັນໃຫຍ່ຫຼວງ.

ທ່ານ ກິແກ້ວ ໄຂຄຳພິທູນ ກ່າວອີກວ່າ: ການສະເຫຼີມສະຫຼອງສາມວັນປະຫວັດສາດດັ່ງກ່າວ ຕ້ອງຮັບປະກັນບັນລຸໃຫ້ໄດ້ຈຸດປະສົງ-ລະດັບຄາດໝາຍ ດັ່ງນີ້:

1. ຫວນຄືນມູນເຊື້ອແຫ່ງການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ຕະຫຼອດໄລຍະ 70 ປີຜ່ານມາ ກໍຄືທົບທວນມູນເຊື້ອອັນສະຫງ່າງາມແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະ 50 ປີ ແຫ່ງ ສປປ ລາວ, ທັງເປັນການລະນຶກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ, ຈົດຈໍາລໍາລຶກຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ.

2. ສຶກສາອົບຮົມພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາ ເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ທາດແທ້ມູນເຊື້ອອັນດີງາມຂອງພັກ, ເຫັນແຈ້ງຜົນສໍາເລັດ, ຜົນງານອັນໃຫຍ່ຫຼວງຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສຶກສາຮໍ່າຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແນໃສ່ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດຫຼ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດ ມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນບົດບາດຂອງພັກ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.

3. ຖືເອົາການສະເຫຼີມສະຫຼອງສາມວັນປະຫວັດສາດ ເປັນໂອກາດສໍາຄັນເປີດບັ້ນປຸກລະດົມນ້ໍາໃຈຮັກຊາດ, ຮັກລະບອບໃໝ່, ສຸມໃສ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ.

4. ປຸກລະດົມຂະບວນການ ການເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະທ້າຍສະໄໝ ແລະ ສອງວາລະແຫ່ງຊາດ ຕິດພັນກັບການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຜົນງານ ຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນ ຂອງພັກ ແລະ ຂອງຊາດ ໃນປີ 2025, ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນແຂງແຮງ ແລະ ເບີກບານມ່ວນຊື່ນ.

ການສະເຫຼີມສະຫຼອງບັນດາວັນບຸນສໍາຄັນດັ່ງກ່າວ ຕ້ອງດໍາເນີນບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ດັ່ງນີ້:

. ໃຫ້ຈັດຕັ້ງໂຮມຊຸມນຸມໃຫຍ່ລະດັບຊາດຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໃນວັນທີ 22 ມີນາ 2025; ສໍາລັບການສະເຫຼີມ ສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ໃນວັນທີ 2 ທັນວາ 2025 ໃຫ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫຼວງວຽງຈັນ ໂດຍມີການສະແດງກ້ອນກໍາລັງເດີນສວນສະໜາມຂອງບັນດາກໍາລັງປະກອບອາວຸດ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາມະກອນ-ຊາວຜູ້ອອກແຮງງານ ຕາມຄວາມເໝາະສົມ; ຈັດງານວາງສະແດງຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕິດພັນກັບການວາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ແລະ ກິດຈະກໍາອື່ນໆ.

. ຈັດຕັ້ງກອງປະຊຸມສໍາມະນາວິທະສາຍາດ ເພື່ອຄົ້ນຄວ້າທິດສະດີ-ສະຫຼຸບພຶດຕິກໍາແຫ່ງການນໍາພາຂອງພັກເຮົາ ສ້າງໃຫ້ກາຍເປັນຄັງສາງທິດສະດີ, ບົດຮຽນພຶດຕິກໍາ ເພື່ອນໍາພາ ຊີ້ນໍາພາລະກິດປະຕິວັດກ້າວຂຶ້ນ ແລະ ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ, ໄດ້ຄົ້ນຄວ້າຮໍ່າຮຽນ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງ.

. ຈັດຕັ້ງປາຖະກະຖາເລົ່າມູນເຊື້ອແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວອັນສະຫງ່າງາມຂອງພັກເຮົາໃນ 70 ປີຜ່ານມາ, ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ ແລະ ສື່ສັງຄົມອອນລາຍຢ່າງແຂງແຮງ, ກວ້າງຂວາງ ກ່ຽວກັບບົດບາດຕັດສິນຊີ້ຂາດແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຢ່າງມີໄຊ ແລະ ຢືນຢັນຜົນງານ, ຜົນສໍາເລັດອັນໃຫຍ່ຫຼວງສໍາຄັນ, ຫຼາຍດ້ານ ແຫ່ງໝາກຜົນຕົວຈິງ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດ 50 ປີ, ຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ຄົ້ນຄວ້າ, ຕີລາຄາ, ຄັດເລືອກບຸກຄົນ, ກົມກອງ ທີ່ມີຜົນງານດີເດັ່ນ ໃນຂະບວນການ “ແຂ່ງຂັນຮັກຊາດ ແລະ ພັດທະນາ”; ພ້ອມກັນນັ້ນ ກໍໃຫ້ມີການພົບປະພະນັກງານປະຕິວັດອາວຸໂສ, ບໍານານ ແລະ ຄອບຄົວພະນັກງານປະຕິວັດ ທີ່ເສຍຊີວິດແລ້ວ.

. ສໍາລັບການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງຂອງບັນດາຂະແໜງການ ແລະ ອົງການຈັດຕັ້ງພັກ-ລັດ ທີ່ຄົບຮອບປີໃຫຍ່ ແມ່ນໃຫ້ຈັດເຂົ້າເປັນຂະບວນການລວມ ຂອງການສະເຫຼີມສະຫຼອງວັນປະຫວັດສາດ ໂດຍແມ່ນຂະແໜງການ ແລະ ອົງການກ່ຽວຂ້ອງ ເປັນເຈົ້າການ ພາຍໃຕ້ການຊີ້ນໍາໂດຍກົງ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ.

. ໃຫ້ຈັດຕັ້ງການດໍາເນີນຊີວິດການເມືອງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງສາມວັນປະຫວັດສາດດັ່ງກ່າວ ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຢ່າງຟົດຟື້ນ, ເນື່ອງນິດລຽນຕິດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້, ຄະນະຮັບຜິດ ຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງສາມວັນປະຫວັດສາດ ໄດ້ກໍານົດ 11 ກິດຈະກໍາ ແລະ ໄດ້ແຕ່ງ ຕັ້ງ 5 ອະນຸກໍາມະການຮັບຜິດຊອບ ຄື: ອະນຸກໍາມະການເນື້ອໃນ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ, ອະນຸກໍາມະການເສດຖະກິດ-ການເງິນ, ອະນຸກໍາມະການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ແລະ ອະນຸກໍາມະການເລຂານຸການ ແລະ ພິທີການ ໂດຍເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ມິຖຸນາ 2024 ຈົນເຖິງປີ 2025.

ສໍາລັບບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນໃຫ້ແຕ່ງຕັ້ງຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງ ສາມວັນປະຫວັດສາດດັ່ງກ່າວຂອງຕົນ ໂດຍມອບໃຫ້ຮອງເລຂາຄະນະພັກຂັ້ນຂອງຕົນເປັນຫົວໜ້າ ແລະ ມີພາກສ່ວນຕ່າງໆເຂົ້າເປັນຄະນະ ເພື່ອເປັນເຈົ້າການຄົ້ນຄວ້າ ແລະ ຫັນເອົາເນື້ອໃນຄໍາສັ່ງແນະນໍາ ເລກທີ 182/ຄລສພ, ລົງວັນທີ 12 ກໍລະກົດ 2024 ຂອງຄະນະເລຂາ ທິການສູນກາງພັກ ໃຫ້ເປັນແຜນວຽກ, ແຜນງານລະອຽດ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ການສະເຫຼີມສະຫຼອງ ສາມວັນບຸນໃຫຍ່ປະຫວັດສາດ ຂອງພັກ ຂອງຊາດ ແລະ ບັນດາວັນບຸນໃຫຍ່ຂອງບັນດາຂະແໜງການຈໍານວນໜຶ່ງ ໃນປີ 2025 ທີ່ຈະມາເຖິງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ຊຶ່ງເປັນປາງບຸນໃຫຍ່ ຂອງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປະຊາຊົນລາວທັງຊາດ.

ຂ້າພະເຈົ້າ, ຕາງໜ້າຄະນະຮັບຜິດຊອບຊີ້ນໍາລະດັບຊາດ ຂໍຮຽກຮ້ອງມາຍັງຄະນະພັກ, ຄະນະນໍາບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງໃນທົ່ວປະເທດ, ຕະຫຼອດຮອດພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ດັ່ງນີ້:

ໜຶ່ງ: ຈົ່ງເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍ ແລະ ປຸກລະດົມນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີເປັນປຶກແຜ່ນ ຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ, ນໍ້າໃຈຕໍ່ສູ້ອັນອົງອາດ ແລະ ເສຍສະຫຼະບໍ່ຍອມຈໍານົນ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ, ສຸມທຸກກໍາລັງແຮງ, ສະຕິປັນຍາ, ຫົວຄິດປະດິດສ້າງ ຫັນເອົາເນື້ອໃນການສະເຫຼີມສະຫຼອງ ສາມວັນປະຫວັດສາດທີ່ສໍາຄັນດັ່ງກ່າວ ກາຍເປັນການກະທໍາຕົວຈິງ ໂດຍສະເພາະແມ່ນແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ-ເງິນຕາ, ຍູ້ແຮງການຜະລິດ-ທຸລະກິດ, ສ້າງພື້ນຖານໃຫ້ເສດຖະກິດແຫ່ງຊາດ ນັບມື້ນັບໜັກແໜ້ນ, ເຂັ້ມແຂງ, ເປັນເຈົ້າຕົນເອງ; ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ ແລະ ໄພສັງຄົມຕ່າງໆ. ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງພວກຄົນບໍ່ດີ, ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຄວາມສະຫງົບສຸກຂອງປະຊາຊົນ.

ສອງ: ຖືເອົາການສະເຫຼີມສະຫຼອງ ສາມວັນສໍາຄັນດັ່ງກ່າວ ເປັນໂອກາດສໍາຄັນ ແຫ່ງການປັບປຸງ, ກໍ່ສ້າງພັກໃນທຸກດ້ານ ຕິດພັນກັບການດໍາເນີນຊີວິດການເມືອງປົວແປງພາຍໃນພັກ ໃຫ້ເລິກເຊິ່ງ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ; ປັບປຸງລະບົບການເມືອງປະຊາທິປະໄຕ ປະຊາຊົນແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ນັບມື້ນັບສັກສິດ ແລະ ມີປະສິດທິຜົນ.

ສາມ: ຖືເອົາການກະກຽມ ແລະ ສະເຫຼີມສະຫຼອງ ສາມວັນປະຫວັດສາດ ສໍາຄັນດັ່ງກ່າວ ເປັນການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ, ມູນເຊື້ອ ແລະ ຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ຕໍ່ບັນດາປະເທດພາກພື້ນ ແລະ ໃນໂລກ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນປະທານ ໝູນວຽນໃນ 2024 ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ສີ່: ຖືເອົາການກະກຽມ ແລະ ສະເຫຼີມສະຫຼອງ ສາມວັນປະຫວັດສາດ ສໍາຄັນນີ້ ເປັນການປຸກ ລະດົມທຸກພາກສ່ວນເສດຖະກິດ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ເພີ່ມທະວີເຂົ້າຮ່ວມ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ແຂງແຮງ, ສ້າງຜົນງານ ເພື່ອຂໍ່ນັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນ ແລະ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍບາດກ້າວທີ່ໜັກແໜ້ນ.

ຂ່າວ-ພາບ: ນາງແສງຈັນ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 8 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ ນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະ ສສຊ ເຂດ 12 ເຂົ້າອວຍພອນປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ຄົນໃໝ່

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະຫ້ອງວ່າການສະພາປະຊາຊົນແຂວງ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນປະທານຄະ​ນະ ສສຊ ປະຈໍາເຂດເລືອກຕັ້ງທີ 12, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຂົ້າອວຍພອນ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາທີ່ ສະ​ພາ​ແຫ່ງ​ຊາດ. ໃນໂອກາດທີ່ທັງສອງທ່ານໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ໃນວັນທີ 8 ຕຸລານີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-9 ຕຸລານີ້.
ເພີ່ມເຕີມ