ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ສິງຫາ ຜ່ານມາວ່າ: ທ່ານ ອີ ວາຍັນ ສຸມາຣາຈາຍາ ຫົວໜ້າຫ້ອງການທ່ອງທ່ຽວແຂວງບາຫຼີ ອິນໂດເນເຊຍ ກ່າວວ່າ, ເກາະບາຫຼີ ເປັນຈຸດໝາຍການທ່ອງທ່ຽວຊັ້ນນໍາຂອງປະເທດ, ໂດຍໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 4 ລ້ານຄົນ ໃນລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ 2025 ເພີ່ມຂຶ້ນຈາກ 3.89 ລ້ານຄົນໃນໄລຍະດຽວກັນຂອງປີ 2024. ສ່ວນຈຳນວນທ່ອງທ່ຽວພາຍໃນປະເທດສູງເຖິງ 5 ລ້ານເທື່ອຄົນ.
ທ່ານ ສຸມາຣາຈາຍາ ຄາດຄະເນວ່າ: ຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວເກາະບາຫຼີໃນປີ 2025 ຈະລື່ນກາຍ 6.4 ລ້ານຄົນຂອງປີ 2024. ໂດຍຂ່າວລະບຸຕື່ມວ່າ: ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ຄວາມສວຍງາມທາງທຳມະຊາດຂອງເກາະບາຫຼີຍັງຄົງເປັນໜຶ່ງໃນປັດໄຈສຳຄັນທີ່ດຶງດູດນັກທ່ອງທ່ຽວໃຫ້ໄປເກາະດັ່ງກ່າວ.
ຄໍາເຫັນ