ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້, ໜັງສືພິມ The bali Sun ຂອງອິນໂດເນເຊຍລາຍງານວ່າ: ເລີ່ມແຕ່ວັນທີ 14 ກຸມພາເປັນຕົ້ນໄປ, ເກາະບາຫຼີ ຊຶ່ງເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງອິນໂດເນເຊຍຈະເກັບພາສີຈຳນວນ 150.000 ລູເປຍ (ສະກຸນເງິນອິນໂດເນເຊຍ), ຕົກເປັນເງິນປະມານ 9,6 ໂດລາກັບນັກທ່ອງທ່ຽວຕ່າງປະເທດ. ຂະແໜງການທ່ອງທ່ຽວແມ່ນເສົາຄ້ຳເສດຖະກິດສຳຄັນຂອງອິນໂດເນເຊຍ, ແຕ່ວ່ານັກທ່ອງທ່ຽວໄປທ່ຽວເກາະບາຫຼີຫຼາຍເກີນໄປພາໃຫ້ເກີດບັນຫາດ້ານສິ່ງແວດລ້ອມຢ່າງໜັກໜ່ວງ, ອົງການປົກຄອງທ້ອງຖິ່ນເກາະບາຫຼີຢືນຢັນວ່າ, ພາສີໃໝ່ຈະໃຊ້ໃນການປັບປຸງພື້ນຖານໂຄງລ່າງດ້ານການທ່ອງທ່ຽວໃຫ້ດີ, ກໍຄືປົກປັກຮັກສາສິ່ງແວດລ້ອມ ແລະ ວັດທະນະທຳຂອງທ້ອງຖິ່ນ.
ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ
ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ໜ່ວຍງານຄຸ້ມຄອງການສື່ສານ ແລະ ສື່ມວນຊົນຂອງອົສຕຣາລີ ໄດ້ອອກຄຳແນະນຳເບື້ອງຕົ້ນກ່ຽວກັບກົດລະບຽບໃໝ່ທີ່ມີຈຸດປະສົງຫ້າມບຸກຄົນທີ່ມີຊື່ສຽງ ຊຶ່ງລວມທັງນັກກິລາມືອາຊີບໃນປັດຈຸບັນ ແລະ ອະດີດ, ຄົນດັງ, ຜູ້ມີອິດທິພົນໃນສື່ສັງຄົມອອນລາຍ ແລະ ບຸກຄົນອື່ນໆທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ປະກົດຕົວໃນການໂຄສະນາການພະນັນ. ໂດຍກົດລະບຽບເຫຼົ່ານີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027.
ຄໍາເຫັນ