![]() |
ການເຊັນສັນຍາຄັ້ງນີ້, ເພື່ອຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງລາວ, ມີການເກັບຂໍ້ມູນ ແລະ ອອກບັດປະຈໍາຕົວໃຫ້ປະຊາຊົນເປັນຮູບແບບບັດດີຈີຕອນ ຕາມທິດຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນເປັນລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ໃນນັ້ນ, ຢູນີເທວໄດ້ປະກອບ ສ່ວນໃຫ້ບໍລິການເຊົ່າສາຍສົ່ງ ຕັ້ງແຕ່ສູນກາງຈົນຮອດທ້ອງຖິ່ນ. ຜ່ານການນໍາໃຊ້ໄລຍະຜ່ານມາ, ໂດຍສະເພາະ ປີ 2024-2025 ຍັງເຫັນວ່າບໍ່ທ່ວງທັນ ບໍ່ຕອບສະໜອງໄດ້ວຽກງານທາງດ້ານວິຊາສະເພາະໃຫ້ວ່ອງໄວຂຶ້ນ ຈຶ່ງໄດ້ຍົກລະດັບຄວາມໄວຂອງສາຍສົ່ງຂຶ້ນຕື່ມອີກ ຈາກ 02 Mbps/ຈຸດ ມາເປັນ 05 Mbps/ຈຸດ ໃນຈໍານວນ 166 ຈຸດ ແລະ ສູນຂໍ້ມູນຫຼັກ-ສໍາຮອງ (DC - DR) ເພື່ອຍົກລະດັບຄວາມໄວຂຶ້ນເປັນ 200 Mbps ແລະ ໃຫ້ມີສາຍສົ່ງສໍາຮອງ (Backup) ຕື່ມອີກ. ຮ່ວມລົງນາມໂດຍສະຫາຍ ພັອ ທອງຂັນ ສີສຸພັນທອງ ຮອງຫົວໜ້າກົມ 509 ແລະ ທ່ານ ຈັນທະວີໄຊ ທໍາມະວົງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຄໍາເຫັນ