ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ
ໃນວັນທີ 10 ມິຖຸນາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມ ພົບປະກັບປະຊາຊົນ ເພື່ອແຈ້ງຕອບ ກ່ຽວກັບກົດໝາຍ ທີ່ພົວພັນກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ການໃຫ້ອະໄພຍະໂທດ, ພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີບັນດາທ່ານຮອງຫົວໜ້າ ກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ເປັນເຈົ້າຂອງຄໍາຮ້ອງ ແລະ ຜູ້ຕາງໜ້າເຈົ້າຂອງຄໍາຮ້ອງເຂົ້າຮ່ວມ.

 

ໂອກາດດັ່ງກ່າວ, ທ່ານ ບົວລີ ເພັດມີໄຊ ໄດ້ແຈ້ງຈຸດປະສົງຕໍ່ກອງປະຊຸມ ກ່ຽວກັບການແຈ້ງຕອບ ແລະ ການພົບປະກັບປະຊາຊົນໃນຄັ້ງນີ້ ແມ່ນການຜັນຂະຫຍາຍ ຄໍາສັ່ງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການແຈ້ງຕອບ ແລະ ພົບປະກັບປະຊາຊົນ ສະບັບເລກທີ 028/ອອປສ, ລົງວັນທີ 25 ຕຸລາ 2023 ແລະ ແຈ້ງການ ຂອງຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ວ່າດ້ວຍການພົບປະກັບພະນັກງານໄອຍະການ ອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 002/ກຄສ, ລົງວັນທີ 30 ມັງກອນ 2025. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ນຳສະເໜີບັນຫາ ກ່ຽວກັບການຄ້ຳປະກັນ ເພື່ອປ່ອຍຕົວພາງ ຕາມເງື່ອນໄຂ ແລະ ແຕ່ລະກໍລະນີ ທີ່ກໍານົດໄວ້ໃນກົດໝາຍ, ການຈັດຕັ້ງປະຕິບັດໂທດ, ການຄິດໄລ່ໂທດທາງອາຍາ ແມ່ນພາກສ່ວນໃດປະຕິບັດຕົວຈິງ. ນອກຈາກນີ້, ຍັງມີການຍົກເຫດຍົກຜົນ ແລະ ຊີ້ແຈງໃນກໍລະນີມີການກັກຂັງເກີນ ໃຫ້ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຜູ້ຖືກຫາຊາບເຖິງວິທີແກ້ໄຂ ແລະ ເຂົ້າໃຈບັນຫາດັ່ງກ່າວ. ໃນກອງປະຊຸມ ໄດ້ມີການຖອດຖອນບົດຮຽນ ແລະ ຟັງຄໍາຄິດເຫັນ ຈາກເຈົ້າຂອງຄໍາຮ້ອງ ແລະ ຜູ້ຕາງໜ້າ ກໍຄືປະຊາຊົນທີ່ເຂົ້າຮ່ວມ ໂດຍໄດ້ມີການແລກປ່ຽນຄໍາເຫັນ ຢ່າງກົງໄປກົງມາ ໂດຍອີງໃສ່ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ໃນຕອນທ້າຍ ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນວ່າ ການແຈ້ງຕອບ ແລະ ການພົບປະກັບປະຊາຊົນ ແມ່ນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໃນລະບົບອົງການໄອຍະການປະຊາຊົນ ເພື່ອອໍານວຍຄວາມສະດວກ ແກ່ສັງຄົມຢ່າງໂປ່ງໃສ, ຍຸຕິທໍາ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ເຮັດໃຫ້ຜູ້ທີ່ມາພົວພັນວຽກງານກ່ຽວກັບຄະດີ ແລະ ຄໍາຮ້ອງ ເຂົ້າໃຈເຖິງຂັ້ນຕອນ ແລະ ກໍານົດເວລາການແກ້ໄຂຄະດີ ຂອງອົງການໄອຍະການປະຊາຊົນ ແລະ ເປັນການເພີ່ມທະວີຄວາມເຂັ້ມງວດໃຫ້ແກ່ພະນັກງານໄອຍະການປະຊາຊົນ ໃຫ້ປະຕິບັດໜ້າທີ່ຕາມກົດໝາຍ, ໃນຕໍ່ໜ້ານີ້ ສໍາລັບປະຊາຊົນ, ອົງການຈັດຕັ້ງລັດ, ສັງຄົມ, ນິຕິບຸກຄົນ ໃນທົ່ວສັງຄົມທີ່ມີຄວາມສົນໃຈ ໂດຍສະເພາະແມ່ນຂັ້ນຕອນການພິຈາລະນາແກ້ໄຂຄະດີ, ຄໍາຮ້ອງ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງກັບອົງການໄອຍະການປະຊາຊົນ ແມ່ນສາມາດຍື່ນຄໍາຮ້ອງ, ຄໍາສະເໜີຕໍ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເພື່ອພົບປະໃນການຄົ້ນຄວ້າພິຈາລະນາບັນຫາຕ່າງໆຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້.

(ຂ່າວ: ອອປສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ