ກອງບັນຊາການ ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານບຸນນະມັດສະການພະທາດຫຼວງ

ກອງບັນຊາການ ປກສ ນວ ມີຄວາມພ້ອມຮອບດ້ານປ້ອງກັນໃນງານບຸນນະມັດສະການພະທາດຫຼວງ
ໂດຍ: ວັນເພັງ ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2024 ຊຶ່ງເປັນໜຶ່ງປາງບຸນໃຫຍ່ຂອງປວງຊົນລາວທັງຊາດທີ່ເຄີຍສືບທອດປະຕິບັດກັນມາເທົ່າທຸກວັນນີ້ ແລະ ຈັດຂຶ້ນໃນທຸກໆປີ ເມື່ອຮອດເດືອນ 12

 

 ລາວ,ງານບຸນພະທາດຫຼວງວຽງຈັນ ຍັງເປັນງານບຸນທີ່ນອນໃນຮີດ 12 ຄອງ 14 ປະເພນີລາວ ປີນີ້ແມ່ນກົງກັບວັນທີ 11-15 ພະຈິກ 2024 (ມື້ຂຶ້ນ 11 ຄໍ່າ ຫາ 15ຄໍ່າ ເດືອນ 12 ພສ 2567). ໃນນັ້ນ, ວຽກງານປ້ອງກັນຄວາມສະຫງົບຂອງງານບຸນດັ່ງກ່າວ ກໍເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ. ປັດຈຸບັນກອງບັນຊາການປ້ອງກັັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານໃນການປ້ອງກັນໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໂດຍສະເພາະໄດ້ກະກຽມກຳລັງ ປກສ-ກຳລັງປ້ອງກັນຊາດ (ປກຊ) ຈໍານວນ 2,090 ສະຫາຍ ປ້ອງກັນງານບຸນດັ່ງກ່າວ ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ ແລະ ປອດໄພ.

ທ່ານ ພັອ ພູພອນ ວົງພະໄຕ ຮອງກອງບັນຊາການ ປກສນວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ທີ່ ນວ ວ່າ:ໂດຍອີງຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 967/ຈນວ, ລົງວັນທີ 10 ຕຸລາ 2024 ວ່າດ້ວຍການແຕ່ງຕັັ້ງຄະນະກຳມະການຮັບຜິດຊອບ, ກະກຽມ ແລະ ການດຳເນີນການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີ 2024. ໃນນີ້, ກອງບັນຊາການ ປກສ ນວ ກໍໄດ້ອອກແຈ້ງການສະບັບເລກທີ 619/ປກສ.ນວ, ລົງວັນທີ 4 ພະຈິກ 2024 ວ່າດ້ວຍການເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າປະຈຳປີ 2024.

ສໍາລັບວຽກງານການຈັດຕັ້ງກຳລັງເຂົ້າປ້ອງກັນ ແມ່ນມີຢູ່ 2 ສະຖານທີ່ຄື: ຢູ່ເຂດງານບຸນນະມັດສະການພະທາດຫຼວງວຽງຈັນ (ເດີ່ນພະທາດຫຼວງວຽງຈັນ) ແລະ ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກລວມກຳລັງປ້ອງກັນທັງໝົດຈຳນວນ 2,090 ສະຫາຍ. ໃນນັ້ນ, ຄາດວ່າການບັນຈຸກຳລັງປ້ອງກັນຢູ່ເດີ່ນພະທາດຫຼວງວຽງຈັນຈຳນວນ 1,790 ສະຫາຍ, ປະກອບມີກຳລັງຈາກສາມພາກສ່ວນຄື: ກຳລັງ ປກສ ຈຳນວນ 1,133 ສະຫາຍ, ກຳລັງ ປກຊ ຈຳນວນ 357 ສະຫາຍ ແລະ ກຳລັງຊາວໜຸ່ມຈຳນວນ 300 ສະຫາຍ ຊຶ່ງກຳລັງດັ່ງກ່າວແມ່ນມາຈາກຫຼາຍພາກສ່ວນ ເປັນຕົ້ນມາຈາກອ້ອມຂ້າງກະຊວງປກສ, ປກຊ, ກອງບັນຊາການທະຫານ ນວ, ປກສ ເມືອງ, ປກສ ກຸ່ມບ້ານ ເຮັດໜ້າທີ່ປ້ອງກັນເວນຍາມຢູ່ 5 ຈຸດໃຫຍ່, 26 ຈຸດຍ່ອຍ. ສະເພາະກໍາລັງຕຳຫຼວດຈະລາຈອນທັງໝົດຈຳນວນ 535 ສະຫາຍ ໄດ້ເຮັດໜ້າທີ່ຄວບຄຸມ, ລະບາຍການສັນຈອນ, ການຈອດລົດຕາມເສັ້ນທາງ, ສາຍທາງ, ນັບທັງທາງຮ່ອມ, ທາງຊອຍເຂົ້າ-ອອກງານບຸນທັງໝົດມີ 111 ຈຸດ, ວົງໃນ 59 ຈຸດ, ວົງນອກ 38 ຈຸດ, ມີ 10 ຈຸດຍ່ອຍ ແລະ ມີ 4 ດ່ານກວດກາ ສົມທົບກັບອຳນາດການປົກຄອງທຸກຂັ້ນ ແລະ ກຳລັງກໍ່ສ້າງຮາກຖານເພື່ອຮັບປະກັນໄດ້ບັນຍາກາດໃນການຫຼິ້ນບຸນດັ່ງກ່າວໃຫ້ມີຄວາມສະຫງົບປອດໄພ. ສະເພາະກຳລັງປ້ອງກັນຢູ່ສູນການຄ້າລາວ-ໄອເຕັກ ໄດ້ຈັດວາງກຳລັງປ້ອງກັນຈຳນວນ 300 ສະຫາຍ ປະກອບມີກຳລັງຈາກ 3 ພາກສ່ວນຄື: ກຳລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບ ແລະ ກຳລັງຊາວໜຸ່ມນະຄອນຫຼວງ. ນອກນັ້ນ, ກໍໄດ້ຈັດຕັ້ງໜ່ວຍງານໂຄສະນາ, ສະກັດກັ້ນກຸ່ມຄົນບໍ່ດີທີ່ຈະສວຍໂອກາດເຄື່ອນໄຫວລັກຊັບ, ຊີງຊັບ, ແຫກກະເປົາ ແລະ ອື່ນໆ.

ທ່ານ ພັອ ພູພອນ ວົງພະໄຕ ຍັງໄດ້ຮຽກຮ້ອງໃຫ້ມວນຊົນທີ່ມາທ່ຽວຊົມໃນງານບຸນ ຈົ່ງພ້ອມກັນເປັນເຈົ້າການມີສະຕິລະວັງຕົວ, ປົກປັກຮັກສາຊັບສິນຂອງຕົນ, ສິ່ງສໍາຄັນຈົ່ງມີສະຕິໃນການຂັບຂີ່ລົດໃນການເດີນທາງໄປ-ມາຕາມທ້ອງຖະໜົນ ແລະ ຈົ່ງພ້ອມກັນປະຕິບັດກົດຈະລາຈອນທາງບົກຢ່າງເຂັ້ມງວດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ ?

ສິດເປັນເຈົ້າທາງດ້ານວັດທະນາທໍາ ຂອງປະຊາຊົນລາວບັນດາເຜົ່າ ໝາຍເຖິງປະຊາຊົນລາວ ບັນດາເຜົ່າ ເປັນເຈົ້າຂອງຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນມູນເຊື້ອອັນດີງາມຂອງຕົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ແລະ ວັດທະນະທໍາ ຂອງແຕ່ລະຊົນເຜົ່າເຮັດໃຫ້ພື້ນຖານວັດທະນະທໍາ ຂອງຊາດລາວ ອຸດົມຮັ່ງມີ. ປະຊາຊົນລາວທຸກຊົນເຜົ່າໃນປະເທດເຮົາ ລ້ວນແຕ່ມີມູນເຊື້ອທາງດ້ານວັດທະນະທໍອັນດີງາມ ທີ່ເປັນເອກະລັກຂອງຕົນ, ລວມເຂົ້າກັນເອີ້ນວ່າ: “ວັດທະນາທຳແຫ່ງຊາດລາວ” ທີ່ມີຄວາມອຸດົມຮັ່ງມີ ດ້ວຍຫຼາຍສີສັນ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງເອ້ຢ້ອງຕ່າງໆ, ບຸນປະເພນີ, ການຟ້ອນລຳ, ການຫຼິ້ນດົນຕີ, ການຂັບລຳ, ກາບກອນ, ບົດປະພັນເພງ, ການຄວັດແຕ້ມລິງລາຍ, ວັດວາອາຮາມ, ປະເພນີການແຕ່ງດອງ, ກິລາພື້ນເມືອງ ແລະ ອື່ນໆ; ການປຸກເຮືອນ ສ້າງບ້ານຕາມຮີດຄອງປະເພນີ ແລະ ວັດທະນະທຳ ຂອງແຕ່ລະເຜົ່າ; ການໃຊ້ພາຫະນະ ແລະ ເຄື່ອງມືການຜະລິດ, ການຊອກຢູ່ຫາກິນ; ການເສີມຂະຫຍາຍພູມປັນຍາ ຢາພື້ນເມືອງເພື່ອບຳລຸງ ແລະ ຮັກສາ ສຸຂະພາບ ເປັນຕົ້ນ.
ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສຊປລ ຄັ້ງທີ 2 ສະໄໝທີ IX

ກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ 2 ສະໄໝທີ IX ຈັດຂຶ້ນໃນວັນທີ 29 ມັງກອນນີ້ ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ການເປັນປະທານຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ, ມີສະຫາຍຮອງເລຂາ, ຄະນະເລຂາທິການ, ກໍາມະການຄະນະບໍລິຫານງານ ສຊປລ, ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ອົງການ, ນວ, ແຂວງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມອ້ອມຂ້າງ ສຊປລ ເຂົ້າຮ່ວມທັງໝົດ 77 ສະຫາຍ ຍິງ 28 ສະຫາຍ.
ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ເປີດຫ້ອງຂາຍລົດ ຮາໂມນີໄອຄາ ບີວາຍດີ

ພິທີເປີດຫ້ອງຂາຍລົດ ຮາໂມນີໄອຄາບີວາຍດີ (Harmony ICAR BYD 4S Store) ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລິວເສ່ຍລ່ຽງ Liu Xueliang ຜູ້ອຳນວຍການຝ່າຍຂາຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິສັດ BYD, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄຳ ຮັກສາລົດຊາດເອກະລັກແຈ່ວບອງຊຽງຂວາງແທ້ 100%

ແຈ່ວບອງຊຽງຂວາງແມ່ວັນຄໍາ ເປັນໜຶ່ງຜະລິດຕະພັນລາວທີ່ມີເອະລັກສະເພາະ ແລະ ຮັກສາລົດຊາດທີ່ເປັນເອກະລັກແຈ່ວບອງຊຽງຂວາງແທ້ 100% ທີ່ນໍາມາວາງຂາຍຮ່ວມໃນງານເທດສະການອາຫານລາວ ປີ 2026 ເພື່ອໃຫ້ຜູ້ມາທ່ຽວໃນງານໄດ້ຊີມ ແລະ ຊື້ໄປຮັບປະທານໄວ້ຍາວນານ.
ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ແຂວງຫົວພັນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 171,059 ຄົນ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ທີ່ແຂວງຫົວພັນ ໃນວັນທີ 28 ມັງກອນນີ້ ທີ່ຫ້ອງວ່າການແຂວງ ຊຶ່ງມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ມີນໍ້າໃຈສາກົນກໍາມະຊີບ

ວັນທີ 1 ກຸມພາ 1956 ແມ່ນວັນສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງປີນີ້ໄດ້ໝູນວຽນມາຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ອົງການຈັດຕັ້ງກໍາມະບານໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຢ່າງຮອບດ້ານຂອງພັກ ເປັນຕົວແທນແຫ່ງສິດ, ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມສາມັກຄີ, ມີລະ ບຽບວິໄນ ໃນການອອກແຮງງານ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດທາງດ້ານເຕັກນິກວິທະຍາສາດ, ມີສີມືແຮງງານທີ່ດີ ປະກອບສ່ວນເຂົ້າໃນການພັດທະນາຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຕັ້ງໜ້າປັບປຸງຂະຫຍາຍການຈັດຕັ້ງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ອວຍພອນສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

ໃນວັນທີ 28 ມັງກອນ ນີ້ ທີ່ ກະຊວງປ້ອງກັນປະເທດ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026), ໂດຍມີ ທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານຄະນະພັກກະຊວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ.
ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສຳເລັດ ການອົບຮົມກຳມະຖານໃຫ້ນັກຮຽນມັດທະຍົມສົງ 300 ອົງ

ສໍານັກປະຕິບັດວິປັດສະນາກຳມະຖານ ວັດປ່ານາຄູນນ້ອຍ ຮ່ວມກັບກຳມາທິການສຶກສາສົງ ນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງເມືອງນາຊາຍທອງ ສຳເລັດຊຸດຝຶກອົບຮົມກຳມະຖານ ໃຫ້ນັກຮຽນມັດທະຍົມສົງໂສກປ່າຫຼວງ, ມັດທະຍົມສົງດົງໂດກ ແລະ ມັດທະຍົມສົງນາຊາຍທອງ ທັງໝົດ 300 ອົງ ໃນວັນ 25 ມັງກອນ ຜ່ານມາ, ໂດຍສາມະເນນ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍຫຼັງທີ່ສິກຂາ, ມຸງຄຸນຊີວິດ, ສາສະໜາພິທີ, ໂທດໄພຂອງສິ່ງເສບຕິດ ແລະ ທິດ 6. ສ່ວນພາກປະຕິບັດຕົວຈິງໄດ້ໄຫວ້ພະສູດມົນເຊົ້າ-ແລງ, ຝຶກວິປັດສະນາກຳມະຖານ, ຝຶກມາລະຍາດທາງສັງຄົມ. ນອກນີ້, ສໍາມະເນນຍັງໄດ້ເຮັດກິດຈະກຳເປັນໝູ່ຄະນະ ແລະ ເຄົາລົບຊຶ່ງກັນ ແລະ ກັນ, ໃຊ້ໃຫ້ເປັນປະໂຫຍດ ແລະ ຫ່າງໄກສິ່ງເສບຕິດ.
ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ