ແຂວງບໍ່ແກ້ວ ເຊັນສັນຍາ ຊື້-ຂາຍເຂົ້າສານ.

ກອງບັນຊາການທະຫານແຂວງບໍ່ແກ້ວ ເຊັນສັນຍາ ຊື້-ຂາຍເຂົ້າສານ.

ກອງບັນຊາການທະຫານແຂວງບໍ່ແກ້ວ ເຊັນສັນຍາ ຊື້-ຂາຍເຂົ້າສານ.
ພິທີເຊັນສັນຍາ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ກັບ ຕົວແທນບັນດາໂຮງສີ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນຜ່ານມາ ທີ່ຫ້ອງປະຊຸມ ຫ້ອງພະລາທິການ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳຝຸງ ໄຍປະສິດ

ຄະນະບໍລິຫານງານພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງບໍ່ແກ້ວ ມີບັນດາຄະນະພັກ-ຄະນະບັນຊາ, ເເຂກຖຶກເຊີນເຂົ້າຮ່ວມ.

ສະຫາຍ ພັນໂທ ເຄນ ກົມແພງມີ ຫົວໜ້າພະແນກອຸປະໂພກ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຮ່ວມມືເຊັນສັນຍາຄັ້ງນີ້, ກອງບັນຊາການທະຫານແຂວງບໍ່ແກ້ວຈະເປັນຜູ້ຮັບຊື້ເຂົ້າສານໜຽວ ນໍາຕົວແທນແຕ່ລະໂຮງສີ ເພື່ອແຈກຍ້າຍໃຫ້ພະນັກງານ-ນັກຮົບ ຢູ່ບັນດາອົງການ, ກົມກອງ ກໍຄືກອງບັນຊາການທະຫານແຂວງບໍ່ແກ້ວ ໃນແຕ່ລະເດືອນ, ແຕ່ລະງວດຂອງປີ, ເຂົ້າສານຕ້ອງມີຄຸນນະພາບດີ ເຂົ້າໃໝ່ ແລະ ສີຈາກໂຮງສີຂະໜາດກາງຂຶ້ນໄປ ຂາວງາມ, ບໍ່ໜຸ່ນ, ບໍ່ມີມອດ-ແມງ, ບໍ່ແຂງ, ບໍໍ່ມີຫົວກາກ-ແກບປົນຢູ່. ຫຼັງຈາກນັ້ນ, ທັງສອງຝ່າຍກໍໄດ້ມີການເຊັນບົດບັນທຶກການຊື້-ຂາຍ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຕົວແທນແຕ່ລະໂຮງສີ.

(ຂ່າວ: ນາງ ນີ່ ທຳມະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ໃນວັນທີ 9 ມັງກອນຜ່ານມາ ຢູ່ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ປຶກສາຫາລືການມີສ່ວນຮ່ວມຂອງສາທາລະນະຊົນ ໃນເຄືອຄ່າຍແມ່ນໍ້າສົມບູນ ຄັ້ງທີ I ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍການມີສ່ວນຮ່ວມຈາກຊຸມຊົນໃນແຂວງຄຳມ່ວນ ໄລຍະ II ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກມູນນິທິເອເຊຍ ປະຈໍາ ສປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ບຸນກັນ ພົງອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ.
ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ໃນວັນທີ 12 ມັງກອນ 2026ນີ້, ໄດ້ມີການແຕກຕື່ນກັນທັງບ້ານ ເມື່ອມີການລາຍງານວ່າ: ໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ຈຳນວນ 105 ອົງ ຢູ່ບໍລິເວນບ້ານເວີນຂາວ, ເມືອງໂຂງ, ແຂວງຈຳປາສັກ.ສະນັ້ນ, ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ໄພວັນ ສີບຸນເຮືອງ ເລຂາຄະນະພັກຮາກຖານກຸ່ມຮາດຊາຍຄູນ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ລົງພື້ນທີ່ຕົວຈິງເພື່ອຕິດຕາມເຫດການດັ່ງກ່າວ.
ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025 ແລະ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາ ການດໍາເນີນຄະດີແພ່ງໄດ້້ເປີດຂຶ້ນຢ່າງເປັນທາງການໃນວັນທີ 12 ມັງກອນນີ້ ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີບັນດາຮອງຫົວໜ້າ ອອປສ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ໃນປີ 2025 ຜ່ານມາ, ແຂວງເຊກອງ ສາມາດຜະລິດເຂົ້າ ແລະພືດສະບຽງອາຫານໄດ້ທັງໝົດ 88,903 ໂຕນ. ໃນນີ້, ເຂົ້ານາປີ 39,885 ໂຕນ; ເຂົ້ານາແຊງ 2,817 ໂຕນ; ເຂົ້າໄຮ່ 2,035 ໂຕນ ແລະພືດສະບຽງອາຫານ 44,165 ໂຕນ. ສະເລ່ຍເຂົ້າກິນທົ່ວແຂວງ (ເຂົ້າເປືອກ) ໄດ້ 303 ກິໂລ/ຄົນ/ປີ.
ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກໂຄງການກໍ່ສ້າງສຸກສາລາ ບ້ານປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ທ່ານ ວັນນະລອນ ອິນທະພອນເດດ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂລຫິດ ບັບບາ ເລຂານຸການເອກ ສະຖານທູດອິນເດຍ ປະຈໍາ ສປປ ລາວ, ມີຂະແໜງການທີ່ກ່ຽວຂ້ອງຈາກແຂວງ, ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານແລະ ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.
ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໂຮງແຮມແລນມາກແມ່ຂອງລີເວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 9 ມັງກອນນີ້ວ່າ: ຕົນເອງເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມດັ່ງກ່າວໃນຄັ້ງນີ້, ຮູ້ສຶກພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມ ແລະ ປະກອບສ່ວນໃນການສະໜັບສະໜູນກອງປະຊຸມໃຫຍ່ຄັ້ງປະຫວັດສາດນີ້.
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ວັນທີ 8 ມັງກອນ 2026ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງແຜນປີ 2026,ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທິສານ ຕາງໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຂະແໜງທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 32 ປີ (10 ມັງກອນ 1994-10 ມັງກອນ 2026) ຈັດຂຶ້ນໃນວັນທີ 9 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ສາລະວັນ ທໍາລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກລຽນແບບ

ແຂວງສາລະວັນ ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເຊື່ອມຄຸນ, ສິນຄ້າລອກລຽນແບບ, ດ້ວຍວິທີການຈູດ ຊຶ່ງມີທັງໝົດມີ 175 ລາຍການ, ປະເພດຜະລິດຕະພັນນໍ້າອັດລົມ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍານວນ 77 ແກັດ, ອຸປະກອນຮັບສັນຍານດາວທຽມ 3 ລາຍການ ລວມມູນຄ່າທັງໝົດ 65 ລ້ານກວ່າກີບ.
ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ

ງານເທດສະການບຸນກອງເຂົ້າໃຫຍ່ປະຈຳປີ 2026 ຂອງເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-11 ມັງກອນ 2026. ສໍາລັບປີນີ້ ແມ່ນຈັດຂຶ້ນເປັນປີທີ 16 ຊຶ່ງໃນວັນທີ 7 ມັງກອນ ນີ້ ໄດ້ມີກິດຈະກໍາ ເປີດຕະຫຼາດນັດຢ່າງເປັນທາງການ, ໃນຕ້ອນຄ່ຳຄືນໄດ້ປະກວດນາງທິດາກອງເຂົ້າໃຫຍ່ປະຈຳປີ 2026 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງພຽງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນ, ຊາວຄ້າຂາຍ ພ້ອມດ້ວຍປະຊາຊົນບັນດາເຜົ່າພາຍໃນເມືອງພຽງ ເຂົ້າຮ່ວມ.
ເພີ່ມເຕີມ