ພິທີປິດຊຸດເຝິກອົບຮົມ-ຫັດແອບການເມືອງ-ການທະຫານໄລຍະສັ້ນ

ກອງບັນຊາການທະຫານເມືອງພຽງ ປິດຊຸດອົບຮົມ-ຫັດແອບການເມືອງ-ການທະຫານໄລຍະສັ້ນ

ກອງບັນຊາການທະຫານເມືອງພຽງ ປິດຊຸດອົບຮົມ-ຫັດແອບການເມືອງ-ການທະຫານໄລຍະສັ້ນ
ພິທີປິດຊຸດເຝິກອົບຮົມ-ຫັດແອບການເມືອງ-ການທະຫານໄລຍະສັ້ນໃຫ້ກັບກອງຫຼອນກອງຮ້ອຍທີ 5 ເຂດໂພນສະອາດເມືອງພຽງ ແຂວງໄຊຍະບູລີໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ຜ່ານມາ

 ທີຫ້ອງປະຊຸມບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບຸດສະກອນ ອິນທະລັງສີ ເຈົ້າເມືອງໆພຽງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີບັນດາຄະນະປະຈຳພັກເມືອງ, ຄະນະພັກຄະນະບັນຊາ, ແຂກຖືກເຊີນ, ຄູ-ອາຈານ, ນາຍບ້ານເຂດໂພນສະອາດເຂົ້າຮ່ວມ.
ການເຝິກອົບຮົມຄັ້ງນີ້ ໄດ້ເລີ່ມມາແຕ່ວັນທີ 26 ກັນຍາ 2024 ເປັນຕົ້ນມາ ມີນັກສຳມະນາກອນເຂົ້າຮ່ວມ 40 ກວ່າສະຫາຍ.ຊຶ່ງໄດ້ຮຳຮຽນ ຫັດແອບການເມືອງ-ການທະຫານໄລຍະສັ້ນພາກທິດສະດີ, ພາກສິລະປະຍຸດ ແລະ ຍຸດທະວິທີ. ຜ່ານການເຝິກອົບຮົມຫັດແອບສາມາດຕີລຄາຜົນໄດ້ຮັບຄື: ພາກການເມືອງ ມີ 4 ເອະສານ ຕີລາຄາຜົນໄດ້ຮັບ 80%, ພາກຍຸດທະວິທີມີ 4 ເອະສານ ຕີລາຄາຜົນໄດ້ຮັບ 80%, ພາກສິລະປະຍຸດ 3 ເອກະສານ ຕີລາຄາຜົນໄດ້ຮັບ 90%, ພາກປະຕິບັດຍິງລູກປືນແທ້ປະເພດເກັ່ງ 5 ສະຫາຍ, ກາງ 23 ສະຫາຍ, ຄາດໝາຍ 4 ສະຫາຍ ແລະ ລຸດຄາດໝາຍ 7 ສະຫາຍ.
ຈຸດປະສົງຂອງການເຝິກອົບຮົມຄັ້ງນີ້, ເພື່ອແນໃສ່ປັບປຸງດ້ານສິລະປະຍຸດ, ຍຸດທະວິທີໃຫ້ກຳລັງກອງຫຼອນກອງຮ້ອຍທີ 5 ໃຫ້ມີຄວາມຄວາມພ້ອມ, ຄວາມເຂັ້ງແຂງ ແລະ ສາມາດເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຽມພ້ອມສູ້ຮົບຢູ່ຂັ້ນທ້ອງຖິ່ນຮາກຖານບ້ານໃຫ້ທ້ອງຖິ່ນຮາກຖານຂອງຕົນໄດ້ມີຄວາມສະຫງົບປອດໄພ.
(ຂ່າວ: ແສງສຸດາ ກິ່ງສະຫວັດ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສານຊົມເຊີຍ

ສານຊົມເຊີຍ

ສະຫາຍ ເລຮວາຍຈູງ ເລຂາທິການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງການ ຕ່າງປະເທດຫວຽດນາມ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງ ພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດທີ່ໄດ້ຮັບການ ເລືອກຕັ້ງເປັນຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ຊຶ່ງເນື້ອໃນສານໄດ້ ລະບຸວ່າ:
ໄຟຟ້າຫົງສາ ມອບອຸປະກອນການແພດໃຫ້ໂຮງໝໍ ແຂວງໄຊຍະບູລີ

ໄຟຟ້າຫົງສາ ມອບອຸປະກອນການແພດໃຫ້ໂຮງໝໍ ແຂວງໄຊຍະບູລີ

ໃນວັນທີ 11 ມັງກອນ 2026ຜ່ານມາ, ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມກັບ ແຂວງໄຊຍະບູລີ ຈັດພິທີມອບງົບປະມານສະໜັບສະໜູນໃຫ້ແກ່ ໂຮງໝໍ ແຂວງໄຊຍະບູລີ ເພື່ອຊື້ອຸປະກອນທາງການແພດ ແລະ ສົ່ງເສີມສະກາຍະພາບໃຫ້ບໍລິການດ້ານສາທາລະນະສຸກ ລວມມູນຄ່າ587,400,000 ກີບ
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ວັນທີ 12 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ລັດຖະບານໄດ້້ຈັດກອງປະຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ (ນວ) ແລະ ບັນດາ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດເຂົ້າຮ່ວມ.
ເພີ່ມທະວີສ້າງຄວາມເຂັ້ມແຂງເສດຖະກິດມະຫາພາກໃນຕໍ່ໜ້າ

ເພີ່ມທະວີສ້າງຄວາມເຂັ້ມແຂງເສດຖະກິດມະຫາພາກໃນຕໍ່ໜ້າ

ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນໄດ້ປະກອບ ຄໍາເຫັນໃນຫົວຂໍ້: “ສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ” ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ,
ແຂວງຈຳປາສັກ ຈັດຕັ້ງປະຕິບັດ ສອຈ ມີຜົນສຳເລັດຫຼາຍດ້ານ

ແຂວງຈຳປາສັກ ຈັດຕັ້ງປະຕິບັດ ສອຈ ມີຜົນສຳເລັດຫຼາຍດ້ານ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດການສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ (ສອຈ)
ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ໃນວັນທີ 9 ມັງກອນຜ່ານມາ ຢູ່ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ປຶກສາຫາລືການມີສ່ວນຮ່ວມຂອງສາທາລະນະຊົນ ໃນເຄືອຄ່າຍແມ່ນໍ້າສົມບູນ ຄັ້ງທີ I ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍການມີສ່ວນຮ່ວມຈາກຊຸມຊົນໃນແຂວງຄຳມ່ວນ ໄລຍະ II ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກມູນນິທິເອເຊຍ ປະຈໍາ ສປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ບຸນກັນ ພົງອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ.
ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ໃນວັນທີ 12 ມັງກອນ 2026ນີ້, ໄດ້ມີການແຕກຕື່ນກັນທັງບ້ານ ເມື່ອມີການລາຍງານວ່າ: ໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ຈຳນວນ 105 ອົງ ຢູ່ບໍລິເວນບ້ານເວີນຂາວ, ເມືອງໂຂງ, ແຂວງຈຳປາສັກ.ສະນັ້ນ, ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ໄພວັນ ສີບຸນເຮືອງ ເລຂາຄະນະພັກຮາກຖານກຸ່ມຮາດຊາຍຄູນ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ລົງພື້ນທີ່ຕົວຈິງເພື່ອຕິດຕາມເຫດການດັ່ງກ່າວ.
ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025 ແລະ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາ ການດໍາເນີນຄະດີແພ່ງໄດ້້ເປີດຂຶ້ນຢ່າງເປັນທາງການໃນວັນທີ 12 ມັງກອນນີ້ ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີບັນດາຮອງຫົວໜ້າ ອອປສ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ໃນປີ 2025 ຜ່ານມາ, ແຂວງເຊກອງ ສາມາດຜະລິດເຂົ້າ ແລະພືດສະບຽງອາຫານໄດ້ທັງໝົດ 88,903 ໂຕນ. ໃນນີ້, ເຂົ້ານາປີ 39,885 ໂຕນ; ເຂົ້ານາແຊງ 2,817 ໂຕນ; ເຂົ້າໄຮ່ 2,035 ໂຕນ ແລະພືດສະບຽງອາຫານ 44,165 ໂຕນ. ສະເລ່ຍເຂົ້າກິນທົ່ວແຂວງ (ເຂົ້າເປືອກ) ໄດ້ 303 ກິໂລ/ຄົນ/ປີ.
ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກໂຄງການກໍ່ສ້າງສຸກສາລາ ບ້ານປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ທ່ານ ວັນນະລອນ ອິນທະພອນເດດ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂລຫິດ ບັບບາ ເລຂານຸການເອກ ສະຖານທູດອິນເດຍ ປະຈໍາ ສປປ ລາວ, ມີຂະແໜງການທີ່ກ່ຽວຂ້ອງຈາກແຂວງ, ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານແລະ ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.
ເພີ່ມເຕີມ