ໃນຖະແຫຼງການ, ກະຊວງສາທາລະນະສຸກຊີ້ແຈ້ງວ່າ: “ຄວາມລັບສຸດທ້າຍກໍໄດ້ຮັບຄຳຕອບ. ນັ້ນແມ່ນກໍລະນີໄຂ້ຍຸງປະເພດຮ້າຍແຮງແບບພະຍາດລະບົບຫາຍໃຈແລະ ຮ້າຍແຮງກວ່ານັ້ນແມ່ນການຂາດສານອາຫານ”.
ອົງການອະນາໄມໂລກ (WHO) ລະບຸວ່າ:ເລີ່ມແຕ່ວັນທີ 24ຕຸລາ ຮອດວັນທີ 5 ທັນວາ ຜ່ານມາ, ສາທາລະນະລັດ ກົງໂກ ຢັ້ງຢືນມີ 406 ກໍລະນີຕິດເຊື້ອ ແຕ່ຍັງບໍ່ທັນຮູ້ສາເຫດລະອຽດ ຊຶ່ງມີອາການຄື: ເປັນໄຂ້, ເຈັບຫົວ, ໄອ, ນ້ຳມູກໄຫຼ ແລະ ເຈັບກ້າມຊີ້ນ. ບາງກໍລະນີເຈັບໜັກມີອາການຫາຍໃຈຍາກ, ຂາດເລືອດ ແລະ ຂາດສານອາຫານແບບກະທັນຫັນ. ຕາມການສະຖິຕິຂອງອໍານາດການປົກຄອງທ້ອງຖິ່ນ ໄດ້ຊີ້ໃຫ້ເຫັນວ່າ ພະຍາດດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນ 143 ກວ່າຄົນ ຢູ່ແຂວງກວາງໂກເສຍຊີວິດໃນເດືອນພະຈິກ ຜ່ານມາ.
ຄໍາເຫັນ