ກອງປະຊຸມອະນາໄມໂລກ ສຸມໃສ່ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ

ກອງປະຊຸມອະນາໄມໂລກ ສຸມໃສ່ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ

ກອງປະຊຸມອະນາໄມໂລກ ສຸມໃສ່ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 19 ພຶດສະພາ ຜ່ານມາ, ກອງປະຊຸມອະນາໄມໂລກຄັ້ງທີ 78 ໄດ້ເປີດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດ, ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ”.

 

 

ໃນພິທີເປີດກອງປະຊຸມ, ທ່ານ ເຕໂດຣສ ອັດຮານອມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ຫຼື WHO ກ່າວວ່າ: ກອງປະຊຸມຄັ້ງນີ້, ປະເທດສະມາຊິກຕ່າງໆຈະພິຈາລະນາ ແລະ ອາດຈະຮັບຮອງ “ສັນຍາກ່ຽວກັບພະຍາດລະບາດ” ຂອງ WHO. ທ່ານຍັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຮັບຮອງການເພີ່ມຄ່າທຳນຽມສະມາຊິກຮອບໃໝ່, ເພື່ອຊຸກຍູ້ໃຫ້ບັນລຸຄວາມຍືນຍົງ ແລະ ຄວາມເປັນເອກະລາດດ້ານງົບປະມານໃນໄລຍະຍາວຂອງ WHO.

ຄໍາເຫັນ

ຂ່າວຕ່າງປະເທດ

Honda ປະກາດຫຼຸດການລົງທຶນ ລົດ EV ລົງ 30%

Honda ປະກາດຫຼຸດການລົງທຶນ ລົດ EV ລົງ 30%

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ພຶດສະພາ ຜ່ານມາວ່າ: ບໍລິສັດ ຮອນດ້າມໍເຕີ ໂຄ (Honda Motor Co.) ຜູ້ຜະລິດລົດຂອງຍີ່ປຸ່ນ ໄດ້ປະກາດປັບຍຸດທະສາດລົດໄຟຟ້າ (EV) ໂດຍຫຼຸດແຜນການລົງທຶນຈາກ 10 ພັນຕື້ເຢນ ເຫຼືອ 7 ພັນຕື້ເຢນ ຈົນຮອດງົບປະມານປີ 2030 ຊຶ່ງຫຼຸດລົງ 30%.
ກອງປະຊຸມອະນາໄມໂລກພິຈາລະນາຮັບຮອງ ສັນຍາກ່ຽວກັບພະຍາດລະບາດ

ກອງປະຊຸມອະນາໄມໂລກພິຈາລະນາຮັບຮອງ ສັນຍາກ່ຽວກັບພະຍາດລະບາດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ, ກອງປະຊຸມອະນາໄມໂລກຄັ້ງທີ 78 ໄດ້ພິຈາລະນາຮັບຮອງ “ສັນຍາກ່ຽວກັບພະຍາດລະບາດ” ຂອງອົງການອະນາໄມໂລກ.
ອິນໂດເນເຊຍ ວາງເປົ້າໝາຍເສດຖະກິດ ປີ 2026 ຂະຫຍາຍຕົວ 5.2 – 5.8%

ອິນໂດເນເຊຍ ວາງເປົ້າໝາຍເສດຖະກິດ ປີ 2026 ຂະຫຍາຍຕົວ 5.2 – 5.8%

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ພຶດສະພາ ຜ່ານມາ; ທ່ານ ສຣີ ມຸລຍານີ ອິນທຣາວາຕີ ລັດຖະມົນຕີກະຊວງການເງິນອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານອິນໂດເນເຊຍໄດ້ວາງເປົ້າໝາຍການຂະຫຍາຍຕົວຂອງເສດຖະກິດ ປີ 2026 ໄວ້ທີ່ 5.2-5.8% ເພື່ອເປັນພື້ນຖານສໍາລັບການຂະຫຍາຍຕົວ 8% ໃນສອງສາມປີຂ້າງໜ້າ ຊຶ່ງຈະສະໜັບສະໜູນການບັນລຸວິໄສທັດ “ອິນໂດເນເຊຍກ້າວໜ້າ 2045”.
ຈີນ ແລະ 10 ປະເທດສະມາຊິກອາຊຽນ ສຳເລັດການເຈລະຈາເຂດການຄ້າເສລີຈີນ-ອາຊຽນ

ຈີນ ແລະ 10 ປະເທດສະມາຊິກອາຊຽນ ສຳເລັດການເຈລະຈາເຂດການຄ້າເສລີຈີນ-ອາຊຽນ

ຂ່າວສານຊີອາໄອ ລາຍງານໃນທີ 22 ພຶດສະພາ ຜ່ານມາ; ກະຊວງການຄ້າຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ, ກອງປະຊຸມວິສາມັນລັດຖະມົນຕີເສດຖະກິດການຄ້າຈີນ-ອາຊຽນໄດ້ຈັດຂຶ້ນຜ່ານທາງອອນລາຍ, ລັດຖະມົນຕີເສດຖະກິດການຄ້າຂອງສອງຝ່າຍໄດ້ຮ່ວມກັນປະກາດວ່າ ໄດ້ສຳເລັດການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຢ່າງຮອບດ້ານ.
ຫວຽດນາມ ສ້າງສູນການເງິນສາກົນເພື່ອເຊື່ອມຕໍ່ກັບເສດຖະກິດທົ່ວໂລກ

ຫວຽດນາມ ສ້າງສູນການເງິນສາກົນເພື່ອເຊື່ອມຕໍ່ກັບເສດຖະກິດທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ພຶດສະພາ ຜ່ານມາ ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການລັດຖະບານ ໄດ້ເປັນປະທານກອງປະຊຸມກ່ຽວກັບການສ້າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ.
ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ​ ເຈິ່ນ​ດຶກ​ເລືອງ ອະ​ດີດ​ປະ​ທານ​ປະ​ເທດ ຫວຽດນາມ ​ເຖິງ​ແກ່​ມໍ​ລະ​ນະ​ກຳ

ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ ອະດີດປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ມໍລະນະກຳ ໃນເວລາ 22 ໂມງ 51 ນາທີ ຂອງວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ.
ຈຳນວນຄົນເຈັບພະຍາດໝາກແດງ ໃນສະຫະລັດ ອາເມຣິກາ ຍັງສືບຕໍ່ເພີ່ມຂຶ້ນ

ຈຳນວນຄົນເຈັບພະຍາດໝາກແດງ ໃນສະຫະລັດ ອາເມຣິກາ ຍັງສືບຕໍ່ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດ ອາເມຣິກາ (CDC) ລະບຸວ່າ: ພົບຄົນເຈັບພະຍາດໝາກແດງ ຈໍານວນ 1,024 ຄົນແລ້ວໃນປີ 2025 ຊຶ່ງເພີ່ມຂຶ້ນຢ່າງຫຼວງຫຼາຍຈາກປີກ່ອນ, ໂດຍພົບການລະບາດຂອງພະຍາດໝາກແດງ 14 ຄັ້ງໃນທົ່ວປະເທດ ຊຶ່ງການລະບາດແຕ່ລະຄັ້ງຈະນັບໃນກໍລະນີທີ່ມີຜູ້ຕິດເຊື້ອ 3 ຄົນຂຶ້ນໄປ.
AI ເປັນໄພຂົ່ມຂູ່ຕໍ່ວຽກງານຂອງແມ່ຍິງຫຼາຍກວ່າວຽກງານຂອງຜູ້ຊາຍ

AI ເປັນໄພຂົ່ມຂູ່ຕໍ່ວຽກງານຂອງແມ່ຍິງຫຼາຍກວ່າວຽກງານຂອງຜູ້ຊາຍ

ຂ່າວຕ່າງປະເທດລາຍງານ; ອົງການແຮງງານສາກົນ (ILO) ຂອງສະຫະປະຊາຊາດ ໄດ້ເປີດເຜີຍບົດລາຍງານສະບັບໃໝ່ ໃນວັນທີ 20 ພຶດສະພາ ຜ່ານມາວ່າ: ເຕັກໂນໂລຊີປັນຍາປະດິດ (AI) ມີຜົນກະທົບອັນໃຫຍ່ຫຼວງຕໍ່ວຽກເຮັດງານທຳຂອງແມ່ຍິງຫຼາຍກວ່າຜູ້ຊາຍ ໂດຍສະເພາະໃນປະເທດທີ່ມີລາຍຮັບສູງ, ບົດລາຍງານພົບວ່າ 9.6% ຂອງວຽກທີ່ແມ່ຍິງເຮັດມີທ່າອ່ຽງທີ່ຈະຫັນປ່ຽນໂດຍ AI, ເມື່ອທຽບກັບ 3.5% ຂອງວຽກທີ່ຜູ້ຊາຍເຮັດ, ເນື່ອງຈາກວ່າ AI ມີບົດບາດເພີ່ມຂຶ້ນໃນວຽກງານບໍລິຫານ ແລະ ເລຂານຸການ.
ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້

ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້

ຂ່າວຕ່າງປະເທດລາຍງານໃນວັນທີ 20 ພຶດສະພາ ຜ່ານມາວ່າ: ຜົນການສຶກສາຈາກສະຖາບັນ Walter ແລະ Eliza Hall (WEHI) ຊຶ່ງເປັນສະຖາບັນການແພດທີ່ເກົ່າແກ່ທີ່ສຸດຂອງອົສຕຣາລີ ເປີດເຜີຍວ່າ: ການກິນອາຫານທີ່ມີໄຂມັນສູງພຽງແຕ່ສອງສາມຄັ້ງສາມາດເຮັດໃຫ້ລະບົບພູມຕ້ານທານຕາມທໍາມະຊາດຂອງລໍາໄສ້ອ່ອນແອຢ່າງໄວວາ ຈົນກະຕຸ້ນໃຫ້ເກີດການອັກເສບທີ່ຍາວນານກ່ອນທີ່ອາການຈະປະກົດ.
ຍີ່ປຸ່ນຄາດວ່າ ປີ 2040 ອາດຂາດແຄນແຮງງານດ້ານ AI - ຫຸ່ນຍົນ 3 ລ້ານກວ່າຄົນ

ຍີ່ປຸ່ນຄາດວ່າ ປີ 2040 ອາດຂາດແຄນແຮງງານດ້ານ AI - ຫຸ່ນຍົນ 3 ລ້ານກວ່າຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ພຶດສະພາ ຜ່ານມາ; ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນ ຄາດຄະເນວ່າ: ໃນປີ 2040, ຍີ່ປຸ່ນຈະປະສົບກັບການຂາດແຄນແຮງງານ ຈຳນວນ 3.26 ລ້ານຄົນ ໃນສາຂາປັນຍາປະດິດ (AI) ແລະ ຫຸ່ນຍົນ, ເນື່ອງຈາກຍີ່ປຸ່ນຈະຕ້ອງການແຮງງານທີ່ຊ່ຽວຊານດ້ານໄອທີ ແລະ ຫຸ່ນຍົນ ຈຳນວນ 4.98 ລ້ານຄົນ ໃນໄລຍະເວລາດັ່ງກ່າວ. ເຖິງຢ່າງໃດກໍຕາມ, ດ້ວຍອັດຕາການພັດທະນາຊັບພະຍາກອນມະນຸດໃນປັດຈຸບັນ, ຈະເຮັດໃຫ້ມີແຮງງານພຽງ 1,72 ລ້ານຄົນ ເທົ່ານັ້ນ.
ເພີ່ມເຕີມ