ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກ ສເກົາຫຼີ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກ ສເກົາຫຼີ
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາທາລະນະລັດເກົາຫຼີ (ສເກົາຫຼີ) ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ບວກ ສເກົາຫຼີ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ ຄັ້ງທີ 5 ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ ນີ້

 ທີ່ໂຮງແຮມລາດຊະວົງ ວັນດາວິສຕ້ານະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງຫົວໜ້າເຈົ້າໜ້າທີ່ອາວຸໂສ ຣາຊະອານະຈັກໄທ ແລະ ສ ເກົາຫຼີ, ມີຫົວໜ້າເຈົ້າໜ້າທີ່ອາວຸໂສປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດບັນດາແຜນການຮ່ວມມືຕ້ານອາຊະຍາກໍາຂ້າມຊາດລະຫວ່າງອາຊຽນ ແລະ ສເກົາຫຼີ ໃນໄລຍະຜ່ານມາ ເພື່ອກໍານົດເນື້ອໃນສໍາຄັນທີ່ຈະນໍາໄປຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຮ່ວມກັນ ໃນກອງປະຊຸມດັ່ງກ່າວ ເປັນຕົ້ນແມ່ນການພົວພັນຮ່ວມມືໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າຂາຍອາວຸດເສິກ, ອາຊະຍາກໍາທາງເສດຖະກິດ, ການຟອກເງິນ, ອາຊະຍາກໍາທາງຄອມພິວເຕີ, ການໂຈລະກໍາທາງທະເລ, ການຄ້າຂາຍສັດປ່າ ແລະ ໄມ້ຫວງຫ້າມ ແລະ ການລັກລອບນໍາຄົນເຂົ້າ-ອອກເມືອງ, ເພື່ອເຮັດໃຫ້ການພົວພັນຮ່ວມມືຕ້ານອາຊະຍາກໍາຂ້າມຊາດລະຫວ່າງອາຊຽນ ແລະ ສເກົາຫຼີ ມີປະສິດທິພາບ ແລະ ມີປະສິດທິຜົນສູງ, ທັງເປັນການເພີ່ມທະວີການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ສເກົາຫຼີ ໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ກອງປະຊມເຈາໜາທອາວໂສອາຊຽນ ບວກ ສເກາຫ - image 1ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ຄໍາລາວັນ ຈັນທະລາວັນ ຕ້ອນຮັບຄະນະກຳມະການກາແດງສາກົນ (ICRC)

ທ່ານ ຄໍາລາວັນ ຈັນທະລາວັນ ຕ້ອນຮັບຄະນະກຳມະການກາແດງສາກົນ (ICRC)

ໃນວັນທີ 14 ກັນຍາ ຜ່ານມາ ທີ່ອົງການກາແດງແຫ່ງຊາດລາວ, ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະກຳມະການກາແດງສາ ກົນ (ICRC) ນໍາໂດຍ ທ່ານ Jürg Lauber ຮອງປະທານ ICRC ພ້ອມດ້ວຍຄະນະ ໂອກາດເດີນ ທາງຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ.
ສປປ ລາວ ສືບຕໍ່ເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງຕໍ່ເນື່ອງ

ສປປ ລາວ ສືບຕໍ່ເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢ່າງຕໍ່ເນື່ອງ

ລັດຖະບານ ສປປ ລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ສືບຕໍ່ເຄື່ອນໄຫວເລັ່ງແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຈາກສະໄໝສົງຄາມຢ່າງຮອບດ້ານ, ເຄັ່ງຮ້ອນ ແລະ ຢ່າງຕໍ່ເນື່ອງໂດຍສຸມໃສ່ 4 ວຽກງານຫຼັກ ເພື່ອຫຼຸດຜ່ອນອຸບັດເຫດ ແລະ ຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບເຄາະຮ້າຍ. ພ້ອມນັ້ນ, ການເປັນເຈົ້າພາບຈັດກອງປະຊຸມບັນດາລັດພາຄີສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ (CCM) ຄັ້ງທີ 2 ຢູ່ນະຄອນຫຼວງວຽງຈັນ (ຮອບວຽນທີ 3) ຍັງເປັນບາດກ້າວສໍາຄັນໃນການລະດົມຄວາມຮ່ວມມື ແລະ ທຶນຊ່ວຍເຫຼືອຈາກສາກົນ.
ຈີນ-ລາວ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ອຸດສາຫະກຳ

ຈີນ-ລາວ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ອຸດສາຫະກຳ

ບໍລິສັດການກໍ່ສ້າງເມືອງລົດໄຟຈີນກຣຸບຈຳກັດ ສາຂາອາຊີຕາເວັນອອກສ່ຽງໃຕ້ໄດ້ເດີນທາງໄປວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ສປປ ລາວ ເພື່ອຮ່ວມງານມະຫາກຳການຮັບສະໝັກງານພາຍໃນສະຖານບັນການສຶກສາເພື່ອສືບຕໍ່ສົ່ງເສີມ ການຮ່ວມມືດ້ານການສຶກສາແລະອຸດສາຫະກຳລະຫວ່າງຈີນ-ລາວ ແລະ ຊ່ວຍເສີມສ້າງພັດທະນາທີມງານບຸກຄະລາກອນທ້ອງຖິ່ນຂອງບໍລິສັດ,
ຕີມໍແລັສເຕ ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ຕີມໍແລັສເຕ ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ໃນວັນທີ 15 ກັນຍາຜ່ານມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໄລຍະດໍາເນີນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສາທາລະນະລັດ ປະຊາທິປະໄຕ ຕີມໍແລັສເຕ ໄດ້ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM).
ຄະນະຜູ້ແທນສາກົນ ປະກອບຄໍາເຫັນຫຼາຍຫົວຂໍ້ສໍາຄັນເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ

ຄະນະຜູ້ແທນສາກົນ ປະກອບຄໍາເຫັນຫຼາຍຫົວຂໍ້ສໍາຄັນເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ

ບັນດາຄະນະຜູ້ແທນ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ສືບຕໍ່ປະກອບຄໍາເຫັນ ແລະ ແລກປ່ຽນທັດສະນະໃນຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນການຈັດຕັ້ງປະຕິບັດ ແລະ ການທົບທວນບັນດາຈຸດປະສົງຫຼັກຂອງສົນທິສັນຍາ, ການສືບຕໍ່ຊຸກຍູ້ການເຂົ້າຮ່ວມເປັນພາຄີ ແລະ ການເພີ່ມທະວີການຮ່ວມມືທີ່ແໜ້ນແຟ້ນຂຶ້ນລະຫວ່າງ ບັນດາລັດພາຄີ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ ໃນວັນທີ 15 ກັນຍາຜ່ານມານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດຮອງປະທານ ແລະ ຜູ້ປະຈຳການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ).
ມູນນິທິຂອງອົງການມໍຣະດົກສົງຄາມມຸ່ງໝັ້ນເປັນກະບອກສຽງລະດົມທຶນຊ່ວຍເຫຼືອການເກັບກູ້ລະເບີດຢູ່ລາວ

ມູນນິທິຂອງອົງການມໍຣະດົກສົງຄາມມຸ່ງໝັ້ນເປັນກະບອກສຽງລະດົມທຶນຊ່ວຍເຫຼືອການເກັບກູ້ລະເບີດຢູ່ລາວ

​ ມູນນິທິຂອງອົງການມໍຣະດົກສົງຄາມ (Legacies of War) ປະຈໍາສະຫະລັດ ອາເມຣິກາ ເປັນໜຶ່ງອົງການ ເຮັດໜ້າທີ່ເຜີຍແຜ່ພັນທະກິດ ແລະ ເລັ່ງລະດົມການຊ່ວຍເຫຼືອຈາກສັງຄົມອັງກິດ-ອາເມຣິກາ ແລະ ລັດຖະບານສະຫະລັດອາເມຣິກາ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ແຜ່ນດິນລາວ. ພ້ອມມຸ່ງໝັ້ນທີ່ຈະເປັນກະບອກສຽງລະດົມທຶນສ້າງຄວາມປອດໄພໃຫ້ກັບແຜ່ນດິນລາວຢ່າງຕໍ່ເນື່ອງ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ  3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມ 3RC-CCM

ໃນວັນທີ 14 ກັນຍາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາຫົວໜ້າຄະນະຜູ້ແທນລະດັບສູງຕ່າງປະເທດ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ການເຂົ້າຢ້ຽມຂໍ່ານັບດັ່ງກ່າວ ໄດ້ຈັດຂຶ້ນໃນບັນຍາກາດທີ່ສະໜິດສະໜົມ ແລະ ສ້າງສັນໂດຍມີການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຈຸດປະສົງຫຼັກຂອງກອງປະຊຸມ ແລະ ການຂະຫຍາຍການຮ່ວມມືລະຫວ່າງຝ່າຍຕ່າງໆ ຊຶ່ງສາມາດສັງລວມໄດ້ດັ່ງນີ້:
ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ອົງການໃຈບຸນສາກົນ ເດເຊເຣັດ (DIC) ມອບເຂົ້າສານ 300 ໂຕນ ໃຫ້ ສນຊ

ເພື່ອເປັນການປະກອບສ່ວນຮ່ວມໃຈບັນເທົາທຸກ ມອບນໍ້າໃຈໃຫ້ຜູ້ປະສົບໄພ, ໃນວັນທີ 14 ກັນຍາ 2026, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມີພິທີ ມອບ-ຮັບ ເຂົ້າສານ ຈຳນວນ 300 ໂຕນລວມມູນຄ່າ 248,017 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອສົ່ງຕໍ່ຄວາມຫ່ວງໃຍ ແລະ ໃຫ້ການຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນ້ຳຖ້ວມ ຢູ່ 2 ແຂວງພາກໃຕ້ ຄື: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.
ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະຫງົບປະຈຳປີ 2026 ຄັ້ງ ທີ່ l

ໃນວັນທີ 11ກັນຍາ 2026 ທີ່ຫ້ອງປະຊຸມກອງບັນຊາ ການ ປກສ ແຂວງກວາງງາຍ ສສ ຫວຽດນາມ ໄດ້ຈັດພິທີ ເຊັນບົດບັນທຶກຊ່ວຍຈຳ ຮ່ວມມືຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍ ປະຈຳປີ 2026 ຄັ້ງ ທີ່ l ລະຫວ່າງກອງບັນຊາການ ປກສ ແຂວງກວ່າງງາຍ ແຫ່ງ ສສ ຫວຽດນາມ ກັບກອງບັນຊາການ ປກສ ແຂວງອັດຕະປື, ຈຳປາສັກ ແລະ ກອງບັນຊາການ ປກສ ແຂວງເຊກອງ ແຫ່ງ ສປປ ລາວ,
ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ມອບຜູ້ຖືກຫາສັນຊາດຈີນ 98 ຄົນ ໃຫ້ທາງການຈີນໄປດໍາເນີນຄະດີ

ອີງຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ສະບັບເລກທີ 88/ສພຊ, ລົງວັນທີ 12 ພະຈິກ 2020; ໃນວັນທີ 14 ກັນຍາ 2026 ທີ່ສະໜາມບິນສາກົນວັດໄຕ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາກໍ່ອາຊະຍາກຳທາງອິນເຕີເນັດ ສັນຊາດຈີນ ຈໍານວນ 98 ຄົນ ຍິງ 6 ຄົນ ພ້ອມຂອງກາງມີໂທລະສັບ 50 ໜ່ວຍ, ຄອມພິວເຕີຕັ້ງໂຕະ 50 ເຄື່ອງ ແລະ ອື່ນໆອີກຈຳນວນໜຶ່ງ ໃຫ້ເຈົ້າໜ້າທີ່ຕຳຫຼວດ ສປ ຈີນ ນຳຕົວໄປດຳເນີນຄະດີ.
ເພີ່ມເຕີມ