ກອງປະຊຸມກຳມາທິການວຽກງານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ

ກອງປະຊຸມກຳມາທິການວຽກງານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ
(ສພຊ)- ໃນລະຫວ່າງວັນທີ 10-11 ເມສາ ນີ້ກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຈັດກອງປະຊຸມກຳມາທິການວຽກງານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ທີ່ນະຄອນ-ຫຼວງພະບາງ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ສົມມາດ ພົນເສນາຮອງປະທານສະພາແຫ່ງຊາດ ພ້ອມທັງໄດ້ໃຫ້ກຽດກ່າວຕ້ອນຮັບຜູ້ແທນກອງປະຊຸມ ໂດຍທ່ານ ວົງພະຈັນ ທິບພະຈັນປະທານສະພາປະຊາຊົນແຂວງຫຼວງພະບາງ ແລະ ມີບັນດາສະມາຊິກສະພາຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ(APF)ຈາກ 9 ປະເທດ ແລະ 2 ອົງການ ພ້ອມນີ້ກໍຍັງມີບັນດາທ່ານຮອງປະທານກໍາມາທິການ  ແລະ ກຳມະການຂອງກຳມາທິການກ່ຽວຂ້ອງຕ່າງໆ ພາຍໃນສະພາແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ ຈາກພາກສ່ວນກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໃນພິທີກ່າວເປີດກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ, ໂດຍສະເພາະແມ່ນສະພາບການພາກພື້ນ ແລະ ສາກົນທີ່ຍັງສືບຕໍ່ເປັນທ່າອ່ຽງທາງດ້ານອຸປະສັກ ແລະ ສິ່ງທ້າທາຍຕໍ່ການກ້າວໄປຂ້າງໜ້າຂອງບັນດາປະເທດຕ່າງໆໃນທົ່ວໂລກ. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນບົດຮຽນໂດຍສະເພາະແມ່ນບັນຫາ ແລະ ອຸປະສັກທີ່ເປັນສິ່ງກີດຂວາງໃນການພັດທະນາເສດຖະກິດ-ສັງຄົມ ແລະ ບັນຫາສິ່ງແວດລ້ອມຂອງບັນດາປະເທດສະມາຊິກລັດຖະສະພາທີ່ໃຊ້ພາສາຝຣັ່ງ, ການຊຸກຍູ້ສົ່ງເສີມການນໍາໃຊ້ພາສາຝຣັ່ງທີ່ປັດຈຸບັນເຫັນວ່າ ມີທ່າອ່ຽງຫຼຸດລົງຫຼາຍຖ້າທຽບໃສ່ພາສາອັງກິດ ກອງປະຊຸມຍັງໄດ້ຮັບຟັງການສະເໜີບົດກ່ຽວກັບປະສົບການປະຕິບັດວຽກງານຕົວຈິງຈາກບັນດານັກຊ່ຽວຊານ ແລະ ແລກປ່ຽນບົດຮຽນທີ່ດີທີ່ສຸດຮ່ວມກັນຂອງສະມາຊິກສະພາແຫ່ງຊາດໃນບັນດາປະເທດສະມາຊິກ APF. ພ້ອມດຽວກັນນັ້ນ,ກອງປະຊຸມຍັງໄດ້ຮັບຮອງເອົາບົດບັນທຶກ ແລະ ຖະແຫຼງການຂອງກອງປະຊຸມສະໄໝສາມັນຄັ້ງຜ່ານມາ, ຮັບຟັງການປະກອບຄໍາເຫັນຂອງທ່ານປະທານກໍາມາທິການ, ປະທານກອງປະຊຸມ, ຮັບຟັງການລາຍງານຂອງຜູ້ຊ່ຽວຊານດ້ານນິຕິເວດວິທະຍາຂອງ AFDແລະ FAO,ຮັບຟັງການເຜີຍແຜ່ນິຕິກໍາກ່ຽວກັບນະໂຍບາຍດິນຟ້າອາກາດ, ກວດກາຮ່າງບົດລາຍງານ ແລະ ມະຕິເຊັ່ນ: ຮ່າງບົດລາຍງານຄວາມຫຼາກຫຼາຍທາງຊີວະພາບ, ການປົກປ້ອງ ແລະ ປົກປັກຮັກສາຄວາມຫຼາກຫຼາຍທາງຊີວະພາບ, ຮ່າງບົດລາຍງານກ່ຽວກັບຫົວຂໍ້ທີ່ງ່າຍດາຍສຳຫຼັບການມີເສລີພາບ ຂອງແມ່ຍິງໃນພາກພື້ນອາຟຣິກາທີ່ໃຊ້ພາສາຝຣັ່ງ, ສົນທະນາ ແລະ ປຶກສາຫາລືກ່ຽວກັບບົດລາຍງານການຕິດຕາມການເຈລະຈາການຄ້າສາກົນທີ່ດຳເນີນໃນຂອບຂອງອົງການການຄ້າໂລກ (OMC),ພ້ອມທັງໄດ້ປຶກສາຫາລືກ່ຽວກັບວຽກງານຂອງກໍາມາທິການໃນອະນາຄົດ, ຮ່າງຄໍາເຫັນຂອງຄະນະ APF ສຳລັບກອງປະຊຸມສຸດຍອດຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ ປະຈໍາປີ 2024 ພາຍໃຕ້ຫົວຂໍ້: “ປັບປຸງການເຄື່ອນໄຫວຂອງພົນລະເມືອງຢູ່ບັນດາປະເທດທີ່ໃຊ້ພາສາຝຣັ່ງ ເພື່ອຊຸກຍູ້ຄວາມຄິດສ້າງສັນ, ນະວັດຕະກໍາ ແລະ ການປະກອບການ”; ສົນທະນາປິ່ນອ້ອມວຽກງານເສດຖະກິດ, ສົນທະນາກ່ຽວກັບການລຶບລ້າງມົນລະພິດຈາກພລາສຕິກ ແລະ ບັນຫາອື່ນໆ ແລະ ຮັບຮອງວັນເວລາຈັດກອງປະຊຸມຄັ້ງຕໍ່ໄປ.
ກ່ອນເປີດກອງປະຊຸມດັ່ງກ່າວ, ໃນວັນທີ 8 ແລະ 9ເມສາ2024ຄະນະຜູ້ແທນຂອງກອງປະຊຸມດັ່ງກ່າວ ຍັງໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມຫຼວງພະບາງ, ໂຮງຮຽນວິທະຍາໄລຄູຫຼວງພະບາງ, ພ້ອມທັງຮັບຟັງການລາຍງານຫຍໍ້ສະພາບການຮຽນການສອນພາສາຝຣັ່ງທົ່ວແຂວງຫຼວງພະບາງ ແລະ ໄດ້ເຄື່ອນໄຫວຢ້ຽມຢາມສວນກະເສດອິນຊີ (ສວນອຸ່ນເຮືອນ) ແລະ ຢ້ຽມ ແລະ ເຮັດວຽກທີ່ສວນຟາມອາຍອຸ່ນ ເພື່ອຮັບຟັງສະພາບການພັດທະນາການກະເສດສີຂຽວໃນເຂດດັ່ງກ່າວ ແລະ ພາຍຫຼັງທີ່ສຳເລັດການເຂົ້າຮ່ວມກອງປະຊຸມແລ້ວຄະນະຜູ້ແທນຍັງຈະໄດ້ຢ້ຽມຊົມຫໍພິພິທະພັນຫຼວງພະບາງ(ພະລາດຊະວັງເກົ່າ), ວັດຊຽງທອງ ແລະ ຕາດກວາງຊີ ຊຶ່ງເປັນສະຖານທີ່ທ່ອງທ່ຽວທີ່ສໍາຄັນດ້ານປະຫວັດສາດ ແລະ ທຳມະຊາດ ຂອງແຂວງຫຼວງພະບາງ.
(ຂ່າວ: ກໍາມາທິການການຕ່າງປະເທດ, ພາບ: ສອນສັກ ວັນວິໄຊ)

ຄໍາເຫັນ

ຂ່າວການຮ່ວມມື

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ມອບ-ຮັບ ໂຄງການຊ່ວຍເຫຼືອມະນຸດສະທຳ ທີ່ເຂດຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າ, ເຮືອນສາຍໃຈ ທີ່ເຂດຊາຍແດນລາວ-ຫວຽດນາມ, ລະບົບໄຟເຍືອງທາງ ພ້ອມທັງການກວດສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາ ຊົນ ກຸ່ມບ້ານລະໂກ ຈັດຂຶ້ນໃນວັນທີ 24 ຕຸລາຜ່ານມາ, ທີ່ບໍລິເວນຫຼັກໝາຍຊາຍແດນ 591 ບ້ານຕາລຸງ ຕາແສງເຮືອງເລິບ ແຂວງກວາງຈິ ສສ ຫວຽດນາມ, ໂດຍມີທ່ານ ບຸນສູງ ໄຊຍະວົງ ຮອງເລຂາພັກເມືອງເຊໂປນ, ທ່ານ ພັນໂທ ດິງຊວນຮຸ່ງ ເລຂາຄະນະພັກ ຫົວໜ້າການເມືອງ ກຳມະການພັກເມືອງ ຄະນະກອງບັນຊາການທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍອົງການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມ.
ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ຮອງນາຍົກຕ້ອນຮັບເອກອັກຄະຣາຊະທູດຣາຊະອານາຈັກຊູແອດ ປະຈໍາລາວ

ໃນວັນທີ 26 ຕຸລານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ຮາມມາແກຣນ (Anna Hammargren) ເອກອັກ ຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກຊູແອດປະຈຳ ສປປ ລາວ, ມີສຳນັກ ງານການທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ອາເມ​ຣິກາ ສືບຕໍ່ຊ່ວຍປັບປຸງສູນຂໍ້ມູນຂ່າວສານກ່ຽວກັບລະເບີດບໍ່ທັນແຕກຢູ່ຫຼວງພະບາງ

ລັດຖະບານສະຫະລັດອາເມຣິກາ ໄດ້ມອບສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ ຂອງໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ແກ່ຝ່າຍລາວເຊິ່ງເປັນອີກບາດກ້າວສຳຄັນ ໃນການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ.
ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ງານKorea Lifestyle Festival 2026ເສີມສ້າງຄວາມສໍາພັນທາງທຸລະກິດ ແລະ ວັດທະນະທໍາ

ອົງການKOTRA ວຽງຈັນ ໄດ້ນຳເອົາບັນດາຜູ້ປະກອບການ, ຜະລິດຕະພັນ ແລະ ວັດທະນະທຳຈາກສເກົາຫຼີ ມາຮວບຮວມກັນໃນງານ Korea Lifestyle Festival 2026ຕັ້ງແຕ່ວັນທີ 22 ຫາ 24 ຕຸລາ, ເພື່ອເຊື່ອມໂຍງຜູ້ສົ່ງອອກຈາກ ສ ເກົາຫຼີ ກັບຜູ້ບໍລິໂພກຊາວລາວ ຜ່ານການພົບປະທຸລະກິດ ແລະ ງານເທດສະການKorea Lifestyle Festival2026 ເຊິ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.
ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ເລຂາພັກແຂວງຈຳປາສັກ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ກຳປູເຈຍ

ທ່ານ ອາລຸນໄຊ​ ສູນນະລາດ​ ກໍາ​ມະ​ການ​ສູນກາງພັກ​ ເລຂາພັກແຂວງຈຳປາສັກ ປະທານສະພາປະຊາຊົນແຂວງ ໄດ້ຕ້ອນຮັບ​ ທ່ານ ສອນໄຊ​ ວັນນະ​ໄຊ​ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ເຂົ້າພົບປະຢ້ຽມຢາມໃນວັນທີ​ 23​ ຕຸລາ​ຜ່ານ​ມາ ຢູ່ສໍານັກງານແຂວງ.​
ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ການເຄື່ອນໄຫວລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງມີບົດຮຽນທີ່ເປັນປະໂຫຍດຫຍັງແດ່ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງສາກົນ

ປີ 2026 ນີ້ເປັນການສ້າງຕັ້ງກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງຈີນ-ລາວ-ມຽນມາ-ໄທ ຄົບຮອບ 15 ປີ. ຕະຫຼອດ 15 ປີຜ່ານມາ, ຕາມລຳແມ່ນ້ຳທີ່ເຄີຍປະເຊີນໜ້າກັບເງົາມືດຂອງອາຊະຍາກຳຂ້າມຊາຍແດນປົກຄຸມສາຍນ້ຳນີ້ ໄດ້ກາຍເປັນເສັ້ນທາງເດີນເຮືອທີ່ສະຫງົບປອດໄພ ແລະ ສາມາດສັນຈອນຢ່າງສະດວກ.
ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ເພີ່ມເຕີມ