ກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ

ກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ
ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ກັບກະຊວງການເງິນ ເຂົ້າສູ່ພາກປະຕິບັດຕົວຈິງ, ແນວລາວສ້າງຊາດຮ່ວມກັບພະແນກການເງິນ ແຂວງສະຫວັນນະເຂດໄດ້ຈັດກອງປະຊຸມໂຄສະນາປຸກລະດົມການປະຕິບັດພັນທະການເສຍພາສີ-ອາກອນ ໃຫ້ລັດ ຂຶ້ນໃນວັນທີ 10 ພຶດສະພາ 2024 ຢູ່ສະໂມສອນຂອງຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ  ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ມີກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ, ແນວລາວສ້າງຊາດແຂວງ, ພະນັກງານອ້ອມຂ້າງແຂວງ ແລະ ຜູ້ປະກອບການຄ້າຂາຍ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ບາງເນື້ອໃນເອກະສານທີ່ສຳຄັນ ຄື: ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍພາສີ ແລະກົດໝາຍຂົງເຂດສ່ວຍສາອາກອນ, ການຊຳລະພາສີ-ອາກອນຜ່ານລະບົບທະນາຄານພັດທະນາລາວ ແລະເອກະສານປະເທດລາວຄົນລາວເປັນເຈົ້າຂອງ.
ທ່ານ ຮອງປະທານ ສນຊ ໄດ້ມີຄໍາເຫັນສັງລວມ ແລະເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ແຕ່ລະພາກສ່ວນຈົ່ງຮ່ວມມືກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປສືບຕໍ່ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈີງຕາມພາລະບົດບາດ ຂອງແຕ່ລະພາກສ່ວນດ້ວຍຄວາມຮັບຜິດຊອບສູງ,ສຶກສາອົບຮົມປຸກລະດົມໃຫ້ຜູ້ປະກອບການ, ນັກທຸລະກິດ, ຊາວຄ້າຂາຍ ກໍ່ຄືພົນລະເມືອງລາວທຸກຄົນ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ ເປັນຕົ້ນ ແມ່ນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ພ້ອມກັນເປັນເຈົ້າການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ, ສືບຕໍ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງ ເປັນປຶກແຜ່ນແໜ້ນໜາ  ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.(ຂ່າວ:ສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ສກລ ຈັດຫຼາຍກິດຈະກຳສະຫຼອງ 70 ປີ ຢ່າງຍິ່ງໃຫຍ່

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງສະຫະພັນກຳມະບານລາວ ​ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ (ສກລ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອກະກຽມສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂຶ້ນໃນວັນທີ 15 ມັງກອນນີ້ ທີ່ ສກລ.
ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ເອົາໃຈໃສຊ່ວຍເຫຼືອສັງຄົມດ້ວຍດີຕະຫຼອດມາ

ບໍລິສັດ ກາເຟພູເບ້ຍ ຈໍາກັດຜູ້ດຽວ ບໍ່ພຽງແຕ່ເຮັດທຸລະກິດ ບໍລິການຂາຍກາເຟ ເພື່ອສ້າງລາຍຮັບແຕ່ຢ່າງດຽວ, ຄຽງຄູ່ກັນນັ້ນທາງບໍລິສັດຍັງໄດ້ເອົາໃຈໃສ່ດ້ວຍດີຕະຫຼອດມາໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະ ໃນວັນສຳຄັນຂອງພັກ-ຊາດ ແລະ ເຫດການສຳຄັນຕ່າງໆທາງສັງຄົມ.
ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວປີ 2026 ຈະຈັດຂຶ້ນທ້າຍເດືອນມັງກອນນີ້

ພິທີຖະແຫຼງຂ່າວງານເທດສະການອາຫານລາວ ປີ 2026 ພາຍໃຕ້ຄໍາຂັວນ: ສໍາພັດຄວາມເປັນລາວຜ່ານລົດຊາດອາຫານລາວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນນີ້ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ (ສທຍ) ປະທານຄະນະກໍາມະການຈັດງານເທດສະການອາຫານລາວປີ 2026, ມີທ່ານ ດາວວອນ ພະຈັນທະວົງ ຮອງປະທານຜູ້ປະຈໍາການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ມີຄະນະປະທານ, ສື່ມວນຊົນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ເມືອງໂຂງ ເລັ່ງສະກັດກັ້ນການລະບາດຂອງພະຍາດປາກເປື່ອຍລົງເລັບ ໃນງົວ

ໃນລະຫວ່າງວັນທີ 2 ທັນວາ 2025 ຫາ 12 ມັງກອນ 2026, ໄດ້ມີລາຍງານການລະບາດຂອງ ພະຍາດປາກເປື່ອຍລົງເລັບ (FMD) ໃນຫຼາຍບ້ານຂອງເມືອງໂຂງ ແຂວງຈຳປາສັກ, ຊຶ່ງສົ່ງຜົນກະທົບຕໍ່ສັດລ້ຽງ (ງົວ) ຂອງພໍ່ແມ່ປະຊາຊົນເປັນຈຳນວນຫຼາຍ. ດ່ັງນັ້ນ, ໃນວັນທີ 15 ມັງກອນ 2026 ນີ້, ທ່ານ ພອນໄຊ ວິຣິຍະວົງສາ ຫົວໜ້າກຸ່ມວຽກສັດຕະວະແພດ ຈາກຂະແໜງລ້ຽງສັດ ແລະ ການປະສົງ (ພະແນກກະສິກຳ ແລະ ສີ່ງແວດລ້ອມແຂວງ) ພ້ອມວິຊາການໄດ້ລົງເຄື່ອນໄຫວສັກຢາປ້ອງກັນພະຍາດສັດຢູ່ກຸ່ມຫາດຊາຍຄູນ ແລະ ກຸ່ມກະດັນ. ໃນນີ້, ມີບ້ານ ຫາດຊາຍຄູນ, ສາມຄ້າງ, ເວີນຂາວ, ພຽງດີ, ຊົນລະວຽງ ແລະ ບ້ານຂີ້ນາກ.
ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ສສຊ ແລະ ສສຂ ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ຢູ່ເມືອງໄຊພູທອງ

ໃນວັນທິ 14 ມັງກອນ 2026, ຄະນະສະມາຊິກສະພາແຫ່ງຊາດ ຊຶ່ງນໍາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນເຂດ, ມີທ່ານ ຄໍາຜັນ ຄູນສະຫວັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ຮອງປະທານສະພາປະຊາຊົນແຂວງ ໄດ້ລົງເຄືີ່ອນໄຫວພົບປະຜູ້ມີສິດເລືອກຕັັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທືີ່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ຢູ່ເມືອງໄຊພູທອງ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ວັນແສງ ແກ້ວບຸນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໄຊພູທອງ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ອຳນາດການປົກຄອງບ້ານ, ຄູ-ອາຈານ ໃຫ້ການຕ້ອນຮັບ.
ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ມອບຜ້າຫົ່ມ ໃຫ້ 4 ບ້ານຂອງເມືອງໄຊບົວທອງ ເພື່ອແກ້ໄຂຜົນກະທົບຈາກໄພໜາວ

ວັນທີ 14 ມັງກອນ 2026, ຢູ່ທີ່ບ້ານນາຫຼວງ ເມືອງໄຊບົວທອງ ແຂວງຄໍາມ່ວນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ມອບຜ້າຫົ່ມ ໃຫ້ແກ່ຄອບຄົວທີ່ທຸກຍາກ ຈໍານວນ 40 ຄອບຄົວ ໃນ 4 ບ້ານ ຂອງເມືອງໄຊບົວທອງ ປະກອບມີ: ບ້ານນາຫຼວງ, ຕໍເຮືອ, ຜາສອງ ແລະ ບ້ານນາກະດອມ, ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ປະທານຄະນະກຳມະການຄຸ້ມຄອງໄພພິບັດແຂວງຄໍາມ່ວນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການ ຕ່າງປະເທດ ກຳມະການອະນຸກຳມະການເລືອກຕັ້ງລະດັບຊາດ, ພ້ອມດ້ວຍການນໍາຂອງແຂວງ, ການນໍາເມືອງໄຊບົວທອງ, ຂະແໜງການກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສະຫຼຸບ ການປະຕິບັດກິດຈະກໍາສົ່ງເສີມສຸຂະພາບບ້ານຍົກຍ້າຍຈັດສັນ

ສະຫຼຸບ ການປະຕິບັດກິດຈະກໍາສົ່ງເສີມສຸຂະພາບບ້ານຍົກຍ້າຍຈັດສັນ

ວັນທີ14 ມັງກອນ 2026 ນີ້ ຢູທີ່ ໂຮງໝໍຊຸມຊົນ ເມືອງເງິນ ແຂວງ ໄຊຍະບູລີ . ທາງພະແນກສາທາລະນະສຸກແຂວງ ໄດ້ສົມທົບກັບຫ້ອງການສາທາລະນະສຸກເມືອງ ໄດ້ຈັດກອງປະຊຸມສະຫຼຸບຜົນງານ ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຮ່ວມກັນ ໃນການເຝົ້າລະວັງຜົນກະທົບທາງດ້ານສຸຂະພາບເຂດບ້ານຍົກຍ້າຍຈັດສັນ (ບ້ານກີ່ວງີ້ວ), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ, ທ່ານ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາທາລະນະສຸກ ແລະ ທ່ານ ຍຸດທະນາ ຈຸນພານທອງ ຜູ້ອຳນວຍການຝ່າຍກິດຈະການອົງກອນ ບໍລິສັດໄຟຟ້າຫົງສາຈຳກັດ ໃນນາມຕາງໜ້າຜູ້ສະໜັບສະໜູນງົບປະມານໃນການຈັດຕັ້ງປະຕິບັດບັນດາກິດຈະກຳ.
ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງບັນຊາການທະຫານ ແຂວງຫຼວງພະບາງ ສະຫຼຸບວຽກງານຮອບດ້ານປະຈຳປີ 2025

ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ມັງກອນຜ່ານມານີ້, ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີ ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເພີ່ມເຕີມ