ກອງປະຊຸມໄດ້ລົງເລິກປຶກສາຫາລືກ່ຽວກັບສະຖານະການ ແລະ ສິ່ງທ້າທາຍດ້ານເສດຖະກິດ ແລະ ການທະນາຄານຂອງທົ່ວໂລກ ແລະ ຂອງພາກພື້ນ, ໄດ້ແບ່ງປັນການຈັດຕັ້ງປະຕິບັດດ້ານນະໂຍບາຍຂອງປະເທດຕ່າງໆ ໃນດ້ານການເງິນ ແລະ ເງິນຕາ, ການຫັນປ່ຽນດ້ານສີຂຽວ ແລະ ການພັດທະນາການທະນາຄານ. ຝ່າຍຕ່າງໆສະໜັບສະໜູນລົງເລິກການຮ່ວມມືດ້ານການເງິນ ແລະ ການທະນາຄານຂອງພາກພື້ນດ້ວຍການເຄື່ອນໄຫວຕົວຈິງ, ມີຄວາມຄືບໜ້າຕົວຈິງໃນດ້ານການຊຸກຍູ້ການສ້າງຕັ້ງທະນາຄານພັດທະນາອົງການຮ່ວມມືຊຽງໄຮ້, ເຫັນດີສ້າງຕັ້ງເຄືອຂ່າຍຄັງສະໝອງການເງິນ ແລະ ການທະນາຄານຂອງອົງການຮ່ວມມືຊຽງໄຮ້ ພ້ອມທັງໄດ້ປຶກສາຫາລືຫົວຂໍ້ຕ່າງໆ ເຊັ່ນ: ການປັບປຸງການຈັດສັນດ້ານການຊຳລະບັນຊີດ້ວຍເງິນຕາຂອງປະເທດຕົນ, ການລົງເລິກການຮ່ວມມືດ້ານການທະນາຄານທີ່ສ້າງຜົນປະໂຫຍດໃຫ້ທົ່ວເຖິງດ້ານດີຈີຕອນ ແລະ ອື່ນໆ.
CMG ປະກາດສັດນຳໂຊກງານລາຕີບຸນກຸດຈີນປີ 2026
ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຄໍາເຫັນ