ກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ

ກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນໂຮ່ຈິມິນ

ກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນໂຮ່ຈິມິນ
ກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນໂຮ່ຈິມິນ ໄດ້ເປີດຂຶ້ນເມື່ອບໍ່ດົນມານີ້ຢູ່ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈິມິນ, ໂດຍການເປັນປະທານຂອງສະຫາຍ ພອນສີ ບຸນມີໄຊຄະນະພັກຮາກຖານສະຖານທູດ

 ເລຂາໜ່ວຍພັກ ກົງສູນໃຫຍ່ ແຫ່ງ ສປປ ລາວ ທີ່ນະຄອນໂຮ່ຈິມິນ ແລະ ປະທານຮ່ວມຂອງສະຫາຍ ນາງ ຄໍາເພົາ ເອີນທະວັນ ເລຂາຄະນະພັກຮາກຖານສະຖານທູດ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ມີແຂກຮັບເຊີນ, ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນຄື: ຄະນະໜ່ວຍຊາວໜຸມປະຊາຊົນປະຕິວັດລາວ, ໜ່ວຍສະຫະພັນກໍາມະບານລາວ, ໜ່ວຍສະຫະພັນແມ່ຍິງລາວ ແລະ ສະມາຊິກພັກສົມບູນ ແລະ ສໍາຮອງຂອງໜ່ວຍພັກເຂົ້າຮ່ວມທັງໝົດ 14 ສະຫາຍ ຍິງ 4 ສະຫາຍ.ກອງປະຊຸມສະຫາຍ ພອນສີ ບຸນມີໄຊເລຂາໜ່ວຍພັກໄດ້ຜ່ານບົດລາຍງານການເມືອງຂອງໜ່ວຍພັກ, ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຜ່ານບົດສໍາຫຼວດຂອງໜ່ວຍພັກແລະ ຜ່ານມະຕິຂອງກອງປະຊຸມໃຫຍ່ຄັ້ງທີ IIIຂອງໜ່ວຍພັກ.

ຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ນາງ ຄໍາເພົາ ເອີນທະວັນ ໂດຍໄດ້ເນັ້ນໜັກບາງຈຸດທີ່ສໍາຄັນ ໃນການເຄື່ອນໄຫວຂອງໜ່ວຍພັກ 5 ປີຕໍ່ໜ້ານີ້ ດັ່ງນີ້:

1. ການປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ;“ເຖິງວ່າຜ່ານມາຍັງບໍ່ທັນໄດ້ຮັບນາມມະຍົດກໍຕາມແຕ່ກໍບໍ່ຕ້ອງທໍ້ຖອຍ ທຸກຢ່າງບໍ່ເໜືອຄວາມພະຍາຍາມບຸກບືນຂອງສະມາຊິກພັກພວກເຮົາ”;

2. ບັນດາສະຫາຍຄະນະໜ່ວຍພັກ ສືບຕໍ່ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານໃນສະຖານກົງສຸນໃຫຍ່ ໃຫ້ເຊື່ອມຊຶມ, ກໍາແໜ້ນແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງພັກ, ທັດສະນະຕ່າງໆຂອງລັດ, ມີສະຕິລະວັງຕົວສູງ ຈໍາແນກໄດ້ເລກົນ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິຂອງຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກທີ່ຫວັງຈະມ້າງທໍາລາຍລະບອບໃໝ່ຂອງພວກເຮົາ;

3. ເຮັດໜ້າທີ່ເປັນໃຈກາງປະສານງານລະຫວ່າງກະຊວງ, ອົງການທີ່ກ່ຽວຂ້ອງຕ່າງໆ ໃຫ້ມີກົນໄກປະສານງານທີ່ຄ່ອງຕົວ, ມີປະສິດທິຜົນ, ມີການສະຫຼຸບຕີລາຄາຖອດຖອນບົດຮຽນເປັນປົກກະຕິ ເພື່ອໃຫ້ມີຄວາມເປັນເອກະພາບ, ສາມາດນໍາເອົາຜົນປະໂຫຍດມາໃຫ້ແກ່ປະເທດຊາດນັບມື້ຫຼາຍຂຶ້ນ;

4. ເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການເຄື່ອນໄຫວຕ່າງປະເທດຂອງພັກ - ລັດໃນແຕ່ລະໄລຍະ ຢ່າງເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງ, ເອົາໃຈໃສ່ປະກອບສ່ວນສຸມທຸກເຫື່ອແຮງ ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນອັນມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ສອງພັກ-ສອງລັດ ເວົ້າລວມ, ເວົ້າສະເພາະ ໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ;

5. ຊຸກຍູ້ການໄປມາຫາສູ່ຂອງຄະນະຜູ້ແທນຂັ້ນສູງ, ພົວພັນແລກປ່ຽນບົດຮຽນ, ສືບຕໍ່ປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບສູງ, ສືບຕໍ່ຍາດແຍ່ງເອົາການຮ່ວມມື, ການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດ, ຍົກສູງວຽກງານໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະກິດ, ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫຼາຍຂຶ້ນ ແລະ ນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ;

6. ສະມາຊິກພັກ ໃນໜ່ວຍພັກສະຖານກົງສູນໃຫຍ່ຂອງພວກເຮົາ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະການເມືອງໜັກແໜ້ນ, ຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ຄວາມສາມັກຄີພາຍນອກໃຫ້ ກວ້າງຂວາງ, ມີສະຕິຕໍ່ການຈັດຕັ້ງລະບຽບກົດໝາຍຢ່າງເຂັ້ມງວດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ມີຄຸນສົມບັດສິນທໍາປະຕິວັດ, ມີຫຼັກໝັ້ນ, ຮູ້ຈໍາແນກມິດ - ສັດຕູຢ່າງຈະແຈ້ງ, ປົກປັກຮັກສາຄວາມລັບພາຍໃນ, ກໍາໄດ້ແນວທາງການຕ່າງປະເທດຂອງພັກ - ລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນແຕ່ລະໄລຍະ, ມີແບບແຜນການດໍາລົງຊີວິດທີ່ໂປ່ງໃສ, ຮູ້ຖະໜອມ ຖອມຕົນບໍ່ອວດອົ່ງທະນົງຕົວ ບໍ່ຄິດເຫັນແຕ່ຜົນປະໂຍດສ່ວນຕົວ, ມີທັດສະນະມະຫາຊົນ, ກ້າຄິດກ້າທໍາ ແລະ ມີຄວາມຮັບຜິດຊອບ, ກໍາໄດ້ 9 ຂໍ້ຫ້າມຂອງສະມາຊິກພັກ. ເຜີຍແຜ່ໂຄສະນາຄວາມເປັນຈິງຂອງປະເທດເຮົາຕໍ່ເພື່ອນມິດສາກົນ, ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານວິຊາສະເພາະ ໂດຍສະເພາະດ້ານຄົ້ນຄວ້າຕີລາຄາສະພາບການພົ້ນເດັ່ນໃນແຕ່ລະໄລຍະຂອງບັນດາຂົງເຂດທີ່ຕົນເອງຮັບຜິດຊອບໃຫ້ວ່ອງໄວ ແລະ ທັນການ.

ນອກຈາກນັ້ນ, ກໍໃຫ້ຍົກລະດັບພາສາຕ່າງປະເທດ ເພື່ອໃຫ້ການເຄື່ອນໄຫວຂອງເຮົາມີຄວາມຄ່ອງແຄ້ວ ແລະ ໄດ້ຮັບຜົນສໍາເລັດສູງ.ກອງປະຊຸມໄດ້ດຳເນີນເປັນເວລາ1ວັນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ