ກອງປະຊຸມພົບປະສົນທະນາການທະຫານຂັ້ນສູງ ຫວຽດນາມ - ຈີນ

ກອງປະຊຸມພົບປະສົນທະນາການທະຫານຂັ້ນສູງ ຫວຽດນາມ - ຈີນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 8 ໃນວັນທີ 11 ເມສາຜ່ານມາຢູ່ ແຂວງລາວກາຍ ຂອງ ຫວຽດນາມ ໄດ້ດຳເນີນກອງປະຊຸມພົບປະສົນທະນາລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຈີນ. ທ່ານພົນເອກ ຟານວັນຢາງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ດົ່ງກວນລັດຖະມົນຕີກະຊວງປ້ອງກັນປະເທດຈີນເປັນປະທານຮ່ວມກອງປະຊຸມ.
ຂ່າວລະບຸວ່າ: ໃນກອງປະຊຸມ, ສອງຝ່າຍໄດ້ເຫັນດີ ໂດຍຕີລາຄາວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ລັດຖະມົນຕີສອງທ່ານກໍເຫັນດີເປັນເອກະພາບ ໃນໄລຍະຈະມາເຖິງ ສອງຝ່າຍຈະເຊື່ອມຊຶມຈັດຕັ້ງປະຕິບັດຖະແຫຼງການຮ່ວມລະຫວ່າງສອງປະເທດ ກ່ຽວກັບການຊຸກຍູ້ “ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ແທດຈິງກວ່າເກົ່າ”, ສະເໜີໃຫ້ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ; ຮັກສາ ແລະ ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືປະຈຳປີເຊັ່ນ: ການພົບປະສົນທະນາຍຸດທະສາດດ້ານປ້ອງກັນຊາດ, ພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ, ການລາດຕາເວນຮ່ວມຢູ່ອ່າວພາກເໜືອ ລະຫວ່າງກອງທັບເຮືອສອງປະເທດ; ຊຸກຍູ້ການຮ່ວມມືໃນການກໍ່ສ້າງສຶກສາ, ວຽກງານພັກ, ວຽກງານການເມືອງ, ອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ, ຄົ້ນຄວ້າຍຸດທະສາດ, ຮັກສາສັນຕິພາບ ສປຊ, ພະລາທິການ, ເສນາຮັກ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງສອງກະຊວງປ້ອງກັນປະເທດ ກ່ຽວກັບການສ້າງໂທລະສັບສາຍດ່ວນລະຫວ່າງ ເຫຼົ່າທັບກອງທັບເຮືອ (ກະຊວງປ້ອງກັນປະເທດ ຫວຽດນາມ) ແລະ ເຂດທະຫານພາກໃຕ້ (ກອງທັບປົດປ່ອຍປະຊາຊົນ ຈີນ).

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍເກີນດຸນການຄ້າ 4.33 ຕື້ໂດລາ ໃນເດືອນມີນາ

ອິນໂດເນເຊຍເກີນດຸນການຄ້າ 4.33 ຕື້ໂດລາ ໃນເດືອນມີນາ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້; ຫ້ອງການງານ​ສະຖິຕິ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​​ວ່າ: ອິນ​ໂດ​ເນ​ເຊຍ​ມີ​ການ​ເກີນ​ດຸນ​ການ​ຄ້າ​ໃນ​ເດືອນ​ມີນາຢູ່ທີ່ 4.33 ຕື້ໂດລາ ຊຶ່ງເປັນມູນຄ່າສູງສຸດໃນຮອບ 4 ເດືອນຫຼືນັບຕັ້ງແຕ່ເດືອນພະຈິກ 2024 ແລະສູງກວ່າທີ່ນັກວິເຄາະຄາດຄະເນໄວ້ປະມານ 2.64 ຕື້ໂດລາ.
ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສເກົາຫຼີ​​ຊຸດ​ທີ 21 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີສເກົາຫຼີ​​ຊຸດ​ທີ 21 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ນີ້

ຂ່າວສານຊີອາໄອລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ວັນ​ທີ 3 ມິ​ຖຸ​ນາ ຈະມາເຖິງນີ້, ສເກົາຫຼີ​ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ທີ 21. ສະ​ຖາ​ບັນ​ຄົ້ນ​ຄວ້າ​ຫາງ​ສຽງ​ສັງ​ຄົມ​ສເກົາຫຼີ​ໄດ້​ສຳຫຼວດ​ຄວາມ​ຄິດ​ເຫັນ​ປະ​ຊາ​ຊົນ​​
ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຍີ່ປຸ່ນ ຮັກສາການປະເມີນເສດຖະກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ກະ​ຊວງ​ການ​ເງິນ​ຂອງ​ຍີ່​ປຸ່ນຮັກສາການປະເມີນ​ເສດ​ຖະ​ກິດ​ໂດຍ​ລວມ​ຂອງ​ປະ​ເທດ​ບໍ່​ມີ​ການ​ປ່ຽນ​ແປງ​ຈາກການປະເມີນກ່ອນໜ້ານີ້, ໂດຍລະບຸວ່າ: ​ເສດ​ຖະ​ກິດຂອງປະເທດກຳລັງ​ຟື້ນ​ຕົວ​ປານ​ກາງເຖິງວ່າປະເຊີນໜ້າກັບຄວາມອ່ອນແອກໍຕາມ.

ກຳປູເຈຍ ເປີດທ່າເຮືອທ່ອງທ່ຽວ ມູນຄ່າ 10 ລ້ານໂດລາ

ກຳປູເຈຍ ເປີດທ່າເຮືອທ່ອງທ່ຽວ ມູນຄ່າ 10 ລ້ານໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ກຳ​ປູ​ເຈຍ​ໄດ້​ເປີດ​ທ່າເຮືອ​ທ່ອງ​ທ່ຽວ​ສາ​ກົນກໍາປອດ ທີ່​ມີ​ມູນ​ຄ່າ 10 ລ້ານ​ໂດ​ລາ​ໃນ​ແຂວງກໍາປອດ ຢູ່ແຄມ​ຝັ່ງ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ. ​ເພື່ອ​ແນ​ໃສ່​ຊຸກຍູ້​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ກຳປູ​ເຈຍ
ຈີນອະນຸຍາດໃຫ້ວິສາຫະກິດຈາກຕ່າງປະເທດລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ

ຈີນອະນຸຍາດໃຫ້ວິສາຫະກິດຈາກຕ່າງປະເທດລົງທຶນຊໍ້າຢູ່ຈີນໂດຍບໍ່ຕ້ອງຈົດທະບຽນເງິນຕາຕ່າງປະເທດ

ຂ່າວສານຊີອາໄອລາຍງານວ່າ: ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 21 ເມສາ ຜ່ານມາ. ໃນໂອກາດນີ້, ກະຊວງການຄ້າຈີນໄດ້ແນະນໍາສະພາບລະອຽດກ່ຽວກັບ “ແຜນດໍາເນີນງານວ່າດ້ວຍການເລັ່ງຊຸກຍູ້ຈຸດທົດລອງສັງລວມການຂະຫຍາຍການເປີດປະຕູດ້ານຂະແໜງການບໍລິການ”.
ຫວຽດນາມ ​ກະ​ກຽມ​ສັ​ບ​ປະ​ດາ​ຂັ້ນ​ສູງ APEC 2027

ຫວຽດນາມ ​ກະ​ກຽມ​ສັ​ບ​ປະ​ດາ​ຂັ້ນ​ສູງ APEC 2027

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ທີ່ນະຄອນຝຸກວັກ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມເຮັດວຽກກັບການນຳແຂວງກຽນຢາງ ກ່ຽວກັບການຜັນຂະຫຍາຍ ແລະ ບາງກົນໄກນະໂຍຍາຍທີ່ຈຳເປັນເພື່ອລົງທຶນພື້ນຖານໂຄງລ່າງຮັບໃຊ້ໃຫ້ແກ່ສັບປະດາສຸດຍອດ APEC 2027.
ຣັດເຊຍ ຫຼຸດການຄາດຄະເນລາຄານໍ້າມັນດິບ Brent ລົງເກືອບ 17%

ຣັດເຊຍ ຫຼຸດການຄາດຄະເນລາຄານໍ້າມັນດິບ Brent ລົງເກືອບ 17%

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ກະ​ຊວງ​ເສດ​ຖະ​ກິດ​ຣັດ​ເຊຍ​ໄດ້​ຫຼຸດ​ການຄາດຄະເນລາ​ຄາ​ນ້ຳ​ມັນ​ດິບ Brent ປີ 2025 ລົງ​ເກືອບ 17% ​ເຫຼືອ 68 ໂດ​ລາ​ຕໍ່​ບາ​ເຣນ, ຫຼຸດ​ລົງ​ຈາກ 81.7 ໂດ​ລາ​ຕໍ່​ບາ​ເຣນ​ທີ່ເຄີຍ​ຄາດ​ຄະ​ເນໄວ້​ໃນ​ເດືອນ​ກັນ​ຍາ ປີຜ່ານມາ.
ການສົ່ງອອກຂອງ ສ ເກົາຫຼີ ຫຼຸດລົງ 5.2% ໃນ 20 ມື້ທຳອິດຂອງເດືອນເມສາ

ການສົ່ງອອກຂອງ ສ ເກົາຫຼີ ຫຼຸດລົງ 5.2% ໃນ 20 ມື້ທຳອິດຂອງເດືອນເມສາ

ຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງ ສເກົາຫຼີ (KCS) ເປີດເຜີຍໃນວັນທີ 21 ເມສາ ຜ່ານມາວ່າ: ການສົ່ງອອກຂອງ ສ ເກົາຫຼີໃນໄລຍະ 20 ມື້ທຳອິດຂອງເດືອນເມສາ ໄດ້ຫຼຸດລົງ5.2% ເມື່ອທຽບໃສ່ປີກາຍມາເປັນ 33.87 ຕື້ໂດລາ. ໂດຍສ່ວນໜຶ່ງແມ່ນຍ້ອນອັດຕາພາສີຂອງສະຫະລັດ ອາເມຣິກາ ທີ່ເຮັດໃຫ້ການສົ່ງອອກໄປສະຫະລັດ ອາເມຣິກາ ຊ້າລົງ.
ສີລັງກາ ຕັ້ງເປົ້າສົ່ງອອກໝາກພ້າວ ບັນລຸ 1.7 ຕື້ໂດລາ ໃນປີ 2025

ສີລັງກາ ຕັ້ງເປົ້າສົ່ງອອກໝາກພ້າວ ບັນລຸ 1.7 ຕື້ໂດລາ ໃນປີ 2025

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາ; ສື່​ມວນ​ຊົນ​ຂອງ​ສີ​ລັງກາ​ອ້າງ​ອີງ​ການ​ລາຍ​ງານ​ຈາກ​ອົງການ​ພັດທະນາ​ໝາກ​ພ້າວ (CDA) ລະບຸວ່າ:ສີ​ລັງກາ​ຕັ້ງ​ເປົ້າ​ຈະ​ເພີ່ມ​ລາຍ​ຮັບຈາກ​ການ​ສົ່ງ​ອອກ​ໝາກພ້າວເປັນສອງເທົ່າ​ໃນ​ປີ​ນີ້​ ລວມຢູ່ທີ່ 1.7 ຕື້​ໂດ​ລາ.
ເພີ່ມເຕີມ