ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປີ 2023 ແລະ ທິດທາງແຜນການ ປີ 2024 ຂອງສານປະຊາຊົນ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປີ 2023 ແລະ ທິດທາງແຜນການ ປີ 2024 ຂອງສານປະຊາຊົນ
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປີ 2023 ແລະ ທິດທາງແຜນການ ປີ 2024 ຂອງສານປະຊາຊົນ ໄດ້ເປີດຂຶ້ນໃນວັນທີ 23 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມ ໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາທ່ານຮອງປະທານສານປະຊາຊົນສູງສຸດ ສະມາຊິກສະພາຜູ້ພິພາກສາສານປະຊາຊົນສູງສຸດ, ສານທະຫານ ແລະ ສານປະຊາຊົນທ້ອງຖິ່ນເຂົ້າຮ່ວມ.
ທ່ານ ນາງ ວຽງທອງ ສີພັນດອນ ໄດ້ກ່າວວ່າ:ຕະຫຼອດໄລຍະການເຄື່ອນໄຫວວຽກງານຂອງສານປະຊາຊົນແຕ່ລະຂັ້ນ ໃນ 1 ປີ ຜ່ານມາ, ພວກເຮົາໄດ້ຮັບການເອື້ອອໍານວຍຄວາມສະດວກຢ່າງຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງ ໃນລະບົບສານປະຊາຊົນ ແຫ່ງ ສປປ ລາວ ຕໍ່ບົດບາດສາກົນ, ພາກພື້ນ ກໍຄືທັງພາຍໃນສັງຄົມພວກເຮົາ ເຫັນໄດ້ວ່າ ສານປະຊາຊົນ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າທາງດ້ານຄຸນນະພາບ, ປະລິມານ ແລະ ຄວາມຍຸຕິທຳ, ຄວາມເຊື່ອໝັ້ນ ໃຫ້ຄວາມເປັນທຳແກ່ສັງຄົມ ພົນລະເມືອງລາວ ຕາມທີ່ໄດ້ກຳນົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍ, ສ້າງການປ່ຽນແປງທາງດ້ານທັດສະນະໃນການຄົ້ນຄວ້າ ວິເຄາະ ວິໄຈ, ພິຈາລະນາຄະດີ, ປະສານສົມທົບໃນກອບບັນດາພາກສ່ວນທີ່ດໍາເນີນຄະດີ ໃນຂະບວນຍຸຕິທໍາ ໃຫ້ມີຄວາມຊັດເຈນ, ຮອບຄອບ, ພາວະວິໄສ ແລະ ຍຸຕິທຳ ໃນລະດັບໜຶ່ງທີ່ແນ່ນອນ.
ທ່ານກ່າວຕື່ມວ່າ: ດັ່ງທີ່ໄດ້ຮັບຮູ້ນໍາກັນແລ້ວວວ່າ ພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສານປະຊາຊົນແຕ່ລະຂັ້ນ ຕາມທີ່ໄດ້ກໍານົດໄວ້ໃນໝວດທີ X ປະກອບມີ 9 ມາດຕາ (ມາດຕາ 90-98) ແລະ ບັນດາກົດໝາຍທີ່ກ່ຽວຂ້ອງໃນລະບົບຕຸລາການ ໂດຍໄດ້ຮັບຄວາມເຊື່ອໝັ້ນຈາກກົມການເມືອງສູນກາງພັກ-ຄະນະເລຂາທິການສູນກາງພັກຕໍ່ອົງການຕຸລາການ ຊຶ່ງສະແດງອອກໃນບົດຄໍາເຫັນໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມສະຫຼຸບເຄື່ອນໄຫວວຽກງານຂອງສານປະຊາຊົນ ປະຈໍາປີ 2022 ຊຶ່ງໃນນັ້ນກໍໄດ້ເຮັດການຈັດຕັ້ງສານແຕ່ລະຂັ້ນ ເປັນລະບົບສານທີ່ເປັນອົງການຕຸລາການ ແຫ່ງ ສປປ ລາວ ຖືເປັນທີ່ເພິ່ງບ່ອນສຸດທ້າຍຂອງສັງຄົມ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນຂອງລາວເຮົາ ຢ່າງເເທ້ຈິງ, ພວກເຮົາເຮັດໜ້າທີ່ຂອງພະນັກງານ-ລັດຖະກອນ, ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແມ່ນປະຕິບັດຕາມກົດໝາຍ, ລະບຽບການຢ່າງເຂັ້ມງວດ, ຖືກຕ້ອງຕາມຂັ້ນຕອນຂອງການພິຈາລະນາຕັດສິນ-ພິພາກສາຄະດີ ໃຫ້ຖືກຕ້ອງຕາມກົດ
ໝາຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ. 
ທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ  ຮອງປະທານສານປະຊາຊົນສູງສຸດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປີ 2023 ແລະ ທິດທາງແຜນການ ປີ 2024 ຂອງສານປະຊາຊົນ ໂດຍສະເພາະການສຸມໃສ່ປະຕິບັດວຽກງານການແກ້ໄຂຄະດີມີຄວາມວ່ອງໄວ ແລະ ມີຄຸນນະພາບຂຶ້ນເທື່ອລະກ້າວ ສະແດງອອກຄື: ຄະດີຂັ້ນຕົ້ນ ປີ2023 ມີທັງໝົດ9.103 ເລື່ອງ(ສານປະຊາຊົນເຂດ, ແຂວງ, ນະຄອນຫຼວງ ແລະ ສານທະຫານພາກ) ແຕ່ລະປະເພດຄະດີ ແກ້ໄຂໄດ້ ດັ່ງນີ້: ຄະດີອາຍາ 5.668 ເລື່ອງ, ແກ້ໄຂໄດ້ 4.802 ເລື່ອງ, ເທົ່າກັບ 85%; ຄະດີແພ່ງ 2.059 ເລື່ອງ, ແກ້ໄຂໄດ້ 851 ເລື່ອງ, ເທົ່າກັບ 41%;  ຄະດີການຄ້າ 351 ເລື່ອງ, ແກ້ໄຂໄດ້ 96 ເລື່ອງ, ເທົ່າກັບ 27%; ຄະດີຄອບຄົວ 680 ເລື່ອງ, ແກ້ໄຂໄດ້ 280 ເລື່ອງ, ເທົ່າກັບ 41%; ຄະດີເດັກ 228 ເລື່ອງ, ແກ້ໄຂໄດ້ 189 ເລື່ອງ, ເທົ່າກັບ 83%; ຄະດີແຮງງານ 44 ເລື່ອງ, ແກ້ໄຂໄດ້ 26ເລື່ອງ, ເທົ່າກັບ 59%; ຄະດີອາຍາ ຂອງສານທະຫານພາກ 73 ເລື່ອງ, ແກ້ໄຂໄດ້ 59 ເລື່ອງ, ເທົ່າກັບ 81%.
 ຄະດີເປັນຂັ້ນອຸທອນປີ 2023 ມີທັງໝົດ1.269ເລື່ອງ (ສານປະຊາຊົນແຂວງ, ນະຄອນຫຼວງ, ພາກ ແລະ ສານທະຫານຂັ້ນສູງ) ແຕ່ລະປະເພດຄະດີ ໄດ້ແກ້ໄຂ ດັ່ງນີ້:ຄະດີອາຍາ377ເລື່ອງ, ແກ້ໄຂໄດ້248ເລື່ອງ, ເທົ່າກັບ66%;ຄະດີແພ່ງ649ເລື່ອງ, ແກ້ໄຂໄດ້311ເລື່ອງ, ເທົ່າກັບ50%; ຄະດີການຄ້າ 120ເລື່ອງ, ແກ້ໄຂໄດ້ 114ເລື່ອງ, ເທົ່າກັບ95%;ຄະດີຄອບຄົວ98 ເລື່ອງ, ແກ້ໄຂໄດ້39ເລື່ອງ, ເທົ່າກັບ40%;ຄະດີເດັກມີ 1 ເລື່ອງ, ແກ້ໄຂໄດ້0ເລື່ອງ, ເທົ່າກັບ0%; ຄະດີແຮງງານ15ເລື່ອງ, ແກ້ໄຂໄດ້9ເລື່ອງ, ເທົ່າກັບ60%; ຄະດີອາຍາ ຂອງສານທະຫານຂັ້ນສູງ 9 ເລື່ອງ, ແກ້ໄຂໄດ້ 6 ເລື່ອງ, ເທົ່າກັບ 67%.
 ຄະດີເປັນຂັ້ນລົບລ້າງ ປີ 2023 ມີທັງໝົດ515ເລື່ອງ (ສານປະຊາຊົນພາກ ແລະ ສານປະຊາຊົນສູງສຸດ) ຄື: ຄະດີອາຍາ 119 ເລື່ອງ, ແກ້ໄຂໄດ້ 91 ເລື່ອງ, ເທົ່າກັບ 76%; ຄະດີແພ່ງ312ເລື່ອງ, ແກ້ໄຂໄດ້ 205ເລື່ອງ, ເທົ່າກັບ 66%; ຄະດີການຄ້າ 39ເລື່ອງ, ແກ້ໄຂໄດ້ 27ເລື່ອງ, ເທົ່າກັບ 69%;ຄະດີຄອບຄົວ 37ເລື່ອງ, ແກ້ໄຂໄດ້ 27 ເລື່ອງ, ເທົ່າກັບ 73%;ຄະດີເດັກ 3 ເລື່ອງ, ແກ້ໄຂໄດ້3 ເລື່ອງ, ເທົ່າກັບ 100%; ຄະດີແຮງງານ 5ເລື່ອງ, ແກ້ໄຂໄດ້ 2ເລື່ອງ, ເທົ່າກັບ 40%.
    ສະເລ່ຍການຂໍອຸທອນຄະດີ ສານຂັ້ນຕົ້ນຕັດສິນທັງໝົດ9.103 ເລື່ອງ, ຖືກຂໍອຸທອນ 1.269 ເລື່ອງເທົ່າກັບ 13,9%.
    ສະເລ່ຍການຂໍລົບລ້າງຄະດີ ສານຂັ້ນອຸທອນພິພາກສາທັງໝົດ 1.269 ເລື່ອງ, ຖືກຂໍລົບລ້າງ 515 ເລື່ອງ ເທົ່າກັບ 40,5%.
ນອກຈາກນັ້ນ, ສານປະຊາຊົນສູງສຸດ ໄດ້ພິຈາລະນາຄຳສະເໜີຮື້ຟື້ນຄະດີຄືນໃໝ່ ປີ 2023 ມີທັງໝົດ85ເລື່ອງ, ແກ້ໄຂໄດ້ 56 ເລື່ອງ ເທົ່າກັບ 66% ແລະ ໄດ້ສົມທົບກັບອົງການໄອຍະການປະຊາຊົນສູງສຸດ ຄົ້ນຄວ້າອອກຄໍາຊີ້ຂາດໂທດປະຫານຊີວິດ ຈໍານວນ 51 ສະບັບ, ພິຈາລະນາຕັດສິນຄະດີ ໂດຍຜູ້ພິພາກສາຜູ້ດຽວ ໄດ້ 147 ເລື່ອງ ແລະ ຈັດຕັ້ງຄະນະສານເຄື່ອນທີ່ໄປຕັດສິນຢູ່ຄ້າຍຄຸມຂັງ ແລະ ທ້ອງຖິ່ນບ່ອນຄູ່ຄວາມອາໄສຢູ່ ໄດ້ 67 ຄັ້ງ.
(ຂ່າວ-ພາບ:ຕຸໄລເພັດ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ເພີ່ມເຕີມ