ກອງປະຊຸມສະຫຼຸບວຽກງານ ແລະແຜນດໍາເນີນງານຂອງຄະນະສະເພາະກິດ

ກອງປະຊຸມສະຫຼຸບວຽກງານ ແລະແຜນດໍາເນີນງານຂອງຄະນະສະເພາະກິດ 83/ນຍ

ກອງປະຊຸມສະຫຼຸບວຽກງານ ແລະແຜນດໍາເນີນງານຂອງຄະນະສະເພາະກິດ 83/ນຍ
ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ (ສວສສຊ)ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ2024 ແລະ ແຜນດໍາເນີນງານ ປີ2025 ຂອງຄະນະສະເພາະກິດ 83/ນຍ, ໃນວັນທີ 28 ມັງກອນນີ້ ທີ່ຫ້ອງປະຊຸມ ຂອງສະຖາບັນດັ່ງກ່າວ

 

 ໂດຍການເປັນປະທານ ຂອງທ່ານ ກອງແກ້ວ ໄຊສົງຄາມກຳມະການສູນກາງພັກເລຂາຄະນະພັກປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດຫົວໜ້າຄະນະສະເພາະກິດ 83/ນຍ. ທ່ານ ກິແກ້ວ ຈັນທະບູຣີຮອງເລຂາຄະນະພັກ ຮອງປະທານ ສວສສຊຮອງຫົວໜ້າ(ຜູ້ປະຈຳການ) ຄະນະສະເພາະກິດ 83/ນຍ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ໃນນາມຮອງຫົວໜ້າຄະນະສະເພາະກິດ 83/ນຍ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າສະຖາບັນຄົ້ນຄວ້າ, ກອງເລຂາ ຄະນະສະເພາະກິດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະ, ທ່ານ ກອງແກ້ວ ໄຊສົງຄາມ ກ່າວວ່າ: ໄລຍະ 1 ປີຜ່ານມາ ພວກເຮົາໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ໄດ້ຈັດກອງປະຊຸມແລກປ່ຽນຄໍາເຫັນກັບພາກທຸລະກິດ; ແລກປ່ຽນຄໍາເຫັນ ກັບ ການນໍາພັກ-ລັດ, ອະດີດການນໍາຂັ້ນສູງ ແລະ ຊ່ຽວຊານອາວຸໂສ ຈໍານວນໜຶ່ງ; ນອກຈາກນັ້ນ ກໍຍັງໄດ້ມີການຄົ້ນຄວ້າ ລົງເລິກເພື່ອກຳນົດມາດຕະການ ແກ້ໄຂບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ແລະ ໄດ້ມີການລາຍງານ ໃຫ້ແກ່ລັດຖະບານເພື່ອເປັນຂໍ້ມູນທາງວິທະຍາສາດ ໃນການກຳນົດມາດຕະການແກ້ໄຂບັນຫາ ດ້ານລາຄາສິນຄ້າ ແລະ ອັດຕາເຟີ້ ຢ່າງເປັນລະບົບ, ມາຮອດປັດຈຸບັນ ສາມາດສັງເກດໄດ້ວ່າ ອັດຕາເງິນເຟີ້ ແລະ ອັດຕາການແລກປ່ຽນໄດ້ຖືກແກ້ໄຂຢ່າງຖືກທິດ ແລະ ເປັນຮູບປະທຳ, ສະພາບເງິນເຟີ້ ນັບມື້ນັບຫຼຸດລົງ, ອັດຕາແລກປ່ຽນ ຢູ່ໃນສະພາບດີຂຶ້ນ, ເງິນກີບແຂງຄ່າຂຶ້ນເທື່ອລະກ້າວ, ບັນຫາລາຄາສິນຄ້າ ໃນທ້ອງຕະຫຼາດ ກໍໄດ້ຮັບການແກ້ໄຂເປັນເທື່ອລະກ້າວ.

ຄຽງຄູ່ກັບຜົນສໍາເລັດດັ່ງກ່າວນັ້ນ, ຄະນະສະເພາະກິດ 83/ນຍ ຍັງຕີລາຄາຕໍ່ສິ່ງທ້າທາຍຫຼາຍປະການ, ເປັນຕົ້ນແມ່ນສະພາບການຂອງໂລກ ແລະ ພາກພື້ນ ມີການຜັນແປຢ່າງສະຫຼັບສັບຊ້ອນ ໂດຍສະເພາະແມ່ນການປ່ຽນ ປະທານາທິບໍດີຂອງສະຫະລັດອາເມຣິກາ ໄດ້ມີການປັບນະໂຍບາຍຫຼາຍຢ່າງ ຊຶ່ງຈະສົ່ງຜົນກະທົບໃສ່ເສດຖະກິດຂອງໂລກ ຢ່າງມະຫາສານ ແລະ ແນ່ນອນ ສປປ ລາວ ຂອງພວກເຮົາ ກໍຕ້ອງໄດ້ຮັບຜົນກະທົບ ຢ່າງຫຼີກລ່ຽງບໍ່ໄດ້; ບັນຫາສົງຄາມ ແລະ ສັນຕິພາບ, ການແຂ່ງຂັນ ແລະ ສົງຄາມການຄ້າ, ນະໂຍບາຍ ທາງພາສີ-ອາກອນ ແລະ ອື່ນໆ; ສະພາບດັ່ງກ່າວຈະເຮັດໃຫ້ຄ່າຂອງເງິນ, ລາຄາສິນຄ້າ ແລະ ຄ່າບໍລິການ ມີການປ່ຽນແປງໄປແບບຄາດຄະເນໄດ້ຍາກ, ການຊົມໃຊ້ ແລະ ຕ່ອງໂສ້ການຜະລິດ, ອຸປະສົງ ແລະ ອຸປະທານຕ່າງໆ ຈະມີການຜັນຜວນ, ຄາດຄະເນໄດ້ຍາກ, ສະນັ້ນ, ໃນຕໍ່ໜ້າ ຄະນະ ສະເພາະກິດ 83/ນຍ ຈະໄດ້ສືບຕໍ່ກຳນົດ ກ່ຽວກັບຫົວຂໍ້ ແລະ ຈຸດສຸມ ຂອງການຄົ້ນຄວ້າ ໃຫ້ມີຄວາມເໝາະສົມກັບ ສະພາບການປັດຈຸບັນ ແລະ ທ່າອ່ຽງໃນອະນາຄົດ, ແນໃສ່ເຮັດໃຫ້ຜົນການຄົ້ນຄວ້າ ກາຍເປັນປະໂຫຍດສູງສຸດ ໃຫ້ແກ່ ລັດຖະບານ ໃນການກຳນົດມາດຕະການແກ້ໄຂບັນຫາ ຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ, ຊັດເຈນ ແລະ ທັນເວລາ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ