ກອງປະຊຸມສໍາມະນາ ASEAN Prize Symposium 2024

ກອງປະຊຸມສໍາມະນາ ASEAN Prize Symposium 2024
ໃນວັນທີ 20 ພຶດສະພາຜ່ານມາທີ່ ໂຮງແຮມຄຣາວພລາຊານະຄອນຫຼວງວຽງຈັນ, ກົມອາຊຽນ ໄດ້ເຮັດວຽກຮ່ວມກັບ Temasek Foundation ແລະ ກອງເລຂາອາຊຽນ ໄດ້ຈັດກອງປະຊຸມສໍາມະນາ ASEAN Prize Symposium 2024ຊຶ່ງເປັນໜຶ່ງໃນວຽກງານຂອງການໂຄສະນາເຜີຍແຜ່, ຍົກສູງບົດບາດ ແລະ ຄວາມສຳຄັນຂອງ ASEAN Prize ກ່ອນການຄັດເລືອກຜູ້ໄດ້ຮັບລາງວັນໃນທີ 31 ພຶດສະພາ 2024 ນີ້. 
ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ມີຜູ້ຕາງໜ້າສະຖານເອກອັກຄະລັດຖະທູດຈາກປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ກອງເລຂາອາຊຽນ ແລະ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ນອກນີ້, ກອງປະຊຸມສຳມະນາ ຍັງໄດ້ຮວບຮວມເອົາບັນດາຜູ້ທີ່ໄດ້ຮັບລາງວັນອາຊຽນໃນປີຜ່ານມາຕັ້ງແຕ່ປີ 2021-2023 ເພື່ອແລກປ່ຽນປະສົບການ ແລະ ສ້າງແຮງບັນດານໃຈໃຫ້ແກ່ຜູ້ສະໝັກເຂົ້າຮ່ວມເເຂ່ງຂັນຮັບລາງວັນ ASEAN Prize ປະຈໍາປີ 2024.
(ຂ່າວ: ກົມການຂ່າວ, ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ໃນຕອນຄໍ່າຂອງວັນທີ 17ພະຈິກ 2025, ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ​ຣາ​ຊະ​ອາ​ນາ​ຈັກໂຮນລັງຂຶ້ນຢ່າງເປັນທາງການ,ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ,ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມ​ໂກ ​ຟົງ ໄວຄາ​ເດິນ (Remco VAN WIJNGAARDEN),ເອກອັກຄະລັດຖະທູດ ແຫ່ງ ຣາ​ຊະ​ອາ​ນາ​ຈັກໂຮນລັງປະຈຳສປປລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ,ຕາງໜ້າລັດຖະບານ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ໂຮນລັງ, ມີບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ທ່ຽວຫຼວງພະບາງ ເມືອງມໍລະດົກໂລກ

ທ່ຽວຫຼວງພະບາງ ເມືອງມໍລະດົກໂລກ

ວັນທີ 17 ພະຈິກຜ່ານມານີ້,ສະຫາຍລາວປາວຊົ່ງນະວົງໄຊຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ນໍາພາສະຫາຍ ຈ້ຽວ ຕ່າຍ ວິງ ຮອງຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫຼວງພະບາງ ເມືອງມໍລະດົກໂລກ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ

ໃນວັນທີ 15 ພະຈິກ 2025,ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ,ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈໍາຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດໃນສະໄໝໃໝ່ຂອງລັດທິລ່າເມືອງຂຶ້ນແບບໃໝ່“ເພື່ອເສລີພາບຂອງບັນດາຊາດ”ຄຽງຄູ່ກັບກອງປະຊຸມສຳມະນາສາກົນ ບຣິກ-ເອີຣົບ"BRICS-Europe"ຊຶ່ງຈັດຂຶ້ນ ທີ່ ເມືອງໂຊຈີ, ສ. ຣັດເຊຍ ໃນລະຫວ່າງວັນທີ14-15ພະຈິກ2025ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ,ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນຫຼາຍກວ່າ 50ປະເທດເຂົ້າຮ່ວມ.
ປະທານ ສປສສ ເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນຄັ້ງທີ 12 ທີ່ປະເທດສິງກະໂປ

ປະທານ ສປສສ ເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນຄັ້ງທີ 12 ທີ່ປະເທດສິງກະໂປ

ໃນລະຫວ່າງວັນທີ 14 ຫາ 16 ພະຈິກ 2025 ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດແຫ່ງ ສປປ ລາວ ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນປະທານສານປະຊາຊົນສູງສຸດ(ສປສສ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນ ຄັ້ງທີ 12 ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ທີີ່ປະເທດສິງກະໂປ. ເຂົ້າຮ່ວມກອງປະຊຸຸມໃນຄັ້ງນີ້ມີບັນດາທ່ານປະທານສານສູງສຸດ ແລະ ຄະນະຜູ້ແທນ ຈາກ ສປປ ລາວ, ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິປິນ, ສິງກະໂປ (ເຈົ້າພາບ), ໄທ, ສສ ຫວຽດນາມ ແລະ ຕີມໍເລດສ໌ເຕ (ໃນນາມປະທານສັງເກດການ) ພ້ອມດ້ວຍທ່ານຜູ້ຕາງໜ້າຈາກສໍານັກງານເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາສະພາປະທານສານສູງສຸດອາຊຽນ ເຂົ້າຮ່ວມ.
ກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ 46

ກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ 46

ໃນລະຫວ່າງວັນທີ 11-14 ພະຈິກ 2025, ຄະນະຜູ້ແທນສານປະຊາຊົນສູງສຸດແຫ່ງ ສປປ ລາວ (ສປສສ) ນໍາພາຄະນະໂດຍ ທ່ານ ຂຸນສຸວັນ ສຸທໍາມະວົງ, ຮອງປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນ ຄັ້ງທີ 46 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ປະເທດສິງກະໂປ.
ຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຢ້ຽມຢາມ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ

ຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຢ້ຽມຢາມ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ

ສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ໃນວັນທີ 18 ພະຈິກນີ້ ທີ່ຫ້ອງວ່າການປົກຄອງແຂວງໂດຍມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍພາກສ່ວນກ່ຽຂ້ອງເຂົ້າຮ່ວມ.
ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາພົບປະສອງຝ່າຍ

ໂດຍຕອບສະໜອງຕາມການເຊີນ ຂອງ ທ່ານປະທານ ສະ​ມາ​ຄົມ​ມິດ​ຕະ​ພາບລາວ-ມຽນ​ມາ, ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ມຽນ​ມາ - ລາວນຳໂດຍທ່ານພົນ​ຈັດ​ຕະ​ວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນ​ມາ - ລາວພ້ອມ​ດ້ວຍ​ຄະ​ນະ ໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບລາວ - ​ມຽນ​ມາຢູ່ສ​ປ​ປລາວແຕ່ວັນ​ທີ 16-20ພະ​ຈິກ 2025.
ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ຄໍາມ່ວນ-ຮ່າຕິ່ງ ຈັດກອງປະຊຸມຂັ້ນສູງ ປະຈໍາປີ 2025

ກອງປະຊຸມຂັ້ນສູງລະຫວ່າງ ແຂວງຄໍາມ່ວນ ສປປ ລາວ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ພະຈິກ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ, ຝ່າຍແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ ແລະ ຝ່າຍແຂວງຮ່າຕິ່ງນໍາ ໂດຍສະຫາຍ ຫງວຽນ ຢຸຍ ເລີມ ເລຂາຄະນະບໍລິຫານງານພັກແຂວງຮ່າຕິ່ງ , ມີບັນດາຕາງໜ້າຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມການຮ່ວມມື ສອງຝ່າຍ ຈຳປາສັກ-ເປຣະວິເຣຍ ຄັ້ງທີ 10

ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ລະຫວ່າງ ແຂວງເປຣະວິເຣຍ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ແຂວງຈຳປາສັກ ແຫ່ງສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ຄັ້ງທີ 10, ໄດ້ຈັດຂຶ້ນ ໃນວັນທີ 13 ພະຈິກນີ້ ທີ່ແຂວງເປຣະວິເຮຍ, ຝ່າຍແຂວງຈໍາປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ຝ່າຍແຂວງເປຣະວີເຣຍ ນໍາໂດຍ ທ່ານ ກິມ ເຣິດທີ ເຈົ້າແຂວງເປຣະວີເຣຍ, ມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ.
ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
ເພີ່ມເຕີມ