ກອງປະຊຸມສົນທະນາແລກປ່ຽນຄຳເຫັນ

ກອງປະຊຸມສົນທະນາແລກປ່ຽນຄຳເຫັນ “ການຊໍາລະຜ່ານ QR Code ຂອງ ສປປ ລາວ”

ກອງປະຊຸມສົນທະນາແລກປ່ຽນຄຳເຫັນ “ການຊໍາລະຜ່ານ QR Code ຂອງ ສປປ ລາວ”
ທະນາຄານ ແຫ່ງ ສປປ ລາວ(ທຫລ) ໄດ້ຈັດກອງປະຊຸມສົນທະນາແລກປ່ຽນຄຳເຫັນ “ການຊໍາລະຜ່ານ QR Code ຂອງ ສປປ ລາວ” ຂຶ້ນໃນທ້າຍອາທິດຜ່ານມາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຸລິສັກ ທໍານຸວົງຮອງຜູ້ວ່າການ ທຫລ

 ມີສະມາຄົມທະນາຄານລາວ, ບໍລິສັດ LAPNet, ບັນດາທະນາຄານທຸລະກິດທີ່ດຳເນີນທຸລະກິດຢູ່ ສປປ ລາວ, ຕາງໜ້າຈາກບັນດາຮ້ານຄ້າໃຫຍ່ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາກົມພາຍໃນ ທຫລ ເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ທ່ານ ສຸລິສັກ ທໍານຸວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມເຜີຍແຜ່ວຽກງານການຊໍາລະດ້ວຍ QR Code ຂອງ ສປປ ລາວ ແມ່ນເພື່ອໂຄສະນາ, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ສັງຄົມ, ຜູ້ໃຫ້ບໍລິການຊໍາລະເງິນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນວຽກງານການຊໍາລະດ້ວຍ QR Code ຂອງ ສປປ ລາວ ຢູ່ພາຍໃນ ແລະ ຂ້າມແດນ ໂດຍສະເພາະນະໂຍບາຍມະຫາພາກຂອງລັດຖະບານໃນການສົ່ງເສີມການພັດທະນາລະບົບການຊໍາລະ, ການສົ່ງເສີມການຊໍາລະແບບດີຈີຕອນເພື່ອຫຼຸດຜ່ອນການນໍາໃຊ້ເງິນສົດ ແລະ ການນໍາໃຊ້ເງິນສົດທີ່ເປັນເງິນຕາ ຫຼີກລ່ຽງການແລກປ່ຽນເງິນຕາແບບຊະຊາຍ, ການແກ້ໄຂບັນຫາການເຂົ້າເຖິງການບໍລິການທາງດ້ານການເງິນໃນເຂດຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ, ການຄຸ້ມຄອງ ແລະ ການເຊື່ອມໂຍງລະບົບການຊໍາລະຂອງບັນດາຜູ້ໃຫ້ບໍລິການຊໍາລະເງິນທັງພາຍໃນ ແລະ ຂ້າມແດນ, ສ້າງຄວາມເຂົ້າໃຈຕໍ່ການນໍາໃຊ້ຕໍ່ສັງຄົມ, ການປົກປ້ອງຜູ້ຊົມໃຊ້ ແລະ ການແກ້ໄຂບັນຫາຂໍ້ຜິດພາດໃນການດໍາເນີນທຸລະກໍາການຊໍາລະແບບດີຈີຕອນຂອງແຕ່ລະພາກສ່ວນ.
ຫຼັງຈາກນັ້ນ, ກອງປະຊຸມກໍໄດ້ຈັດເວທີ ສົນທະນາແລກປ່ຽນຄຳເຫັນ “ການຊໍາລະຜ່ານ QR Code ຂອງ ສປປ ລາວ” ໂດຍສະເພາະການຊໍາລະຜ່ານ QR Code ລະຫວ່າງ ທະນາຄານທຸລະກິດດ້ວຍກັນ ແລະ ການຊໍາລະຍ່ອຍຂ້າມແດນ ພ້ອມທັງການຄຸ້ມຄອງກຳນົດວົງເງິນການຊໍາລະ, ເງື່ອນໄຂການເຂົ້າຮ່ວມຂອງທະນາຄານທຸລະກິດ ແລະ ວິທີການແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງກັບການຊໍາລະລະຫວ່າງສະມາຊິກດ້ວຍກັນ, ຄ່າທໍານຽມ ແລະ ການນໍາໃຊ້ QR Code ຮ່ວມກັນຂອງບັນດາຜູ້ໃຫ້ບໍລິການຊໍາລະ ຕາມມາດຕະຖານລາວຄິວອາ ຂອງ ສປປ ລາວ ເພື່ອແລກປ່ຽນຄໍາເຫັນກັບວິທະຍາກອນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ມະໂນລິດ ຊຸມພົນພັກດີ ວ່າການຫົວໜ້າກົມຄຸ້ມຄອງລະບົບການຊໍາລະ ທຫລ, ທ່ານ ນາງ ຈັນເທວິວັນ ແກ້ວບຸນພັນ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທຫລ, ທ່ານ ສີສະໝອນ ສຣິດທິລາດ ຜູ້ອຳນວຍການບໍລິສັດ LAPNet, ທ່ານ ນະຣິນ ພົມມະຣາຊ ຕາງໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທ່ານ ໄຊທອງ ພົມພິທັກ ຕາງໜ້າສະມາຄົມທະນາຄານລາວ ຊຶ່ງດຳເນີນລາຍການ ໂດຍ ທ່ານ ຫຸມແພງ ວິໄລພອນ ຈາກໂທລະພາບແຫ່ງຊາດລາວ. ຜ່ານການສົນທະນາ ແລກປ່ຽນຄຳຄິດຄຳເຫັນ ແລະ ການຕອບຄຳຖາມ ຂອງຜູ້ເຂົ້າຮ່ວມ ເຫັນວ່າ ມີຄວາມສົນໃຈຫຼາຍຕໍ່ກັບ ການກໍານົດຄ່າທໍານຽມຂອງການນໍາໃຊ້ລະບົບການຊໍາລະ ຢູ່ພາຍໃນ ແລະ ຂ້າມແດນ, ເງື່ອນໄຂການເຂົ້າຮ່ວມເປັນສະມາຊິກຂອງບໍລິສັດ LAPNetຂອງບັນດາຜູ້ໃຫ້ບໍລິການຊໍາລະ ທີ່ບໍ່ແມ່ນທະນາຄານ, ການເຂົ້າຮ່ວມການຊໍາລະຂ້າມແດນຂອງບັນດາທະນາຄານທີ່ເປັນສະມາຊິກ, ການແກ້ໄຂບັນຫາຂໍ້ຜິດພາດຈາກການຊໍາລະ, ການນໍາໃຊ້ QR Code ຂອງບຸກຄົນ ແລະ ນິຕິບຸກຄົນ ຂອງຮ້ານຄ້າທີ່ຮັບຊໍາລະຄ່າສິນຄ້າ ແລະ ບໍລິການ, ທິດທາງການນໍາໃຊ້ QR Code ຮ່ວມກັນຂອງບັນດາຜູ້ໃຫ້ບໍລິການຊໍາລະ ຕາມມາດຕະຖານລາວຄິວອາ ຂອງ ສປປ ລາວ ແລະ ອື່ນໆ.
ໂອກາດນີ້, ທ່ານ ສຸລິສັກ ທຳນຸວົງ ໄດ້ມີຄຳເຫັນວ່າ: ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ພ້ອມທັງພາກລັດ ແລະ ເອກະຊົນ ຈົ່ງພ້ອມກັນ ສືບຕໍ່ຄົ້ນຄວ້າການປະກອບສ່ວນໃນການພັດທະນາ ແລະ ຊົມໃຊ້ລະບົບການຊໍາລະ ຂອງ ສປປ ລາວ ເພື່ອຊຸກຍູ້ສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ, ຫຼຸດຜ່ອນການນໍາໃຊ້ເງິນສົດທັງສະກຸນເງິນກີບ ແລະ ສະກຸນເງິນຕາຕ່າງປະເທດ ໂດຍສະເພາະການເປີດໂອກາດໃຫ້ບັນດາຜູ້ໃຫ້ບໍລິການຊໍາລະ ທີ່ບໍ່ແມ່ນທະນາຄານໄດ້ເຂົ້າຮ່ວມການໃຫ້ບໍລິການຊໍາລະຂ້າມທະນາຄານ ຜ່ານບໍລິສັດ LAPNet, ການຫຼຸດຜ່ອນການຄ່າທໍານຽມຂອງການໃຫ້ບໍລິການຊໍາລະ, ການເຊື່ອມໂຍງລະບົບການຊໍາລະຂ້າມແດນກັບບັນດາປະເທດຕ່າງໆໃຫ້ມີຄວາມຫຼາກຫຼາຍ ດ້ວຍການນໍາໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊໍາລະ, ການນໍາໃຊ້ QR Code ຕາມມາດຕະຖານ LAO QR, ການນໍາໃຊ້ QR Code ຂອງບຸກຄົນ ແລະ ນິຕິບຸກຄົນ ໃຫ້ສອດຄ່ອງກັບຈຸດປະສົງຂອງການຊໍາລະທີ່ຖືກຕ້ອງ, ການໃຫ້ຄວາມຮູ້ແກ່ຜູ້ຊົມໃຊ້ ແລະ ຮ້ານຄ້າຕ່າງໆ ເພື່ອເຮັດໃຫ້ລະບົບການຊໍາລະຂອງ ສປປ ລາວ ມີຄວາມສະດວກ, ວ່ອງໄວ, ປອດໄພ, ຕົ້ນທຶນຕໍ່າ ແລະ ສາມາດເຊື່ອມໃຊ້ຮ່ວມກັນໄດ້ ທັງພາຍໃນ ແລະ ຂ້າມແດນ.
(ຂ່າວ:ທຫລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ