ກອງປະຊຸມສຸດຍອດລັດຖະບານໂລກປີ 2024 ຈັດຂຶ້ນຢູ່ດູໄບ

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ກຸມພາ ຜ່ານມາ, ກອງປະຊຸມສຸດຍອດລັດຖະບານໂລກປີ 2024 ໄດ້ຈັດຂຶ້ນຢູ່ນະຄອນດູໄບ ປະເທດສະຫະນະຄອນເອເມຣັດອາຣັບ. ກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນເປັນເວລາ 3 ວັນ, ໂດຍຈະສິ້ນສຸດລົງໃນວັນທີ 14 ກຸມພານີ້.
ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ “ບຳລຸງສ້າງລັດຖະບານໃນອະນາຄົດ”, ໂດຍມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືສາກົນ, ທັງໃຫ້ຂໍ້ສະໜີແກ່ລັດຖະບານປະເທດຕ່າງໆໃນການຮັບມືກັບສິ່ງທ້າທາຍຂອງໂລກທີ່ມີລັກສະນະຮີບດ່ວນ, ພ້ອມທັງເອົາໃຈໃສ່ເນື້ອໃນ 6 ດ້ານເປັນພິເສດ, ຄື: ການຫັນເປັນແບບດີຈີຕອນຂອງລັດຖະບານ; ປັນຍາປະດິດ ແລະ ວິທະຍາສາດເຕັກນິກທີ່ກ້າວໜ້າ; ປັບປຸງຮູບການພັດທະນາຄືນໃໝ່ ແລະ ເສດຖະກິດໃນອະນາຄົດ; ສັງຄົມ ແລະ ການສຶກສາໃນອະນາຄົດ; ຄວາມຍືນຍົງ ແລະ ການປ່ຽນແປງໃໝ່ຂອງໂລກ; ການຫັນເປັນຕົວເມືອງ  ແລະ ສາທາລະນະສຸກທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງ ທ່ຽວຂອງຍີ່ປຸ່ນໄດ້ປະກາດວ່າ: ກໍາລັງກະກຽມອອກກົດລະບຽບໃໝ່ເພື່ອຈໍາກັດຜູ້ໂດຍສານຖືພາວເວີແບງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະສອງອັນ ແລະ ຮຽກຮ້ອງໃຫ້ຫຼີກລ່ຽງການໃຊ້ໃນລະຫວ່າງການບິນ ເພື່ອປ້ອງກັນຄວາມສ່ຽງຈາກໄຟ ໄໝ້ ຫຼັງຈາກເກີດເຫດການໄຟໄໝ້ຫຼາຍຄັ້ງທີ່ຜ່ານມາ.
OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ມີນາ ຜ່ານມາວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມປະລິມານນ້ຳມັນ ໃນກອງປະຊຸມວັນທີ 1 ມີນາ ຜ່ານມາ. ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິສຣາແອນ ແລະ ອີຣ່ານ.
ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.
ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 2 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ບາກີຊັນ ຊາກິນຕາເຢບ ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີຣົບ (EAEU).
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ຜ່ານມາວ່າ: ການສົ່ງອອກຂອງ ສ ເກົາຫຼີ ໃນເດືອນກຸມພາຜ່ານມາໄດ້ບັນລຸລະດັບສູງສຸດເປັນປະຫວັດການ, ໂດຍມີປັດໄຈສ່ວນໃຫຍ່ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ຊຶ່ງຖືເປັນສິນຄ້າສົ່ງອອກທີ່ສຳຄັນທີ່ເປັນຕົວຂັບເຄື່ອນເສດຖະກິດຂອງປະເທດ.
ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ໂຄສົກຂອງອົງການສະຫະປະຊາຊາດ (UN) ໄດ້ອ້າງອີງຂໍ້ມູນຈາກອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ວ່າ, ມີຜູ້ຄົນຢ່າງໜ້ອຍມີ 7,667 ຄົນຜູ້ເສຍຊີວິດ ຫຼື ຫາຍສາບສູນຕາມເສັ້ນທາງການເຄື່ອນຍ້າຍຖິ່ນຖານທົ່ວໂລກໃນປີ 2025.
ສາກົນເຕືອນ ຄວາມເຄັ່ງຕຶງພາກພື້ນຕາເວັນອອກກາງເພີ່ມຂຶ້ນ

ສາກົນເຕືອນ ຄວາມເຄັ່ງຕຶງພາກພື້ນຕາເວັນອອກກາງເພີ່ມຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 1 ມີນາ ຜ່ານມາວ່າ: ປະຕິກິລິຍາຕໍ່ບັນດາເຫດການບຸກໂຈມຕີທາງອາກາດໂດຍ ອິສຣາແອນ ແລະ ສະຫະລັດ ອາເມລິກາ ສົມທົບກັນແນໃສ່ ອີຣານ ພ້ອມກັບບັນດາການກະທຳໂຕ້ຕອບຂອງ ເຕເຮຣານ ໃນວັນທີ 28 ກຸມພາ ຜ່ານມາ. ໃນວັນດຽວກັນ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໄດ້ພ້ອມກັນຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈ ແລະ ເດີນຕາມມາດຕະການທາງການທູດ; ພ້ອມກັນນັ້ນ ກໍກ່າວເຕືອນໄພຄວາມສ່ຽງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນຕາເວັນອອກກາງ ເພີ່ມຂຶ້ນຢ່າງຮ້າຍແຮງ.
ບັນດາເມືອງທ່ອງທ່ຽວຂອງຍີ່ປຸ່ນປະກາດຂຶ້ນຄ່າທຳນຽມ

ບັນດາເມືອງທ່ອງທ່ຽວຂອງຍີ່ປຸ່ນປະກາດຂຶ້ນຄ່າທຳນຽມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ຜ່ານມາວ່າ: ອຳນາດການປົກຄອງທ້ອງຖິ່ນຫຼາຍແຫ່ງໃນພາກຕາເວັນຕົກຂອງປະເທດຍີ່ປຸ່ນໄດ້ເລີ່ມຈັດຕັ້ງປະຕິບັດການເພີ່ມຄ່າທຳນຽມທີ່ກ່ຽວຂ້ອງກັບການທ່ອງທ່ຽວ ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ ເພື່ອແກ້ໄຂບັນຫາການທ່ອງທ່ຽວຫຼາຍເກີນໄປ.
ເດືອນມັງກອນປີນີ້ ຈີນສາມາດດຶງດູດທຶນຕ່າງປະເທດ 92.01 ຕື້ຢວນ

ເດືອນມັງກອນປີນີ້ ຈີນສາມາດດຶງດູດທຶນຕ່າງປະເທດ 92.01 ຕື້ຢວນ

ຂ່າວສານຊີອາໄອລາຍງານໃນວັນທີ 1 ມີນາ ຜ່ານມາວ່າ: ອີງຕາມຂໍ້ມູນທີ່ກະຊວງການຄ້າຈີນແຈ້ງໃຫ້ຮູ້ໃນວັນທີ 28 ກຸມພາ ຜ່ານມາສະແດງໃຫ້ເຫັນວ່າ: ເດືອນມັງກອນປີ 2026, ທົ່ວປະເທດຈີນໄດ້ສ້າງຕັ້ງວິສາຫະກິດລົງທຶນຈາກນັກທຸລະກິດຕ່າງປະເທດໃໝ່ເຖິງ 5,306 ແຫ່ງ, ເພີ່ມຂຶ້ນ 25.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ທຶນຕ່າງປະເທດທີ່ນໍາໃຊ້ຕົວຈິງມີເຖິງ 92.01 ຕື້ຢວນ.
ກົດໝາຍ 6 ສະບັບ ຂອງຫວຽດນາມ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ

ກົດໝາຍ 6 ສະບັບ ຂອງຫວຽດນາມ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ, ກົດໝາຍໃໝ່ 6 ສະບັບເລີ່ມມີຜົນບັງຄັບໃຊ້, ລວມມີ ກົດໝາຍວ່າດ້ວຍປັນຍາປະດິດ 2025; ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ 2025; ກົດໝາຍວ່າດ້ວຍການຟື້ນຟູ, ລົ້ມລະລາຍ 2025; ກົດໝາຍວ່າດ້ວຍການລົງທຶນ 2025; ກົດໝາຍວ່າດ້ວຍການວາງແຜນຜັງ 2025 ແລະ ກົດໝາຍວ່າດ້ວຍການປົກປ້ອງຄວາມລັບແຫ່ງລັດ 2025.
ເພີ່ມເຕີມ