ກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ສຳລັບ 4 ແຂວງພາກໃຕ້

ກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ສຳລັບ 4 ແຂວງພາກໃຕ້

ກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ສຳລັບ 4 ແຂວງພາກໃຕ້
ໃນວັນທີ 18-19 ພຶດສະພານີ້ ທີ່ ນະຄອນປາກເຊ ແຂວງຈໍາປາສັກ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງ ຕ່າງປະເທດ ສໍາລັບ 4 ແຂວງພາກໃຕ້ ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພິມພອນ ພັນດານຸວົງ ຮອງປະທານຄະນະກຳມະການປົກຄອງແຂວງຈໍາປາສັກ, ມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ 4 ແຂວງພາກໃຕ້ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊມທາບທາມຄາເຫນຕ ຮາງດາລດວາດວຍການເຄອນໄຫວວຽກງານສມວນຊນ ສຳລບ 4 ແຂວງພາກໃຕ - image 1
 

 

ໃນກອງປະຊຸມ, ທ່ານ ພົງສະຫວັນ ສີສຸລາດ ໄດ້ໃຫ້ກຽດກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດປະສົງ, ເປົ້າໝາຍ ແລະ ຄວາມໝາຍຄວາມສໍາຄັນຂອງກອງປະຊຸມຄັ້ງນີ້ ຊຶ່ງເປັນກອງປະຊຸມຄັ້ງສຸດທ້າຍ ໃນການທາບທາມຄໍາເຫັນຂອງຂະແໜງການກ່ຽວຂ້ອງຢູ່ຂັ້ນທ້ອງຖິ່ນ ພາຍຫຼັງທີ່ໄດ້ສໍາເລັດການທາບທາມ ສໍາລັບ ບັນດາແຂວງພາກເໜືອ ແລະ ພາກກາງແລ້ວ ໃນເດືອນເມສາທີ່ຜ່ານມາ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທາບທາມຄໍາເຫັນຂອງຂະແໜງການທີ່ກ່ຽວຂ້ອງ ສໍາລັບ 4 ແຂວງພາກໃຕ້ ຕໍ່ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງ ຕ່າງປະເທດ (ສະບັບປັບປຸງ) ເພື່ອປ່ຽນແທນດໍາລັດວ່າດ້ວຍການເຄື່ອນໄຫວດ້ານການຂ່າວຂອງອົງການສື່ມວນຊົນຕ່າງປະເທດ, ສໍານັກງານການທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ທີ່ໄດ້ຮັບການຈັດຕັ້ງປະຕິບັດມາເປັນເວລາ 10 ກວ່າປີ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດດໍາລັດສະບັບດັ່ງກ່າວໃນໄລຍະຜ່ານມາ ເຫັນວ່າຍັງບໍ່ທັນລວມສູນ ແລະ ເປັນເອກະພາບເທົ່າທີ່ຄວນ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ມີການທັບຊ້ອນກັບນິຕິກໍາຂອງຂະແໜງການອື່ນ ຊຶ່ງອາດບໍ່ສອດຄ່ອງກັບກົດໝາຍພາຍໃນ ແລະ ກົດໝາຍສາກົນຈໍານວນໜຶ່ງ ແລະ ຍັງບໍ່ກວມເອົາທຸກພາກສ່ວນທີ່ກ່ຽວຂ້ອງ. ສະນັ້ນ, ກະຊວງການຕ່າງປະເທດ ຈຶ່ງໄດ້ຕົກລົງປັບປຸງດໍາລັດດັ່ງກ່າວ ເພື່ອໃຫ້ມີເນື້ອໃນ ຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຮັບປະກັນຄວາມສອດຄ່ອງກັບກົດໝາຍ ຂອງ ສປປ ລາວ ແລະ ກົດໝາຍສາກົນ, ລວມສູນ ແລະ ມີຄວາມເປັນເອກະພາບ ໃນການຄຸ້ມຄອງວຽກງານດັ່ງກ່າວ ໃນຂອບເຂດທົ່ວປະເທດ ແນໃສ່ສົ່ງເສີມການ ແລກປ່ຽນ ແລະ ເຜີຍແຜ່ ຂໍ້ມູນ ຂ່າວສານ ລະຫວ່າງ ສປປ ລາວ ແລະ ຕ່າງປະເທດ ໃຫ້ນັບມື້ນັບກວ້າງຂວາງ.

ກອງປະຊມທາບທາມຄາເຫນຕ ຮາງດາລດວາດວຍການເຄອນໄຫວວຽກງານສມວນຊນ ສຳລບ 4 ແຂວງພາກໃຕ - image 2
 

ໃນກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບໄດ້ນໍາສະເໜີ ຮ່າງດໍາລັດສະບັບປັບປຸງດັ່ງກ່າວ ແລະ ບັນດາຜູ້ເຂົ້າຮ່ວມ ກໍໄດ້ເອົາໃຈໃສ່ ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ໂດຍເນັ້ນໃສ່ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງພາກສ່ວນຕົນ ເພື່ອເຮັດໃຫ້ດໍາລັດສະບັບປັບປຸງດັ່ງກ່າວ ມີຄວາມຖືກຕ້ອງ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນທີ່ສຸດ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ 30,767 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງ ຈຸດເຊັກພອຍ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງຝາກທີ່ລະນຶກ ແລະ ຈຸດຊົມວິວ ກຳແພງຍັກ ຢູ່ເຂດບ້ານ ໃໝ່ໂພສີ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດ ວີເອັມແອວ (VML) ຈຳກັດຜູ້ດຽວ.
ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນານີ້,
ເປີດນໍາໃຊ້ລະບົບພາສີທັນສະໄໝ

ເປີດນໍາໃຊ້ລະບົບພາສີທັນສະໄໝ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ພິທີປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ ແຂວງ​ສາ​ລະ​ວັນ ໄດ້ຈັດຂື້ນໃນວັນທີ 3 ມິຖຸນາ 2026, ທີ່ຕາແສງພູຖ້ຳພວງ, ໂດຍມີ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊົນແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (2 ພຶດສະພາ 1971-2 ພຶດສະພາ 2026) ແລະ ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ