ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2023

ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2023
ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2023ຂຶ້ນຢ່າງເປັນທາງການ ໃນວັນທີ 25 ມັງກອນ ນີ້ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC)ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ, ມີບັນດາຮອງຫົວໜ້າ ອອປວ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຄະນະນຳຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ບັນດາກົມ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນເຂດ ໃນຂອບເຂດທົ່ວປະເທດ  ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ອອປສ ໄດ້ລາຍງານສະຫຼຸບການເຄື່ອນໄຫວວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງວຽກງານຈຸດສຸມ ປີ 2024ໂດຍຍົກໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ທີ່ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ປັບປຸງລະບົບກົງຈັກການຈັດຕັ້ງ   ຂອງອົງການໄອຍະການປະຊາຊົນທຸກຂັ້ນໃຫ້ສອດຄ່ອງກັບຕໍາແໜ່ງງານຕົວຈິງ, ໄດ້ສ້າງຕັ້ງຫ້ອງການອົງການໄອຍະການປະຊາຊົນເຂດປະຈຳເມືອງຕື່ມ 8 ເມືອງ, ປັດຈຸບັນມີ ຫ້ອງການອົງການໄອຍະການປະຊາຊົນເຂດ ປະຈໍາເມືອງທັງໝົດ 16 ເມືອງແລະ ໄດ້ສ້າງຕັ້ງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນຢູ່ ອອປສ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງຂະບວນການຍຸຕິທໍາຫຼາຍຂຶ້ນ, ໄດ້ຈັດຝຶກອົບຮົມທິດສະດີການເມືອງ-ການປົກຄອງຂັ້ນຕົ້ນ3ເດືອນໃຫ້ແກ່ພະນັກງານຫຼັກແຫຼ່ງອົງການໄອຍະການປະຊາຊົນ 1 ຊຸດ. ໃນໜຶ່ງປີຜ່ານມາໄດ້ຕິດຕາມກວດກາການອອກຄໍາສັ່ງຕ່າງໆ ຂອງອົງການສືບສວນ-ສອບສວນ ເຊັ່ນ:ຄໍາສັ່ງເປີດການສືບສວນ-ສອບສວນ  870 ສະບັບ; ຄໍາສັ່ງກວດຄົ້ນເຄຫາສະຖານ 803 ສະບັບ; ຄໍາສັ່ງຢຶດ ແລະ ອາຍັດຊັບ 16 ສະບັບ;ຄໍາສັ່ງຈັບຕົວ 3.178 ສະບັບ; ຄໍາສັ່ງກັກຂັງພາງ  11.536 ສະບັບ; ຄໍາສັ່ງຕໍ່ກໍານົດເວລາການກັກຂັງພາງ 7.847 ສະບັບ; ຄໍາສັ່ງປ່ອຍຕົວພາງ 902 ສະບັບ;ຄໍາສັ່ງປ່ອຍຕົວກ່ອນກໍານົດ  ໂດຍມີເງື່ອນໄຂ ຕາມຄໍາຕັດສິນຂອງສານ  478 ສະບັບ ແລະ ຄໍາແນະນໍາ ກ່ຽວກັບການດໍາເນີນຄະດີອາຍາ ຈໍານວນ 2.243 ສະບັບ. ການແກ້ໄຂຄະດີອາຍາຂັ້ນຕົ້ນ ໄດ້ຮັບສໍານວນຄະດີເຂົ້າໃໝ່ ຈໍານວນ 12.932 ເລື່ອງ ແລະ ມີສໍານວນຄະດີຄ້າງມາແຕ່ປີ 2022 ຈຳນວນ 450 ເລື່ອງ ລວມທັງໝົດ 13.382 ເລື່ອງ,ໄດ້ແກ້ໄຂແລ້ວ 12.296ເລື່ອງ ເທົ່າກັບ 91,88%ແລະ ກໍາລັງຄົ້ນຄວ້າ 1.086 ເລື່ອງ. ຂັ້ນອຸທອນ ໄດ້ຮັບສໍານວນຄະດີ ຈໍານວນ569 ເລື່ອງ, ໄດ້ແກ້ໄຂ ແລະ ສົ່ງໃຫ້ສານແລ້ວ 526 ເລື່ອງ ເທົ່າກັບ 92,44%,ກໍາລັງຄົ້ນຄວ້າ43 ເລື່ອງ, ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 325 ເລື່ອງ, ສານພິພາກສາເອົາຕາມຄໍາຖະແຫຼງ ຈໍານວນ 295 ເລື່ອງ ເທົ່າກັບ 90,76%, ສານພິພາກສາເອົາຕາມຄໍາຖະແຫຼງບາງສ່ວນ 10 ເລື່ອງເທົ່າກັບ 3,38%, ສານພິພາກສາບໍ່ເອົາຕາມຄໍາຖະແຫຼງ 20 ເລື່ອງເທົ່າກັບ 6,77%. ຂັ້ນລົບລ້າງ ໄດ້ຮັບສໍານວນຄະດີ ຈໍານວນ 173 ເລື່ອງ, ແກ້ໄຂ ແລະ ສົ່ງໃຫ້ສານແລ້ວ ຈໍານວນ 165ເລື່ອງ ເທົ່າກັບ 95,38%,ໃນຈໍານວນທີ່ແກ້ໄຂນັ້ນໄດ້ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 89 ເລື່ອງ, ສານພິພາກສາເອົາຕາມຄໍາຖະແຫຼງຈໍານວນ87 ເລື່ອງ ເທົ່າກັບ 97,75%, ສານພິພາກສາບໍ່ເອົາຕາມຄໍາຖະແຫຼງ 1 ເລື່ອງ ແລະ ເອົາຕາມຄໍາຖະແຫຼງບາງສ່ວນ 1 ເລື່ອງ.
ໃນໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບກຽດຟັງການໂອ້ລົມຂອງ ທ່ານ ໄຊຊະນະ ໂຄດພູທອນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງອົງການໄອຍະການປະຊາຊົນທົ່ວປະເທດ ໃນປີ 2023ແລະ ເຫັນວ່າ ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ທີ່ໄດ້ເປີດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ໄດ້ສະເຫຼີມສະຫຼອງວັນສຳຄັນຂອງພັກ, ຂອງຊາດ ຄື ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ, ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີ. ພ້ອມດຽວກັນນັ້ນ ທ່ານຍັງຮຽກຮ້ອງໃຫ້ຄະນະນຳອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານແຕ່ລະຂັ້ນ ຈົ່ງພ້ອມກັນເອົາໃຈໃສ່ການກໍ່ສ້າງພັກ-ພະນັກງານ, ການປັບປຸງກົງຈັກການຈັດຕັ້ງ ເປັນຕົ້ນອົງການໄອຍະການປະຊາຊົນເຂດປະຈຳເມືອງ, ຍົກລະດັບບຸກຄະລາກອນ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດດ້ານວິຊາສະເພາະ, ການປະຕິບັດສິດ ແລະ ພາລະບົດບາດ ໃນການຕິດຕາມກວດກາການປະຕິບັດກົດໝາຍ ເປັນຕົ້ນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ພາສີ, ປ່າໄມ້, ອົງການກວດກາລັດ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມທີ່ກົດໝາຍກໍານົດໄວ້ ຢ່າງມີຜົນສັກສິດ, ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ແລະ ມີຜົນສຳເລັດຕາມສິດ ແລະ ໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້.
ຂ່າວ-ພາບ: ອານຸສັກ ກວາງວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ