ກອງປະຊຸມວຽກງານແຜນການແລະການລົງທຶນ

ກອງປະຊຸມວຽກງານແຜນການແລະການລົງທຶນທົ່ວປະເທດປະຈໍາປີ 2024 ແລະ ແຜນປີ2025

ກອງປະຊຸມວຽກງານແຜນການແລະການລົງທຶນທົ່ວປະເທດປະຈໍາປີ 2024 ແລະ ແຜນປີ2025
ກະຊວງແຜນການແລະ ການລົງທຶນ(ຜທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025ໃນວັນທີ 26 ທັນວານີ້ທີ່ຫໍປະຊຸມແຫ່ງຊາດ

 ໂດຍການເປັນປະທານ ຂອງທ່ານເພັດ ພົມພິພັກລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ເຂົ້າຮ່ວມມີບັນດາທ່ານຄະນະນໍາກະຊວງຜທ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ,ກົມ ແລະ ພະແນກແຜນການ ແລະການລົງທຶນທົ່ວປະເທດ.
ໃນວາລະ, ທ່ານ ນາງພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທຶນ ປະຈໍາປີ 2024 ແລະກໍານົດທິດທາງແຜນການ ປີ 2025 ໂດຍຍົກໃຫ້ເຫັນຈຸດດີ, ຜົນງານ ກໍຄືຈຸດອ່ອນຂໍ້ຄົງຄ້າງ, ສາເຫດຕ່າງໆ ແລະບົດຮຽນຖອດຖອນໄດ້,ໂດຍສະເພາະບັນຫາທີ່ພົ້ນເດັ່ນຕິດພັນກັບການຈັດຕັ້ງປະຕິບັດກຸ່ມວຽກຄື: (1) ກຸ່ມແຜນການຄຸ້ມຄອງໂຄງການລົງທຶນຂອງລັດ, ການປະເມີນຜົນໂຄງການລົງທຶນຂອງລັດ ວຽກງານຄຸ້ມຄອງທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ຊກພ) ປີ 2024 ແລະທິດທາງແຜນການ ປີ 2025; (2) ກຸ່ມວຽກສົ່ງເສີມການລົງທຶນ ແລະເຂດເສດຖະກິດພິເສດ ໂດຍຈະເນັ້ນໜັກໃຫ້ເຫັນເຖິງເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍສະເພາະການປັບປຸງກົນໄກໃນການພິຈາລະນາອະນຸມັດໂຄງການລົງທຶນ ໃນບັນຊີກິດຈະການສຳປະທານ ແລະກິດຈະການຄວບຄຸມໃຫ້ມີຄວາມວ່ອງໄວ ແລະ ຮັດກຸມຂຶ້ນ. ພ້ອມນັ້ນກໍຈະໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນ ແລະ ການຄຸ້ມຄອງ ໃນການພັດທະນາເຂດເສດຖະກິດພິເສດ ຢູ່ ສປປລາວ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025; (3) ຈະໄດ້ຮັບຟັງການນຳສະເໜີ ວຽກງານຍົກສູງບົດບາດ ການປະສານງານໃນລະບົບສະຖິຕິແຫ່ງຊາດ ຕໍ່ການຜະລິດຂໍ້ມູນສະຖິຕິ ແລະ ຕົວຊີ້ບອກ ເພື່ອວາງນະໂຍບາຍ, ຕິດຕາມ ແລະ ປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈໍາປີ; (4)ຈະໄດ້ຮັບຟັງການລາຍງານສະພາບວຽກງານພົ້ນເດັ່ນຂອງການຮ່ວມມືລາວ-ຫວຽດນາມ ແລະ ລາວ-ຈີນ ປະຈຳປີ 2024 ແລະ ທິດທາງປີ 2025; ແລະ (5)ຈະໄດ້ຮັບຟັງການລາຍງານການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ-ກໍ່ສ້າງພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ຂະແໜງແຜນການ ແລະ ການລົງທຶນ.
ນອກຈາກນີ້,ຍັງຈະໄດ້ຮັບຟັງການເຜີຍແຜ່ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ແຜນການລົງທຶນຂອງລັດ ປະຈຳປີ 2025, ການຈັດຕັ້ງປະຕິບັດວຽກງານຈຸດສຸມ ຂອງສູນສະຖິຕິແຫ່ງຊາດ ປີ 2025, ຮັບຟັງການເຜີຍແຜ່ ດຳລັດຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະແຜນການແກ້ໄຂຜົນການກວດສອບ,(ຮ່າງ) ບົດແນະນຳຂອງທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນການລົງທຶນຂອງລັດ ປະຈຳປີ 2025 ລວມທັງບັນດາຫົວຂໍ້ຈຳນວນໜຶ່ງ ທີ່ພົວພັນເຖິງທາງດ້ານວິຊາສະເພາະ ຂອງບັນດາກົມກອງພາຍໃນ ກຜທ ແລະ ບົດຄໍາເຫັນຂອງບັນດາຂະແໜງການ ແລະ ທ້ອງຖິ່ນຈໍານວນໜຶ່ງ ທີ່ຕິດພັນກັບວຽກງານແຜນການ ແລະ ການລົງທຶນ.
(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ແຂວງ​ຊຽງ​ຂວາງໄດ້​ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ 5ປີ(2021-2025) ແລະ ທິດທາງແຜນການ5ປີ(2026-2030), ໃນວັນທີ18ພະຈິກນີ້,ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະ​ລິດເຂົ້ານາປີ 2026, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນ​ຊ) ໄດ້​ນຳ​ເອົາ​ເຂົ້າສານຈຳນວນ 160 ໂຕນ (ມູນຄ່າ 2,640,000,000 ກີບ) ແລະ ເງິນສົດ 100 ລ້ານກີບໄປ​ມອບ​ໃຫ້​ແຂວງຫຼວງ​ນ້ຳ​ທາ ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຄວາມ​ເດືອດ​ຮ້ອນ​ຂອງ​ປະ​ຊາ​ຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຟ​ພ​ພິ​ບັດ​ນ້ຳ​ຖ້ວມ.
ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ ແລະ ພິທີເຊັນບົດບັນທຶກການປະສານງານ ຮ່ວມກັບ ກົມປ້ອງກັນພາຍໃນ (ກົມ 200) ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ເພື່ອຍົກລະດັບການຮ່ວມມືດ້ານວິຊາສະເພາະ ແລະ ປົກປັກຮັກສາຄວາມລັບຂອງຊາດໃນສະພາບການໃໝ່ ໃນວັນທີ 19 ພະຈິກນີ້ ທີ່ສະໂມສອນ ຂອງ ຄອສພ; ໂດຍການເປັນປະທານກ່າວເປີດ ແລະ ສະຫຼຸບ ຂອງສະຫາຍ ສາຄອນ ພົມມະລາດ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄອສພ ແລະ ຮອງປະທານຄະນະ ປກຊ-ປກສ ພາຍໃນ ຄອສພ ພ້ອມດ້ວຍຄະນະພັກ, ຄະນະປ້ອງກັນພາຍໃນ ຄອສພ ແລະ ຄະນະ-ນັກວິທະຍາກອນ ຈາກ ກົມ 200 ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ທ່ານ ຊົ້ງຈຸ່ຍ ຮອງປະທານບໍລິສັດເຄື່ອງເທດ ຟູດາຢູ່ລິນຮຸ່ນສ່ວນຈໍາກັດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ ສື່ມວນຊົນລາວ ແລະ ສື່ມວນຊົນສະມາຊິກອາຊຽນທ່ຽວຊົມທ່່າເຮືອດັ່ງກ່າວ ວ່າ: ທ່າເຮືອໂລຈິສຕິກເຄື່ອງເທດສາກົນຟູດາຢູ່ລິນ ທີ່ລົງທຶນກໍ່ສ້າງໂດຍກຸ່ມຟູດາ, ເປັນໂຄງການສຳຄັນລະດັບເຂດປົກ ຄອງຕົນເອງກວາງຊີຈວ້າງ, ເປັນເວທີສຳຄັນຂອງຕະຫຼາດສະຖານທີ່ເຄື່ອງເທດຢູ່ລິນທີ່ສ້າງຮ່ວມລະຫວ່າງຂັ້ນແຂວງ ກັບ ກະຊວງ ແລະ ເປັນໂຄງການສຳຄັນຂອງຢູ່ລິນໃນການສ້າງລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ ແລະ ໂຄງການມີແຜນການໃຊ້ທີ່ດິນທັງໝົດປະມານ 900 ເມົ່າ (ປະມານ 60 ເຮັກຕາ), ພື້ນທີ່ກໍ່ສ້າງທັງໝົດປະມານ 700,000 ຕາແມັດ ແລະ ເງິນລົງທຶນທັງໝົດປະມານ 3 ຕື້ຢວນ.
ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບອົງການແຮງງານສາກົນ ປະຈຳ ສປປ ລາວ (ILO) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການລຶບລ້າງການຈໍາແນກ ແລະ ການລ່ວງລະເມີດ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ ແລະ ສະຫະພັນແມ່ຍິງ ແລະ ກໍາມະບານຮາກຖານຢູ່ຫົວໝ່ວຍແຮງງານ ຂຶ້ນໃນລະຫວ່າງວັນທີ 19-20 ພະຈິກນີ້ ທີ່ສະຖາບັນພັດທະນາກໍາມະບານລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອະທິລັດ ອຸດົມເດດ ຮອງກົມປົກປ້ອງແຮງງານ ສກລ ແລະ ທ່ານ ບຸນທະວີ ບຸນມີ ຜູ້ປະສານງານໂຄງການລຶບລ້າງການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດລະບຽບການອົງການແຮງງານສາກົນໄອໂລ, ມີສໍາມະນາກອນ, ວິທະຍາກອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 40 ທ່ານ ຍິງ 26 ທ່ານ.
ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ຈັດພິທີເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ຄື: ເມືອງນາຊາຍທອງ ແລະ ເມືອງໄຊທານີ ນວ ແຕ່ທາງຫຼວງແຫ່ງຊາດ 13 ເໜືອ ບ້ານດົງຫຼວງ ຫາ ບ້ານດົງຊຽງດີ ເມືອງນາຊາຍທອງ, ບ້ານໜອງພະຍາ (ເສັ້ນທາງຕານມີໄຊ ຫາ ສີເກີດ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ລວງຍາວ 9.48 ກິໂລແມັດ, ທາງໜ້າກວ້າງ 12 ແມັດ ມູນຄ່າ 280,852,547,980 ກີບ ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ບ້ານດົງຫຼວງ ຫາ ບ້ານນາຊາຍເໜືອ ແລະ ບ້ານດົງຊຽງດີ ເມືອງນາຊາຍທອງ ນວ ລວງຍາວ 4.84 ກິໂລແມັດ, ໜ້າທາງ ກວ້າງ 7-12 ແມັດ ມູນຄ່າ 119,913,428,880 ກີບ ລວມມູນຄ່າ 400,765,976,860 ກີບ ຂຶ້ນຢ່າງເປັນທາງການ ໃນວັນທີ 18 ພະຈິກນີ້, ທີ່ຫ້ອງການບ້ານໂພນແກ້ວ ເມືອງນາຊາຍທອງ ນວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວັນ ພົມມະຫາໄຊ ກຳມະການພັກ ນວ ເລຂາພັກເມືອງນາຊາຍທອງ, ມີທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ, ມີຮອງຫົວໜ້າພະແນກ ຍທຂ ນວ, ຮອງເລຂາພັກເມືອງ, ຕາແສງສີເກີດ, ນາຍບ້ານແຕ່ລະບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ທ່ານ ຈາງ ໄຄ ປະທານກຸ່ມບໍລິສັດຄອງຜິງລູ້ ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດ ໄດ້ໃຫ້ສໍາພາດ ເນື່ອງໃນໂອກາດທີ່ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມກິດຈະກຳໃນການລ່ອງເຮືອຕາມຄອງຜິງລູ້ ຄັ້ງນີ້ວ່າ: ສໍາລັບສະພາບການຂອງເສັ້ນທາງເດີນເຮືອຜູ້ໂດຍສານນັບແຕ່ກຸ່ມບໍລິສັດຄອງຜິງລູ້ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດໄດ້ເປີດການເດີນເຮືອ 4 ເສັ້ນທາງຂົນສົ່ງຜູ້ໂດຍສານທາງນໍ້າໄດ້ບັນລຸຕາມເປົ້າໝາຍ “ການເດີນເຮືອກໍໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ” ຊຶ່ງໃນວັນທີ 7 ພະຈິກ ຜ່ານມາ ຄອງຜິງລູ້ ກໍໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ເປີດການເດີນເຮືອທັງໝົດໄດ້ 541 ຖ້ຽວ, ສາມາດຮັບນັກທ່ອງທ່ຽວ 68,000 ກວ່າຄົນ. ໃນນັ້ນ, ຕອນໜານໜິງໄດ້ເປີດການເດີນເຮືອທັງໝົດ 245 ຖ້ຽວ, ຮັບນັກທ່ອງທ່ຽວ 30,000 ກວ່າຄົນ; ຕອນຊິນໂຈວໄດ້ເປີດການເດີນເຮືອທັງໝົດ 296 ຖ້ຽວ, ຮັບນັກທ່ອງທ່ຽວປະມານ 38,000 ຄົນ.
ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

​ ໃນວັນທີ 15-16 ພະຈິກ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ 14 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ມີ 14 ບ້ານທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ບ້ານສະໂຫຼຍ, ທົ່ງຖອນ, ວັງມີໄຊ, ຫາດລອຍ, ບ້ານເລາະ, ຫາດຈອນ, ຫາດນາແລ້ງ, ຄອນຈັນ, ພູລາ, ພູປາດ, ພູລວງ, ສາງອາກ, ບ້ານນາແລ້ງ ແລະ ບ້ານຫາດແຕະ.
ເພີ່ມເຕີມ