ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນວັນທີ 2 ມິຖຸນາຜ່ານມາ, ກອງພັນທີ 2 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2,
ໄດ້ສ້າງກິດຈະກໍາປູກຕົ້ນໄມ້ ໂດຍການເຂົ້າຮ່ວມຂອງສະຫາຍ ພັນຕີ ເກດຕິສັກ ວັນມະນີ ຫົວໜ້າການທະຫານ ກອງພັນທີ 2, ມີຄະນະພັກ - ຄະນະບັນຊາກອງພັນ, ກອງຮ້ອຍ ພ້ອມດ້ວຍພະນັກງານ - ນັກຮົບພາຍໃນກົມກອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຕົ້ນໄມ້ທີ່ໄດ້ນໍາມາປູກໃນຄັ້ງນີ້, ມີປະເພດໄມ້ກິນໝາກຄື: ຕົ້ນໝາກພ້າວ, ໝາກມ່ວງ, ໝາກໝີ້, ໝາກຂາມ, ໝາກລໍາໄຍ, ໝາກລິນຈີ ມີທັງໝົດ 85 ຕົ້ນ. ຊຶ່ງໄດ້ປູກໃສ່ຂອບເຂດບໍລິເວນດິນເປົ່າຫວ່າງອ້ອມຄ້າຍ ແລະ ລຽບເສັ້ນທາງເຂົ້າຄ້າຍ, ເພື່ອແນໃສ່ເຮັດໃຫ້ຂອບເຂດກົມກອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ຂຽວສົດງົດງາມ.
(ຂ່າວ : ຄຳຊາຍ ກວ່າງຄຸນສີ, ພາບ : ຄຳໂສ ວໍລະຈັກ)
ຄໍາເຫັນ