ທ່ານກົງສູນໃຫຍ່ ໄດ້ອວຍພອນເຖີງບັນດາການນຳຂອງແຂວງ ແລະ ປະຊາຊົນຊາວສາລະວັນ ທຸກທ່ານ ຈົ່ງມີຄວາມສຸກ, ແຂງແຮງ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ໆພັກ ແລະ ລັດ ມອບໝາຍ ໃຫ້ສຳເລັດຕາມລະດັບຄາດໝາຍ.
ທ່ານ ເຈົ້າແຂວງສາລະວັນ ໄດ້ສະແດງຄວາມຂອບໃຈ ຍັງມາທ່ານກົງສູນໃຫຍ່ ແຫ່ງຣາຊະອານາຈັກກຳປູເຈຍ ຊຶ່ງຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ໃຫ້ການຮ່ວມມື, ການຊ່ວຍເຫຼືອ. ພ້ອມທັງ ອວຍພອນເຖີງບັນດາການນຳຂັ້ນສູງ ແລະ ປະຊາຊົນກຳປູເຈຍ ມີຄວາມສຸກ, ແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງາານທຸກດ້ານ, ສືບຕໍ່ຮັດແໜ້ນຄວາມສາມັກຄີ ຍິ່ງໆຂຶ້ນ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
ຄໍາເຫັນ