ກອງທັບ ຍາມໃດກໍເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ- ປກສ

ກອງທັບ ຍາມໃດກໍເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ- ປກສ ທົ່ວປວງຊົນຮອບດ້ານຂອງພັກ

ກອງທັບ ຍາມໃດກໍເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ- ປກສ ທົ່ວປວງຊົນຮອບດ້ານຂອງພັກ
ໂດຍ: ເຄນໄຊ ໃນປີ 2024 ຜ່ານມາ, ຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດໄດ້ຊີ້ນໍາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິສະໄໝທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ,

 

 ມີໝາກຜົນໃນຫຼາຍດ້ານ ເປັນຕົ້ນແມ່ນການເຮັດໜ້າທີ່ຮັກສາຄວາມສະຫງົບປອດໄພໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນບັນດາກອງປະຊຸມສໍາຄັນຕ່າງໆ, ບັນດາວັນບຸນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການກໍ່ສ້າງຂອງລັດຖະບານໃຫ້ມີຄວາມສະຫງົບປອດໄພ 100%.

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ວ່າ: ຕໍ່ຜົນສຳເລັດດັ່ງກ່າວຍ້ອນຄວາມຕັດສິນໃຈ, ຄວາມເອົາໃຈໃສ່ຂອງອົງການ, ກົມກອງ-ທ້ອງຖິ່ນຕໍ່ໜ້າທີ່ການເມືອງຂອງຕົນໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກມີຜົນສໍາເລັດຫຼາຍດ້ານ, ເຖິງວ່າສະພາບເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ ແຕ່ພະນັກງານ-ສະມາຊິກພັກຍັງມີແນວຄິດອຸ່ນອ່ຽນທຸ່ນທ່ຽງຫ້າວຫັນປະຕິບັດໜ້າທີ່ວຽກງານສະແດງອອກ: ຫຼາຍກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນຍັງສືບຕໍ່ສຸມໃສ່ເຄື່ອນໄຫວປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ-ຫ່າງໄກສອກຫຼີກ, ຕັ້ງໜ້າບຸກບືນ, ຫ້າວຫັນເປັນແບບຢ່າງ, ຊີ້ນໍາ-ນໍາພາໃກ້ຊິດຕິດແທດ ແລະ ລົງເຮັດຕົວຈິງກັບອ້າຍນ້ອງດ້ວຍຄວາມຮັບຜິດຊອບສູງ ເຮັດສຳເລັດໜ້າທີ່ການເມືອງຂອງຕົນປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໂດຍສະເພາະຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ກອງທັບເຮົາຍັງມີຄວາມໜັກແໜ້ນມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ; ສືບຕໍ່ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ.

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກ່າວໃຫ້ຮູ້ຕື່ມວ່າ: ສໍາລັບວຽກງານຈຸດສຸມໃນປີ 2025 ນີ້ ຈະເພີ່ມທະວີຄວາມຮັບຜິດຊອບຕັ້ງໜ້າບຸກບືນເປັນເຈົ້າການໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນປີ 2025 ໃຫ້ສໍາເລັດຕາມແຜນການ, ເຮັດໃຫ້ທຸກຂົງເຂດວຽກງານມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໂດດເດັ່ນ. ດັ່ງນັ້ນ, ຕ້ອງໄດ້ເພີ່ມທະວີການຊີ້ນໍາ-ນໍາພາວຽກງານ ປກຊ-ປກສ, ຮັບປະກັນ ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດ. “ຕ້ອງຕັ້ງໜ້າຍົກສູງສະຕິສະກັດກັ້ນ ແລະ ຕ້ານທຸກກົນອຸບາຍລ່ຽມລາຍຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ”. ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ປອດໄພຢ່າງໜັກແໜ້ນດ້ວຍມາດຕະການຍຸດທະສາດ ສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນຕິດພັນກັບວຽກງານ 3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ, ບັນດາຈຸດສຸມຂອງກະຊວງ; ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ; ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ວເດັດຂາດ. ໃນນີ້ ໃຫ້ສຸມໃສ່ບາງຈຸດຂອງແຂວງເຂດໃຈກາງ; ສືບຕໍ່ປະຕິບັດມາດຕະການຍຸດທະສາດຫັນລົງຮາກຖານ “ປະຕິບັດ 4 ເນື້ອໃນ4 ຄາດໝາຍ, ກຳປະຊາຊົນ, ຈັດຕັ້ງກໍາລັງປະຈຳຢູ່ແຕ່ລະບ້ານ, ປັບປຸງອົງການປົກຄອງຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ, ອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນ ໃນເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການເກັບກຳສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມການເມືອງແນວຄິດຕ້ອງແຫຼມຄົມ, ເຮັດດ້ວຍຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ມີເນື້ອໃນອຸດົມສົມບູນເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດຢ່າງເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງຢ່າງແທ້ຈິງ; ພ້ອມນັ້ນຕ້ອງຍູ້ຂະບວນການເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງຊາດໃຫ້ມີຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ-ຕໍ່ເນື່ອງ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບໃຫ້ເຂັ້ມແຂງຮອບດ້ານ, ເພີ່ມທະວີການນໍາພາຂອງພັກຕໍ່ກຳລັງປະກອບອາວຸດ ຕິດພັນກັບການສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ສ້າງກົມກອງ 3 ປອດ, ກົມກອງ-ນັກຮົບວັດທະນະທໍາໃຫ້ມີຄຸນນະພາບ ແລະ ສ້າງພະນັກງານສືບທອດປ່ຽນແທນໃຫ້ຄົບເງື່ອນໄຂມາດຖານ ແລະ ເອົາໃຈໃສ່ຈັດຕັ້ງໃຫ້ຕໍ່ເນື່ອງ. ໃນນີ້, ແມ່ນໃຫ້ສຸມໃສ່ການດໍາເນີນກອງປະຊຸມຂອງຄະນະພັກ ແຕ່ລະກົມກອງໃຫ້ສຳເລັດເພື່ອເປັນການກຽມຄວາມພ້ອມຮັບປະກັນໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ເອົາໃຈໃສ່ຄົ້ນຄວ້າໂຄງການ-ຫຼັກສູດການຮຽນ-ການສອນໃຫ້ແກ່ໂຄງການກໍ່ສ້າງ-ບຳລຸງຢູ່ບັນດາສະຖາບັນການສຶກສາ, ວຽກງານອົບຮົມຫັດແອບ, ບັບປຸງລະບຽບແບບແຜນຂອງກອງທັບໃຫ້ມີຄຸນນະພາບຕິດແທດກັບໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່; ພ້ອມນັ້ນການລະດົມພົນ ແລະ ການແກ້ໄຂຈໍານວນພົນແມ່ນໃຫ້ປະຕິບັດຖືກຕ້ອງຕາມລະບຽບຫຼັກການ ແລະ ຂໍ້ກຳນົດຂອງກອງທັບ, ເອົາໃຈໃສ່ສ້າງພະລາທິການກັບທີ່ ຕົ້ນຕໍແມ່ນຮັບປະກັນໃຫ້ໄດ້ດ້ານສະບຽງອາຫານ, ການຈັດຕັ້ງລ້ຽງດູທັບ, ຮັບປະກັນເງິນເດືອນ-ເງິນກິນ, ດ້ານເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ການຈັດຊື້-ຈັດຫາ, ວຽກງານຂົນສົ່ງ; ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະສິກຳຂັ້ນກະຊວງ ແລະ ຂອງບັນດາກົມກອງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທະຫານໃຫ້ດີຂຶ້ນ, ຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກະຊວງ ແລະ ກົມກອງ, ເອົາໃຈໃສ່ວຽກງານເຕັກນິກການທະຫານ: ປົກປັກຮັກສາ ແລະ ບົວລະບັດພັດເຊັດພາຫະນະເຕັກນິກ, ອາວຸດ-ກະສູນໃຫ້ດີ, ປັບປຸງຄືນລະບົບສາງຄັງເກັບມ້ຽນ, ເອກະສານນິຕິກຳໃນການຄຸ້ມຄອງ-ນໍາໃຊ້ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນນະພາບ ແລະ ຕິດຕາມແຜນການດັດແປງພາຫະນະ-ເຕັກນິກ, ຜະລິດເຄື່ອງອາໄຫຼ່, ສ້ອມແປງພາຫະນະໃຫ້ສຳເລັດຕາມແຜນການ, ເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດຂອງພັກ: ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບຂອງບັນດາປະເທດອ້າຍນ້ອງເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃກ້ຄຽງ ແລະ ໃນໂລກ ເພື່ອປະ ກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບພາກພື້ນ ແລະ ສາກົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຈຳປາສັກ-ສູນກາງຊາວໜຸ່ມສ້າງ​ກົນ​ໄກ​ການ​ຮ່ວມ​ມືພັດທະນາຊາວໜຸ່ມ

ຄະນະບໍລິຫານງານພັກແຂວງຈຳປາສັກ ແລະສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະ​ຮ່ວມ​ມື​ກັນເພື່ອສ້າງກົນໄກທາງດ້ານນິຕິກຳສຳລັບການຮ່ວມມື, ຍົກສູງປະສິດທິຜົນການຈັດຕັ້ງປະຕິບັດໜ້າວຽກ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງຂັ້ນຮາກຖານ ຜ່ານການສຶກສາອົບຮົມດ້ານການເມືອງ-ແນວຄິດ, ການປູກຈິດສຳນຶກຮັກຊາດ, ຮັກອາຊີບ, ຮັກສາສິ່ງແວດລ້ອມ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມເຂົ້າສູ່ຂະແໜງການຜະລິດ, ໂຮງຈັກ, ໂຮງງານ ແລະ ເຂດເສດຖະກິດ.
ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

ປກສ ເມືອງຈັນທະບູລີ ວາງກຳລັງອຳນວຍຄວາມສະດວກໃຫ້ປະຊາຊົນ ໃນໄລຍະບຸນອອກພັນສາ

​ ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຈັນທະບູລີ ເອົາໃຈໃສ່ຈັດສັນລະບຽບການສັນຈອນໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະຈຳປີ 2026 ໂດຍໄດ້ຮັບການຮ່ວມມືເປັນຢ່າງດີຈາກປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພ້ອມທັງວາງກຳລັງເຈົ້າໜ້າທີ່ຕຳຫຼວດຈະລາຈອນ 49 ສະຫາຍ ປະຈຳການຢູ່ 15 ຈຸດ ພາຍໃນ ແລະ 2 ປ້ອມພາຍນອກເຂດຮັບຜິດຊອບ ເພື່ອອໍານວຍຄວາມສະດວກ ແລະ ຫຼຸດຜ່ອນຄວາມແອອັດ.
ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ